ໃນວັນທີ 28 ພຶດສະພາ 2026, ທີ່ຫ້ອງປະຊຸມດອກວາດສະໜາ ສຳນັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນທາງລັດຖະການ ຈໍານວນ 07 ສະບັບ ໃຫ້ກັບພະນັກງານ ສປງ ໄດ້ເຊື່ອມ ຊືມເອກະສານສໍາຄັນຂອງພັກ-ຂອງລັດ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະ ສປງ, ຄະນະພະແນກ ແລະ ພະນັກງານ ວິຊາການ ຈໍານວນທັງໝົດ 51 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.
ເອກະສານທີ່ໄດ້ນໍາມາເຜີຍແຜ່ໃນຄັ້ງນີ້ມີ ຈໍານວນ 07 ສະບັບຄື: ເອກະສານທີ 01 ມູນເຊື້ອ ວັນກໍາມະກອນ ສາກົນ (01 ພຶດສະພາ 1886-01 ພຶດສະພາ 2026) ຄົບຮອບ 140 ປີ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ໄກສອນ ໄຊຍະພອນ ຮອງຫົວໜ້າ ສປງ.
ເອກະສານທີ 02 ວັນເກີດ ທ່ານ ກາກມາກ (05 ພຶດສະພາ 1818) ຄົບຮອບ 208 ປີ ແລະ ເອກະສານທີ 03 ວັນໄຊຊະນະບັັ້ນຮົບດຽນບຽນຟູ (07 ພຶດສະພາ 1954 – 07 ພຶດສະພາ 2026) ຄົບຮອບ 72 ປີ, ໃຫ້ກຽດ ເຜີຍແຜ່ໂດຍທ່ານ ນາງ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ;

ຈາກນັ້ນ, ທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າ ສປງ ໃຫ້ກຽດເຜີຍແຜ່ເອກະສານທີ 04 ວັນໄຊຊະນະ ຂອງສະຫະ ພາບໂຊວຽດເໜືອຟາຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II (09 ພຶດສະພາ 1945-09 ພຶດສະພາ 2026) ຄົບຮອບ 81 ປີ ແລະ ເອກະສານທີ 05 ຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ ທົ່ງໄຫຫີນຊຽງຂວາງ (18 ພຶດສະພາ 1959-18 ພຶດສະພາ 2026) ຄົບຮອບ 67 ປີ;

ໃນຕອນທ້າຍ, ທ່ານ ນາງ ວຽງດາລີ ສຸພານຸວົງ ວ່າການແທນເລຂາໜ່ວຍພັກ ສປງ ໃຫ້ກຽດເຜີຍແຜ່ ເອກະສານທີ 05 ຄື: ວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890-19 ພຶດສະພາ 2026) ຄົບຮອບ 136 ປີ ແລະ ເອກະສານທີ 06 ຄື: ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 2026) ຄົບຮອບ 66 ປີ.
ຈຸດປະສົງຫຼັກໃນການເຜີຍແຜ່ເອກະສານໃນຄັ້ງນີ້ ເພື່ອເປັນການຫວນຄືນ ແລະ ເຊື່ອມຊື່ມເອກະສານ ຂອງພັກ-ຂອງລັດໃຫ້ພະນັກງານທັງໝົດ ຂອງ ສປງ ກໍາໄດ້ເຖິງພາລະກໍາປະຫວັດສາດ ຂອງບັນດາວິລະບູລຸດ ທີ່ຄວນເຊີດຊູຕໍ່ກັບຜົນງານທີ່ຍາດມາໄດ້ຢ່າງເດັດດ່ຽວ ດ້ວຍພະລັງແຫ່ງຄວາມສາມັກຄີ.
ພິທີເຜີຍແຜ່ເອກະສານສໍາຄັນຂອງຊາດ-ຂອງພັກໃນຄັ້ງນີ້ ບໍ່ເປັນພຽງແຕ່ການຈັດພິທີ ໃນຮູບການ ເທົ່ານັ້ນ, ແຕ່ມັນໄດ້ສະແດງເຖິງການລໍ້າລຶກເຖິງຄຸນງາມຄວາມດີ ແລະ ພາລະກໍາປະຫວັດສາດ ຂອງນັກປັດ ສະຍາແບບວິທະຍາສາດຂອງໂລກ ລວມໄປເຖິງບັນດາວິລະຊົນຂອງຊາດທີ່ຍາດເອົາໄຊຊະນະມາໄດ້ຢ່າງ ສົມກຽດອັນສະຫງ່າງາມ ແລະ ຍັງເປັນການເຊື່່ອມຊືມເອົາແນວຄວາມຄິດຈາກນັກປັດສະຍາລະດັບໂລກ, ວິລະກໍາຂອງບັນດາວິລະຊົນຜູ້ເດັດດ່ຽວ-ກ້າຫານ ເພື່ອເອົາບັນດາເນື້ອໃນຂອງເອກະສານເຫຼົ່ານັ້ນ ເຂົ້າມາດັດ ປັບໝູນໃຊ້ເປັນບົດຮຽນໃນໄລຍະຍາວໃນອົງກອນເວົ້າລວມ ເວົ້າສະເພາະກໍຄື ສປງ.
|





