ຮັບ ໜ້າທີ່ 1

ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2026, ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດພະນັກງານຂັ້ນສູງຮັບອຸດໜູນບໍານານ ແລະ ແຕ່ງຕັັ້ງພະນັກງານນໍາພາ-ຄຸຸ້ມຄອງຂອງ ທຫລ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຜູ້ວ່າການ ທຫລ, ມີບັນດາສະຫາຍ ກໍາມະການພັກ ທຫລ, ຄະນະກົມ-ທຽບເທົ່າ, ຄະນະອໍານວຍການທະນາຄານທຸລະກິດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ ແລະ ແຂກເຂົ້າຮ່ວມຢ່າງພ້ອມພຽງ.

ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 21 ແລະ 22/ນຍ, ລົງວັນທີ 04 ມີນາ 2026 ແລະ ຂໍ້ຕົກລົງຂອງ ຜູ້ວ່າການ ທຫລ ສະບັບເລກທີ 389, 390/ທຫລ ລົງວັນທີ 08 ພຶດສະພາ 2026, ພິທີໄດ້ປະກາດອະນຸມັດໃຫ້ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ ອອກພັກການ-ຮັບອຸດໜຸນບໍານານ ນັບແຕ່ເດືອນ ພຶດສະພາ 2026 ເປັນຕົ້ນໄປ ຊຶ່ງທ່ານ ວົງພະຈັນ ແສງສຸວັນ ແມ່ນພະນັກງານຫຼັກແຫຼ່ງທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານທະນາຄານ ມາຫຼາຍກວ່າ 40 ປີ. ພ້ອມດຽວກັນນີ້, ໄດ້ມີການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ວຽງດາລີ ສຸພານຸວົງ (ອະດີດຮອງກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທຫລ) ຂຶ້ນດໍາລົງຕໍາເເໜ່ງເປັນ ວ່າການແທນເລຂາໜ່ວຍພັກ, ວ່າການແທນຫົວໜ້າສໍານັກງານປົກປ້ອງເງິນຝາກ (ຜູ້ໃໝ່).

ໃນໂອກາດນີ້, ທ່ານ ຜູ້ວ່າການ ທຫລ ກໍໄດ້ໃຫ້ກຽດມີຄໍາເຫັນບາງຕອນ ເພື່ອໃຫ້ພະນັກງານຫຼັກແຫຼ່ງນໍາພາ ທີ່ໄດ້ຜ່ານການທົດສອບຫຼໍ່ຫຼອມຈາກຂະບວນການວຍກງານຕົວຈິງ ແລະ ຖືກມອບໝາຍໃຫ້ຮັບຜິດຊອບໜ້າທີ່ວຽກງານທີ່ສໍາຄັນ ຢູ່ກົມກອງກ່ຽວຂ້ອງ; ການປະກອບສ່ວນເຄື່ອນໄຫວວຽກງານຜ່ານມາ ພວກກ່ຽວພ້ອມດ້ວຍໝູ່ຄະນະ ໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ຈົນມີຜົນສໍາເລັດເປັນກ້າວໆມາ. ການຄົ້ນຄວ້າປັບປຸງຄັ້ງນີ້, ຄະນະປະຈໍາພັກ ທຫລ ໄດ້ມີການຄົ້ນຄວ້າຢ່າງເລິກເຊິ່ງຮອບດ້ານ-ມີຄວາມເປັນເອກະພາບສູງ ໂດຍສະເພາະແມ່ນການປະຕິບັດລະບອບສັບປ່ຽນໜ້າທີ່-ບ່ອນປະຈໍາການ ແລະ ການແຕ່ງຕັ້ງຂຶ້່ນຕໍາແໜ່ງໃໝ່ໃນຄັ້ງນີ້.

ພິທີປະກາດການຈັດຕັ້ງໃນຄັ້ງນີ້ ແນໃສ່ປັບປຸງວຽກງານໃຫ້ເຄື່ອນໄຫວຄ່ອງຕົວຂຶ້ນ ແລະ ທັງເປັນການກໍ່ສ້າງຍົກລະດັບພະນັກງານຂັ້ນນໍາພາ-ຄຸ້ມຄອງຂອງ ສໍານັກງານປົກປ້ອງເງິນຝາກ ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມເຂັ້ມເເຂງໃນການປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ ທຫລ, ເປັນເຂັມທິດຊີ້ນໍາທາງໃນການປັບປຸງກົນໄກການເຮັດວຽກຢ່າງມີປະສິດທິຜົນ ແລະ ພັດທະນາລະບົບການປົກປ້ອງເງິນຝາກໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງຂຶ້ນເລື້ອຍໆ.

 

 

ຮູບພາບ: ທຫລ

ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ ສປງ

ຂ່າວສານ