0

ສປງ ຈັດກິດຈະກຳ ບໍລິການສັງຄົມທາງວິຊາການ ຮ່ວມກັບ ສະຖາບັນການທະນາຄານ ທີ່ວິທະຍາໄລຄູສະຫວັນນະເຂດ

24/09/2025
ໃນຕອນເຊົ້າວັນທີ 19 ກັນຍາ 2025 ທີ່ ຫ້ອງປະຊຸມຊັ້ນ AJ ຂອງວິທະຍາໄລຄູ ສະຫວັນນະເຂດ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດກິດຈະກໍາ ບໍລິການສັງຄົມ ທາງວິຊາການ ຮ່ວມກັບສະຖາບັນການທະນາຄານ ທະນາຄານແຫ່ງ ສປປ ລາວ ປະຈໍາສົກຮຽນ 2025-2026. ໃຫ້ກຽດເປັນປະທານຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ພົມມາ ໄຊຍະວົງ ຮອງຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດ ແລະ ທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຜູ້ອໍານວຍການ ສະຖາບັນການທະນາຄານ ພ້ອມດ້ວຍ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກ່ວາ 200 ຄົນ. ຈຸດປະສົງຂອງການຈັດກິດຈະກໍາບໍລິການສັງຄົມທາງວິຊາການໃນຄັ້ງນີ້ ເປັນການປະກອບສ່ວນເຜີຍແຜ່ວຽກງານຂອງສໍານັກງານປົກປ້ອງເງິນຝາກ ຊຶ່ງເປັນວຽກງານໜຶ່ງໃນຂະແໜງການເງິນ-ການທະນາຄານ ແນໃສ່ເສີມສ້າງຄວາມຮູ້ພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ກັບພະນັກງານຄູ-ອາຈານ ແລະ ນັກສຶກສາຂອງ ວິທະຍາໄລຄູ ສະຫວັນນະເຂດ ເພື່ອໃຫ້ໄດ້ຮັບຮູ້...ອ່ານເພີ່ມເຕີມ - ສປງ ຈັດກິດຈະກຳ ບໍລິການສັງຄົມທາງວິຊາການ ຮ່ວມກັບ ສະຖາບັນການທະນາຄານ ທີ່ວິທະຍາໄລຄູສະຫວັນນະເຂດ
WhatsApp Image 2025-08-26 at 08.35.25

ສຳນັກງານປົກປ້ອງເງິນຝາກ ເຂົ້າຮ່ວມກອງປະຊຸມສາກົນ ຢູ່ປະເທດກາຊັກສະຖານ

27/08/2025
ໃນລະຫວ່າງວັນທີ 20 ຫາ 22 ສິງຫາ 2025, ຄະນະຜູ້ແທນຈາກສໍານັກງານປົກປ້ອງເງິນຝາກ (ສປງ) ແລະ ຄະນະຜູ້ແທນຈາກ 24 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມະການປະຈໍາພາກພື້ນອາຊີ-ເອີຣົບ ແລະ ອາຊີ-ປາຊີຟິກ ຂອງສະມາຄົມປະກັນໄພເງິນຝາກສາກົນ (IADI-EARC and APRC Meeting) ແລະ ກອງປະຊຸມສາກົນ ພາຍໃຕ້ຫົວຂໍ້ “ບາດກ້າວສູ່ຍຸກດິຈິຕອນ: ວາງແນວທາງອານາຄົດຂອງລະບົບປະກັນໄພເງິນຝາກ” (Navigating Digital Frontiers: Charting the Future of Deposit Insurance) ໂດຍການເປັນເຈົ້າພາບ ຂອງກອງທຶນປະກັນໄພເງິນຝາກກາຊັກສະຖານ (Kazakhstan Deposit Insurance Fund ຫຼື KDIF) ຮ່ວມກັບ ສະມາຄົມປະກັນໄພເງິນຝາກສາກົນ (IADI) ຊຶ່ງໄດ້ຈັດຂຶ້ນຢູ່ທີ່ເມືອງ ອານມາຕີ (Almaty), ປະເທດ ກາຊັກສະຖານ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ເຂົ້າຮ່ວມກອງປະຊຸມສາກົນ ຢູ່ປະເທດກາຊັກສະຖານ
IMG_0789

ກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ລະຫວ່າງ ສປງ, ກຄທ ແລະ ກຄສບ

06/08/2025
ສໍານັກງານປົກປ້ອງເງິນຝາກ (ສປງ), ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ແລະ ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ (ກຄສບ) ສືບຕໍ່ຮ່ວມມືກັນຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ໃນລະຫວ່າງ ວັນທີ 30-31 ກໍລະກົດ 2025, ຂຶ້ນຢູ່ທີ່ ຫ້ອງປະຊຸມໂຮງແຮມ S Boutique Hotel, ພາຍໃຕ້ 05 ຫົວຂໍ້: “ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນໂລກ, ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນ ສປປ ລາວ, ຍຸດທະສາດການສ້າງຄວາມຮັບຮູ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ, ການຄຸ້ມຄອງຄວາມສ່ຽງ ແລະ ການກວດສອບຄວາມເຄັ່ງຕຶງ, ແລະ ວຽກງານວິເຄາະ-ກວດກາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຜົນການກວດກາ ປະຈໍາປີ 2024” ໂດຍການເປັນປະທານຂອງ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະກົມ, ຄະນະພະແນກ ແລະ ວິຊາການທັງ 03 ກົມ ຈໍານວນທັງໝົດ...ອ່ານເພີ່ມເຕີມ - ກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ລະຫວ່າງ ສປງ, ກຄທ ແລະ ກຄສບ