WhatsApp Image 2025-11-03 at 08.42.10

ສປງ ເຂົ້າຮ່ວມກິດຈະກຳງານວັນຄູແຫ່ງຊາດ ແລະ ພິທີມອບ-ຮັບໃບປະກາດຊະນີຍະບັດ ສົກຮຽນ 2024-2025

06/11/2025
ວັນທີ 31 ຕຸລາ - 01 ພະຈິກ 2025 ທີ່ຜ່ານມາ, ຢູ່ທີ່ ສະຖາບັນການທະນາຄານ (ສທຄ), ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມເປີດບູດ ເພື່ອວາງສະແດງຜົນງານ ແລະ ວັດຖຸພັນທີ່ກ່ຽວຂ້ອງກັບວຽກງານປົກປ້ອງເງິນຝາກ ໃນພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 31 ປີ, ພິທີປິດສົກຮຽນ 2024-2025 ແລະ ເປີດສົກຮຽນ 2025-2026 ຂອງ ສທຄ. ການຈັດກິດຈະກໍາຄັ້ງນີ້ ມີຈຸດປະສົງສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ແລະ ຄວາມເຂົ້າໃຈພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໂດຍສະເພາະແມ່ນ ບັນດາຄູ-ອາຈານ, ນັກສຶກສາ ແລະ ຜູ້ທີ່ມາຢ້ຽມຊົມບູດຂອງ ສປງ. ໃນງານຄັ້ງນີ້, ສປງ ຍັງໄດ້ຈັດໃຫ້ມີການຫຼິ້ນກິດຈະກໍາ ແລະ ຕອບຄໍາຖາມກັບວຽກງານປົກປ້ອງເງິນຝາກ ເພື່ອລຸ້ນຮັບຂອງລາງວັນຫຼາກຫຼາຍລາຍການ ທີ່ເປັນວັດຖຸພັນຂອງ ສປງ ເປັນຕົ້ນແມ່ນ: ຄັນຮົ່ມ, ກະຕຸກນໍ້າ,...ອ່ານເພີ່ມເຕີມ - ສປງ ເຂົ້າຮ່ວມກິດຈະກຳງານວັນຄູແຫ່ງຊາດ ແລະ ພິທີມອບ-ຮັບໃບປະກາດຊະນີຍະບັດ ສົກຮຽນ 2024-2025
WhatsApp Image 2025-10-17 at 13.17.03

ສປງ ຈັດກິດຈະກຳ ບໍລິການສັງຄົມທາງວິຊາການຮ່ວມກັບ ສະຖາບັນການທະນາຄານ ທີ່ມະຫາວິທະຍາໄລສຸພານຸວົງ

23/10/2025
ໃນວັນທີ 17 ຕຸລາ 2025 ທີ່ຜ່ານມາ, ທີ່ຫ້ອງປະຊຸມຂອງ ຄະນະເສດຖະສາດ ແລະ ການທ່ອງ ທ່ຽວ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກິດຈະກໍາ ບໍລິການສັງຄົມທາງວິຊາການ ຮ່ວມກັບ ສະຖາບັນການທະນາຄານ (ສທຄ) ໃຫ້ແກ່ບັນດາຄູ-ອາຈານ ຕະຫຼອດຮອດນັກສຶກສາ ປະຈໍາສົກຮຽນ 2025-2026. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໃນກອງປະຊຸມຄັ້ງນີ້ ໂດຍຄະນະບໍດີ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ຫົວໜ້າ ສປງ, ຜູ້ອໍານວຍການ ສທຄ ພ້ອມດ້ວຍ ຕາງໜ້າຈາກ ສປງ, ສທຄ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກ່ວາ 50 ຄົນ. ຈຸດປະສົງຂອງການຈັດກິດຈະກໍາບໍລິການສັງຄົມທາງວິຊາການໃນຄັ້ງນີ້ ເປັນການປະກອບສ່ວນເຜີຍແຜ່ວຽກງານຂອງ ສປງ ຊຶ່ງເປັນວຽກງານໜຶ່ງໃນຂະແໜງການເງິນ-ການທະນາຄານ ແນໃສ່ເສີມສ້າງຄວາມຮູ້ພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ກັບພະນັກງານຄູ-ອາຈານ ທີ່ເປັນແມ່ພິມຂອງຊາດ ແລະ...ອ່ານເພີ່ມເຕີມ - ສປງ ຈັດກິດຈະກຳ ບໍລິການສັງຄົມທາງວິຊາການຮ່ວມກັບ ສະຖາບັນການທະນາຄານ ທີ່ມະຫາວິທະຍາໄລສຸພານຸວົງ
IMG_2266

ກອງປະຊຸມເຜີຍແຜ່ໃນຫົວຂໍ້”ຍຸດທະສາດການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບ ວຽກງານປົກປ້ອງເງິນຝາກ”

22/10/2025
ໃນວັນທີ 10 ຕຸລາ 2025 ທີ່ຜ່ານມາ, ທີ່ ໂຮງແຮມ DoubleTree by Hilton, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມເຜີຍແຜ່ ໃນຫົວຂໍ້: “ຍຸດທະສາດການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ” ໃຫ້ກັບ ບັນດາສະມາຊິກຂອງ ສປງ ແລະ ບາງກົມທີ່ກ່ຽວຂ້ອງຂອງ ທະນາຄານແຫ່ງ ສປປ ລາວ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສປງ ພ້ອມດ້ວຍ ການເຂົ້າຮ່ວມຂອງຄະນະ ສປງ, ຄະນະພະແນກ, ວິຊາການ ຈາກ ສປງ ແລະ ທຫລ ລວມທັງ ຕາງໜ້າຈາກບັນດາສະມາຊິກ ຂອງ ສປງ ຈໍານວນ 90 ກວ່າຄົນ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການນໍາສະເໜີພາບລວມວຽກງານປົກປ້ອງເງິນຝາກ ຂອງສາກົນ ແລະ...ອ່ານເພີ່ມເຕີມ - ກອງປະຊຸມເຜີຍແຜ່ໃນຫົວຂໍ້”ຍຸດທະສາດການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບ ວຽກງານປົກປ້ອງເງິນຝາກ”
IMG_1979

ສຳນັກງານປົກປ້ອງເງິນຝາກສືບຕໍ່ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກັບພະນັກງານໃນຫົວຂໍ້ “ການສື່ສານທີ່ມີປະສິດທິພາບໃນອົງກອນ”

07/10/2025
ໃນວັນທີ 29 ກັນຍາ 2025 ທີ່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ (ສປງ) ສືບຕໍ່ຈັດຝຶກອົບຮົມວຽກງານວິຊາສະເພາະໃນຫົວຂໍ້: “ການສື່ສານທີ່ມີປະສິດທິພາບໃນອົງກອນ ຫຼື Effective Communications in Organizations” ໃຫ້ພະນັກງານ ສປງ ແລະ ໃຫ້ກຽດມາບັນຍາຍຄັ້ງນີ້ໂດຍ: ທ່ານ ອາຈານ ປອ. ສຸດຖະໜອມ    ພິນສະຫວັດ ຮອງຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ຢູ່ທີ່ຫ້ອງປະຊຸມຊັ້ນ VI ຕຶກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ). ຊຸດຝຶກອົບຮົມດັ່ງກ່າວ ໃຫ້ກຽດກ່າວເປີດ ແລະ ມີຄໍາເຫັນໂດຍທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະ ສປງ, ຄະນະພະແນກ ແລະ ວິຊາການ ສປງ ຈໍານວນທັງ ໝົດ 42 ຄົນ. ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກສືບຕໍ່ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກັບພະນັກງານໃນຫົວຂໍ້ “ການສື່ສານທີ່ມີປະສິດທິພາບໃນອົງກອນ”
0

ສປງ ຈັດກິດຈະກຳ ບໍລິການສັງຄົມທາງວິຊາການ ຮ່ວມກັບ ສະຖາບັນການທະນາຄານ ທີ່ວິທະຍາໄລຄູສະຫວັນນະເຂດ

24/09/2025
ໃນຕອນເຊົ້າວັນທີ 19 ກັນຍາ 2025 ທີ່ ຫ້ອງປະຊຸມຊັ້ນ AJ ຂອງວິທະຍາໄລຄູ ສະຫວັນນະເຂດ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດກິດຈະກໍາ ບໍລິການສັງຄົມ ທາງວິຊາການ ຮ່ວມກັບສະຖາບັນການທະນາຄານ ທະນາຄານແຫ່ງ ສປປ ລາວ ປະຈໍາສົກຮຽນ 2025-2026. ໃຫ້ກຽດເປັນປະທານຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ພົມມາ ໄຊຍະວົງ ຮອງຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດ ແລະ ທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຜູ້ອໍານວຍການ ສະຖາບັນການທະນາຄານ ພ້ອມດ້ວຍ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກ່ວາ 200 ຄົນ. ຈຸດປະສົງຂອງການຈັດກິດຈະກໍາບໍລິການສັງຄົມທາງວິຊາການໃນຄັ້ງນີ້ ເປັນການປະກອບສ່ວນເຜີຍແຜ່ວຽກງານຂອງສໍານັກງານປົກປ້ອງເງິນຝາກ ຊຶ່ງເປັນວຽກງານໜຶ່ງໃນຂະແໜງການເງິນ-ການທະນາຄານ ແນໃສ່ເສີມສ້າງຄວາມຮູ້ພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ກັບພະນັກງານຄູ-ອາຈານ ແລະ ນັກສຶກສາຂອງ ວິທະຍາໄລຄູ ສະຫວັນນະເຂດ ເພື່ອໃຫ້ໄດ້ຮັບຮູ້...ອ່ານເພີ່ມເຕີມ - ສປງ ຈັດກິດຈະກຳ ບໍລິການສັງຄົມທາງວິຊາການ ຮ່ວມກັບ ສະຖາບັນການທະນາຄານ ທີ່ວິທະຍາໄລຄູສະຫວັນນະເຂດ