
ສຳນັກງານປົກປ້ອງເງິນຝາກ ເຂົ້າຮ່ວມກອງປະຊຸມສາກົນ ຢູ່ປະເທດກາຊັກສະຖານ
27/08/2025ໃນລະຫວ່າງວັນທີ 20 ຫາ 22 ສິງຫາ 2025, ຄະນະຜູ້ແທນຈາກສໍານັກງານປົກປ້ອງເງິນຝາກ (ສປງ) ແລະ ຄະນະຜູ້ແທນຈາກ 24 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມະການປະຈໍາພາກພື້ນອາຊີ-ເອີຣົບ ແລະ ອາຊີ-ປາຊີຟິກ ຂອງສະມາຄົມປະກັນໄພເງິນຝາກສາກົນ (IADI-EARC and APRC Meeting) ແລະ ກອງປະຊຸມສາກົນ ພາຍໃຕ້ຫົວຂໍ້ “ບາດກ້າວສູ່ຍຸກດິຈິຕອນ: ວາງແນວທາງອານາຄົດຂອງລະບົບປະກັນໄພເງິນຝາກ” (Navigating Digital Frontiers: Charting the Future of Deposit Insurance) ໂດຍການເປັນເຈົ້າພາບ ຂອງກອງທຶນປະກັນໄພເງິນຝາກກາຊັກສະຖານ (Kazakhstan Deposit Insurance Fund ຫຼື KDIF) ຮ່ວມກັບ ສະມາຄົມປະກັນໄພເງິນຝາກສາກົນ (IADI) ຊຶ່ງໄດ້ຈັດຂຶ້ນຢູ່ທີ່ເມືອງ ອານມາຕີ (Almaty), ປະເທດ ກາຊັກສະຖານ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ເຂົ້າຮ່ວມກອງປະຊຸມສາກົນ ຢູ່ປະເທດກາຊັກສະຖານ

ກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ລະຫວ່າງ ສປງ, ກຄທ ແລະ ກຄສບ
06/08/2025ສໍານັກງານປົກປ້ອງເງິນຝາກ (ສປງ), ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ແລະ ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ (ກຄສບ) ສືບຕໍ່ຮ່ວມມືກັນຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ໃນລະຫວ່າງ ວັນທີ 30-31 ກໍລະກົດ 2025, ຂຶ້ນຢູ່ທີ່ ຫ້ອງປະຊຸມໂຮງແຮມ S Boutique Hotel, ພາຍໃຕ້ 05 ຫົວຂໍ້: “ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນໂລກ, ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນ ສປປ ລາວ, ຍຸດທະສາດການສ້າງຄວາມຮັບຮູ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ, ການຄຸ້ມຄອງຄວາມສ່ຽງ ແລະ ການກວດສອບຄວາມເຄັ່ງຕຶງ, ແລະ ວຽກງານວິເຄາະ-ກວດກາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຜົນການກວດກາ ປະຈໍາປີ 2024” ໂດຍການເປັນປະທານຂອງ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະກົມ, ຄະນະພະແນກ ແລະ ວິຊາການທັງ 03 ກົມ ຈໍານວນທັງໝົດ...ອ່ານເພີ່ມເຕີມ - ກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ລະຫວ່າງ ສປງ, ກຄທ ແລະ ກຄສບ




