ໃນວັນທີ 10 ຕຸລາ 2025 ທີ່ຜ່ານມາ, ທີ່ ໂຮງແຮມ DoubleTree by Hilton, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມເຜີຍແຜ່ ໃນຫົວຂໍ້: “ຍຸດທະສາດການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ” ໃຫ້ກັບ ບັນດາສະມາຊິກຂອງ ສປງ ແລະ ບາງກົມທີ່ກ່ຽວຂ້ອງຂອງ ທະນາຄານແຫ່ງ ສປປ ລາວ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສປງ ພ້ອມດ້ວຍ ການເຂົ້າຮ່ວມຂອງຄະນະ ສປງ, ຄະນະພະແນກ, ວິຊາການ ຈາກ ສປງ ແລະ ທຫລ ລວມທັງ ຕາງໜ້າຈາກບັນດາສະມາຊິກ ຂອງ ສປງ ຈໍານວນ 90 ກວ່າຄົນ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການນໍາສະເໜີພາບລວມວຽກງານປົກປ້ອງເງິນຝາກ ຂອງສາກົນ ແລະ ຂອງ ສປປ ລາວ ບັນຍາຍໂດຍ ທ່ານ ນ. ທິບພະພອນ ມຸນິວົງ ຮອງຫົວໜ້າພະແນກ ບໍລິຫານ-ຈັດຕັ້ງ ສປງ ແລະ ເຜີຍແຜ່ຍຸດທະສາດສືບຕໍ່ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ ໂດຍທ່ານ ບຸນມີ ມ້າວຄໍາຜີວ ຊ່ຽວຊານໂຄງການສ້າງຄວາມເຂັ້ມແຂງໃນຕາໜ່າງຄວາມປອດໄພຂອງຂະແໜງການເງິນຂອງ ສປປ ລາວ.

ຍຸດທະສາດສືບຕໍ່ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນ ສປປ ລາວ ເປັນເອກະສານສະບັບປັບປຸງ ທີ່ຖືກຮັບຮອງຈາກສະພາບໍລິຫານ ສປງ ໃນວັນທີ 16 ມິຖຸນາ 2025 ຊຶ່ງ ຍຸດທະສາດສະບັບທໍາອິດ ໄດ້ຖືກຮັບຮອງໃນວັນທີ 13 ມີນາ 2023 ພາຍໃຕ້ການສະໜັບສະໜູນ ຈາກທະນາຄານໂລກ ຜ່ານໂຄງການສ້າງຄວາມເຂັ້ມແຂງໃນຕາໜ່າງຄວາມປອດໄພຂອງຂະແໜງການເງິນ (Financial Sector Safety Net Strengthening Project ຫຼື FSNP).
ອີງໃສ່ຜົນການສໍາຫຼວດຄວາມຮັບຮູ້ຂອງສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ ໃນປີ 2023 ເຫັນວ່າສັງຄົມ ຮູ້ຈັກ ສປງ ພຽງແຕ່ 10% ຂອງຈໍານວນກຸ່ມຕົວຢ່າງ 2,000 ຄົວເຮືອນ ໃນຂອບເຂດທົ່ວປະເທດ. ສະນັ້ນ, ອີງໃສ່ຕົວເລກດັ່ງກ່າວ ຈຶ່ງເຮັດໃຫ້ ສປງ ຕັ້ງຄາດໝາຍສູ້ຊົນ ເພື່ອກໍານົດເປັນແຜນຈຸດສຸມລະອຽດ ແນໃສ່ເຮັດໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບ ສປງ ຫຼາຍຂຶ້ນ ຈາກ 10% ເປັນ 20% ໃນປີ 2027. ສະນັ້ນ, ການເຜີຍແຜ່ວຽກງານໃນຄັ້ງນີ້ ກໍນອນໃນຍຸດທະສາດຂອງ ສປງ ໃນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມທັງໝົດ ໂດຍສະເພາະແມ່ນບັນດາສະມາຊິກຂອງ ສປງ ທີ່ນອນຢູ່ໃນກຸ່ມເປົ້າໝາຍ ທີ່ຈະເປັນຜູ້ຊ່ວຍໂຄສະນາໃຫ້ສັງຄົມ ກໍຄື ຜູ້ຝາກເງິນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດຂອງ ສປງ ໃຫ້ຫຼາຍຂຶ້ນກວ່າເກົ່າ.







