
ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ຈັດກິດຈະກຳວັນເດັກນ້ອຍສາກົນ
04/06/2026ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2026, ສຳນັກງານປົກປ້ອງເງິນຝາກ ໄດ້ເຂົ້າຮ່ວມຂະບວນການວັນປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບຮອບ 46 ປີ, ຮ່ວມກັບຄະນະນຳຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍມີ ສະຫາຍ ນ. ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ ທຫລ, ຜູ້ວ່າການ ທຫລ ໃຫ້ກຽດເຂົ້າຮ່ວມພິທີ ປູກຕົ້ນໄມ້ ຂອງຂະແໜງທະນາຄານ ຢູ່ສະຖາບັນການທະນາຄານ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 46 ປີ (01 ມິຖຸນາ 1980-01 ມິຖຸນາ 2026). ພາຍໃຕ້ຄຳຂັວນ: “ຮ່ວມແຮງຮ່ວມໃຈ ຊ່ວຍກັນ ປູກຕົ້ນໄມ້ ຢ່າງໜ້ອຍ ໜຶ່ງຕົ້ນຕໍ່ຄົນຕໍ່ປີ”, ມີ ສະຫາຍຮອງເລຂາ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ຈັດກິດຈະກຳວັນເດັກນ້ອຍສາກົນ

ສໍານັກງານປົກປ້ອງເງິນຝາກ ຈັດພິທີເຜີຍແຜ່ເອກະສານສໍາຄັນທາງລັດຖະການ ຈໍານວນ 07 ສະບັບ ໃຫ້ກັບພະນັກງານ
02/06/2026ໃນວັນທີ 28 ພຶດສະພາ 2026, ທີ່ຫ້ອງປະຊຸມດອກວາດສະໜາ ສຳນັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນທາງລັດຖະການ ຈໍານວນ 07 ສະບັບ ໃຫ້ກັບພະນັກງານ ສປງ ໄດ້ເຊື່ອມ ຊືມເອກະສານສໍາຄັນຂອງພັກ-ຂອງລັດ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະ ສປງ, ຄະນະພະແນກ ແລະ ພະນັກງານ ວິຊາການ ຈໍານວນທັງໝົດ 51 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ. ເອກະສານທີ່ໄດ້ນໍາມາເຜີຍແຜ່ໃນຄັ້ງນີ້ມີ ຈໍານວນ 07 ສະບັບຄື: ເອກະສານທີ 01 ມູນເຊື້ອ ວັນກໍາມະກອນ ສາກົນ (01 ພຶດສະພາ 1886-01 ພຶດສະພາ 2026) ຄົບຮອບ 140 ປີ, ໃຫ້ກຽດເຜີຍແຜ່ໂດຍທ່ານ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ຈັດພິທີເຜີຍແຜ່ເອກະສານສໍາຄັນທາງລັດຖະການ ຈໍານວນ 07 ສະບັບ ໃຫ້ກັບພະນັກງານ

ສຳນັກງານປົກປ້ອງເງິນຝາກ ແລະ ປະກັນໄພເງິນຝາກເກົາຫຼີ ຮ່ວມມືແລກປ່ຽນບົດຮຽນ ເພື່ອຍົກລະດັບວຽກງານປົກປ້ອງເງິນຝາກ.
22/05/2026ໃນວັນທີ 19 ພຶດສະພາ 2026, ທີ່ ໂຮງແຮມຄາວພາຊ່າ ວຽງຈັນ ສຳນັກງານປົກປ້ອງເງິນຝາກ (ສປງ) ຮ່ວມກັບ ອົງການປະກັນໄພເງິນຝາກເກົາຫຼີ (Korea Deposit Insurance Corporation ຫຼື KDIC) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ (Knowledge Sharing Programme) ກ່ຽວກັບວຽກງານປົກປ້ອງເງິນຝາກ ຂຶ້ນ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງ ຄະນະສຳນັກງານປົກປ້ອງເງິນຝາກຄະນະຜູ້ແທນຈາກ KDIC, ຄະນະພະແນກ ແລະ ພະນັກງານວິຊາການ ສປງ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປະຕິບັດຕາມແຜນການວຽກງານຈຸດສຸມ ຂອງສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2026 ທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືດ້ານວິຊາການ ທີ່ ປະກັນໄພເງິນຝາກເກົາຫຼີ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ແລະ ປະກັນໄພເງິນຝາກເກົາຫຼີ ຮ່ວມມືແລກປ່ຽນບົດຮຽນ ເພື່ອຍົກລະດັບວຽກງານປົກປ້ອງເງິນຝາກ.

ສໍານັກງານປົກປ້ອງເງິນຝາກ ຮ່ວມກັບກົມບັນຊີ (ທຫລ) ຈັດພິທີແລກປ່ຽນບົດຮຽນກ່ຽວກັບວຽກງານງົບປະມານປະຈໍາປີ
22/05/2026ໃນວັນທີ 15 ພຶດສະພາ 2026, ທີ່ ຫ້ອງປະຊຸມດອກວາດສະໜາ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວິຊາສະເພາະລະຫວ່າງ ສໍານັກງານປົກປ້ອງເງິນຝາກ ກັບກົມບັນຊີ ແລະ ການເງິນ ທະນາຄານແຫ່ງ ສປປ ລາວ (ທຫລ) ກ່ຽວກັບວຽກງານງົບປະມານປະຈໍາປີ ຂຶ້ນໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ. ພ້ອມນີ້, ຍັງມີ ທ່ານ ນ. ສອນນາລີ ພົມມາໄຊ ຮອງຫົວໜ້າກົມບັນຊີ ແລະ ການເງິນ ທຫລ, ບັນດານັກວິທະຍາກອນຈາກກົມບັນຊີ ແລະ ການເງິນ ທຫລ ຕະຫຼອດຮອດຄະນະພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຢ່າງພ້ອມພຽງ. ການຈັດກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການເຄື່ອນໄຫວວຽກງານຈຸດສຸມ ປະຈໍາປີ 2026 ຂອງສໍານັກງານປົກປ້ອງເງິນຝາກ ໂດຍມີຈຸດປະສົງເນັ້ນໜັັກໃສ່ການພັດທະນາບຸກຄະລາກອນຂອງສໍານັກງານປົກປ້ອງເງິນຝາກ ໃຫ້ມີການຍົກລະດັບຄວາມຮູ້-ຄວາມສາມາດ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ຮ່ວມກັບກົມບັນຊີ (ທຫລ) ຈັດພິທີແລກປ່ຽນບົດຮຽນກ່ຽວກັບວຽກງານງົບປະມານປະຈໍາປີ

ພິທີປະກາດການຈັດຕັ້ງຂັ້ນຫົວໜ້າ ສໍານັກງານປົກປ້ອງເງິນຝາກ
18/05/2026ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2026, ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດພະນັກງານຂັ້ນສູງຮັບອຸດໜູນບໍານານ ແລະ ແຕ່ງຕັັ້ງພະນັກງານນໍາພາ-ຄຸຸ້ມຄອງຂອງ ທຫລ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຜູ້ວ່າການ ທຫລ, ມີບັນດາສະຫາຍ ກໍາມະການພັກ ທຫລ, ຄະນະກົມ-ທຽບເທົ່າ, ຄະນະອໍານວຍການທະນາຄານທຸລະກິດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ ແລະ ແຂກເຂົ້າຮ່ວມຢ່າງພ້ອມພຽງ. ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 21 ແລະ 22/ນຍ, ລົງວັນທີ 04 ມີນາ 2026 ແລະ ຂໍ້ຕົກລົງຂອງ ຜູ້ວ່າການ ທຫລ ສະບັບເລກທີ 389, 390/ທຫລ ລົງວັນທີ 08...ອ່ານເພີ່ມເຕີມ - ພິທີປະກາດການຈັດຕັ້ງຂັ້ນຫົວໜ້າ ສໍານັກງານປົກປ້ອງເງິນຝາກ

