ວັນທີ 31 ຕຸລາ – 01 ພະຈິກ 2025 ທີ່ຜ່ານມາ, ຢູ່ທີ່ ສະຖາບັນການທະນາຄານ (ສທຄ), ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມເປີດບູດ ເພື່ອວາງສະແດງຜົນງານ ແລະ ວັດຖຸພັນທີ່ກ່ຽວຂ້ອງກັບວຽກງານປົກປ້ອງເງິນຝາກ ໃນພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 31 ປີ, ພິທີປິດສົກຮຽນ 2024-2025 ແລະ ເປີດສົກຮຽນ 2025-2026 ຂອງ ສທຄ.

ການຈັດກິດຈະກໍາຄັ້ງນີ້ ມີຈຸດປະສົງສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ແລະ ຄວາມເຂົ້າໃຈພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໂດຍສະເພາະແມ່ນ ບັນດາຄູ-ອາຈານ, ນັກສຶກສາ ແລະ ຜູ້ທີ່ມາຢ້ຽມຊົມບູດຂອງ ສປງ. ໃນງານຄັ້ງນີ້, ສປງ ຍັງໄດ້ຈັດໃຫ້ມີການຫຼິ້ນກິດຈະກໍາ ແລະ ຕອບຄໍາຖາມກັບວຽກງານປົກປ້ອງເງິນຝາກ ເພື່ອລຸ້ນຮັບຂອງລາງວັນຫຼາກຫຼາຍລາຍການ ທີ່ເປັນວັດຖຸພັນຂອງ ສປງ ເປັນຕົ້ນແມ່ນ: ຄັນຮົ່ມ, ກະຕຸກນໍ້າ, ຖົງຜ້າ, ເສື້ອຍືດ, ໝວກ ແລະ ປຶ້ມບັນທຶກ.
ພາຍຫຼັງການຈັດກິຈະກໍາຄັ້ງນີ້ ເຫັນໄດ້ວ່າ ມີຜູ້ຕິດຕາມເຟສບຸກເພຈ ສປງ ເພີ່ມຂຶ້ນ 11.9% ທຽບໃສ່ໄລຍະທີ່ຜ່ານມາ. ພ້ອມນີ້, ການກົດແຊຣ໌ໂພສຂອງ ສປງ ໃນການຈັດກິດຈະກໍາຄັ້ງນີ້ ມີຜູ້ເຂົ້າເບິ່ງ ເກືອບ 12 ພັນຄົນ ແລະ ສາມາດເຂົ້າເຖິງຜູ້ຊົມໃຊ້ເຟສບຸກ ເກືອບ 5 ພັນຄົນ ໄດ້ພາຍໃນໄລຍະທີ່ຈັດງານດັ່ງກ່າວ.










