ໃນວັນທີ 17 ຕຸລາ 2025 ທີ່ຜ່ານມາ, ທີ່ຫ້ອງປະຊຸມຂອງ ຄະນະເສດຖະສາດ ແລະ ການທ່ອງ ທ່ຽວ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກິດຈະກໍາ ບໍລິການສັງຄົມທາງວິຊາການ ຮ່ວມກັບ ສະຖາບັນການທະນາຄານ (ສທຄ) ໃຫ້ແກ່ບັນດາຄູ-ອາຈານ ຕະຫຼອດຮອດນັກສຶກສາ ປະຈໍາສົກຮຽນ 2025-2026. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໃນກອງປະຊຸມຄັ້ງນີ້ ໂດຍຄະນະບໍດີ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ຫົວໜ້າ ສປງ, ຜູ້ອໍານວຍການ ສທຄ ພ້ອມດ້ວຍ ຕາງໜ້າຈາກ ສປງ, ສທຄ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກ່ວາ 50 ຄົນ.
ຈຸດປະສົງຂອງການຈັດກິດຈະກໍາບໍລິການສັງຄົມທາງວິຊາການໃນຄັ້ງນີ້ ເປັນການປະກອບສ່ວນເຜີຍແຜ່ວຽກງານຂອງ ສປງ ຊຶ່ງເປັນວຽກງານໜຶ່ງໃນຂະແໜງການເງິນ-ການທະນາຄານ ແນໃສ່ເສີມສ້າງຄວາມຮູ້ພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ກັບພະນັກງານຄູ-ອາຈານ ທີ່ເປັນແມ່ພິມຂອງຊາດ ແລະ ນັກສຶກສາ ທີ່ປຽບດັ່ງກະດູກສັນຫຼັງຂອງຊາດ ທີ່ກໍາລັງກະກຽມຄວາມພ້ອມໃນການປະກອບສ່ວນສ້າງສາພັດທະນາປະເທດຊາດໃນອະນາຄົດ ໃຫ້ສາມາດກໍາໄດ້ຢ່າງເລິກເຊິ່ງ ແລະ ຮັບຮູ້-ເຂົ້າໃຈເຖິງ ປະຫວັດຄວາມເປັນມາ ແລະ ຄວາມໝາຍ-ຄວາມສໍາຄັນ ຂອງວຽກງານປົກປ້ອງເງິນຝາກ ຢູ່ໃນສາກົນ ແລະ ຢູ່ພາຍໃນ ສປປ ລາວ ບັນຍາຍໂດຍ ທ່ານ ນັດທະວັນ ສັນຕິວົງ ຮອງຫົວໜ້າພະແນກ ວິເຄາະ ແລະ ຄຸ້ມຄອງການຈ່າຍເງິນປົກປ້ອງ ສປງ.
ສະນັ້ນ, ຜູ້ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈະສາມາດຊ່ວຍເປັນກະບອກສຽງ ແລະ ເຜີຍແຜ່ຂໍ້ມູນທີ່ໄດ້ຮັບຮູ້ກ່ຽວກັບວຽກງານປົກປ້ອງເງິນຝາກໃນຄັ້ງນີ້ ໃຫ້ກັບບຸກຄົນອື່ນ ໂດຍສະເພາະ ນັກສຶກສາທີ່ບໍ່ໄດ້ເຂົ້າຮ່ວມ, ຕະຫຼອດຮອດບຸກຄົນໃນຄອບຄົວ ແລະ ເພື່ອນມິດສະຫາຍຂອງຕົນຕື່ມ ເຮັດໃຫ້ເຂົາເຈົ້າ ໄດ້ຮັບຮູ້ຢ່າງກວ້າຂວາງ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບວຽກງານປົກປ້ອງເງິນຝາກ ເພື່ອຫຼີກລ່ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ທີ່ຫວັງມາຕົວະຍົວະ-ຫຼອກລວງເອົາເງິນຂອງຕົນ ດ້ວຍຮູບການລະດົມເງິນຝາກທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ດັ່ງທີ່ເຄີຍປະກົດໃຫ້ເຫັນໃນໄລຍະຜ່ານມາ. ພ້ອມນີ້, ຍັງເປັນການປະກອບສ່ວນສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມຕໍ່ກັບລະບົບສະຖາບັນການເງິນຢູ່ ສປປ ລາວ ແລະ ນໍາເງິນມາຝາກໄວ້ນໍາສະມາຊິກຂອງ ສປງ ນັບມື້ນັບຫຼາຍຂຶ້ນ ທັງເປັນການປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາເສດຖະກິດແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.
ໃນການຈັດກິດຈະກໍາ ບໍລິການສັງຄົມທາງວິຊາການຄັ້ງນີ້, ສປງ ແລະ ສທຄ ຍັງໄດ້ປະກອບສ່ວນຊຸກຍູ້ອຸປະກອນການຮຽນ-ການກິລາ ພ້ອມດ້ວຍເຄື່ອງວັດຖຸພັນຈໍານວນໜຶ່ງ ໃຫ້ແກ່ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ.







