1

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2026, ສຳນັກງານປົກປ້ອງເງິນຝາກ ໄດ້ເຂົ້າຮ່ວມຂະບວນການວັນປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບຮອບ 46 ປີ, ຮ່ວມກັບຄະນະນຳຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍມີ ສະຫາຍ ນ. ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ ທຫລ, ຜູ້ວ່າການ ທຫລ ໃຫ້ກຽດເຂົ້າຮ່ວມພິທີ ປູກຕົ້ນໄມ້ ຂອງຂະແໜງທະນາຄານ ຢູ່ສະຖາບັນການທະນາຄານ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 46 ປີ (01 ມິຖຸນາ 1980-01 ມິຖຸນາ 2026).

ພາຍໃຕ້ຄຳຂັວນ: “ຮ່ວມແຮງຮ່ວມໃຈ ຊ່ວຍກັນ ປູກຕົ້ນໄມ້ ຢ່າງໜ້ອຍ ໜຶ່ງຕົ້ນຕໍ່ຄົນຕໍ່ປີ”, ມີ ສະຫາຍຮອງເລຂາ ຄະນະບໍລິຫານງານພັກ  ທຫລ, ສະຫາຍ ກຳມະການປະຈຳພັກ-ກຳມະການພັກ ທຫລ, ຄະນະກົມ-ທຽບເທົ່າ, ຄະນະຜູ້ອຳນວຍການທະນາຄານທຸລະກິດລັດ, ບັນດາອົງການຈັດຕັ້ງມະຫາຊົນ ຂັ້ນ ທຫລ ພ້ອມດ້ວຍສະມາ ຊິກ ແລະ  ພະນັກງານ-ລັດຖະກອນ ຂະເເໜງທະນາຄານ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີໃນຄັ້ງນີ້ແມ່ນໜຶ່ງໃນກິດຈະກໍາ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທີ່ໝູນວຽນມາຄົບຮອບ 46 ປີ, ທັງເປັນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການເພີ່ມທະວີພື້ນທີ່ສີຂຽວ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງທັດສະນີຍະພາບ ໃຫ້ມີຄວາມຮົ່ມເຢັນ, ສວຍງາມ ພາຍໃນສະຖານການສຶກສາ ເຊິ່ງເປັນສະຖານທີ່ຫຼໍ່ຫຼອມຊັບພະຍາກອນມະນຸດ ຂອງຂະແໜງທະນາຄານພວກເຮົາ ທັງໃນສະເພາະໜ້າ ແລະ ໃນອະນາຄົດ.

ພິທີດັ່ງກ່າວໄດ້ນໍາເອົາເບ້ຍໄມ້ກິນໝາກ ແລະ ເບ້ຍໄມ້ອຸດສາຫະກໍາ ຈໍານວນຫຼາຍສິບຕົ້ນມາປູກອ້ອມຮອບ ສທຄ ເພື່ອໃຫ້ມີສີຂຽວ ແລະ ຮົ່ມເຢັນໃນຕໍ່ໜ້າ. ການຈັດກິດຈະກຳໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງ ຄວາມສາມັກຄີ ແລະ ເຫັນໄດ້ຄວາມສຳຄັນຂອງປ່າໄມ້ ເພື່ອຮັກສາສະພາບແວດລ້ອມໃຫ້ອຸດົມສົມບູນ; ພິທີຄັ້ງນີ້ໄດ້ບັນລຸຜົນສຳເລັດຕາມຈຸດປະສົງ-ລະດັບຄາດໝາຍທີ່ວາງໄວ້ເປັນຢ່າງດີ.

ໃນວັນດຽວກັນ ພາຍຫຼັງສໍາເລັດຂະບວນການ ປູກຕົ້ນໄມ້ ທີ່ຫ້ອງການ ສປງ ກໍໄດ້ຈັດກິດຈະກໍາມອບ-ຮັບຂອງວັນເດັກນ້ອຍສາກົນ ໃຫ້ກັບລູກຫຼານພະນັກງານ ສປງ ເພື່ອເປັນການສ້າງຂະບວນການຊຸກຍູ້ສົ່ງເສີມໃຫ້ເດັກນ້ອຍໄດ້ຮັບຂອງຂວັນໃນວັນພິເສດຂອງພວກເຂົາ ແລະ ເປັນກຳລັງໃຈໃຫ້ເດັກນ້ອຍທຸກຄົນໄດ້ຮັບໂອກາດດີໆແບບນີ້ ເພື່ອໃຫ້ພວກເຂົາຮັບຮູ້ ແລະ ມີກຳລັງໃຈວ່າສັງຄົມຜູ້ໃຫຍ່ຍັງໃຫ້ຄວາມສຳຄັນແກ່ເດັກນ້ອຍ ທຸກຄົນປຽບເໝືອນອະນາຄົດຂອງຊາດ.

ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ

ຂ່າວສານ