ແລະ ກົມບັນຊີ 1

ໃນວັນທີ 15 ພຶດສະພາ 2026, ທີ່ ຫ້ອງປະຊຸມດອກວາດສະໜາ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວິຊາສະເພາະລະຫວ່າງ ສໍານັກງານປົກປ້ອງເງິນຝາກ ກັບກົມບັນຊີ ແລະ ການເງິນ ທະນາຄານແຫ່ງ ສປປ ລາວ (ທຫລ) ກ່ຽວກັບວຽກງານງົບປະມານປະຈໍາປີ ຂຶ້ນໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ. ພ້ອມນີ້,  ຍັງມີ ທ່ານ ນ. ສອນນາລີ ພົມມາໄຊ ຮອງຫົວໜ້າກົມບັນຊີ ແລະ ການເງິນ ທຫລ, ບັນດານັກວິທະຍາກອນຈາກກົມບັນຊີ ແລະ ການເງິນ ທຫລ ຕະຫຼອດຮອດຄະນະພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການເຄື່ອນໄຫວວຽກງານຈຸດສຸມ ປະຈໍາປີ 2026 ຂອງສໍານັກງານປົກປ້ອງເງິນຝາກ ໂດຍມີຈຸດປະສົງເນັ້ນໜັັກໃສ່ການພັດທະນາບຸກຄະລາກອນຂອງສໍານັກງານປົກປ້ອງເງິນຝາກ ໃຫ້ມີການຍົກລະດັບຄວາມຮູ້-ຄວາມສາມາດ ທາງດ້ານວຽກງານການເງິນ ແລະ ການຂຶ້ນແຜນງົບປະມານປະຈໍາປີ ເນື່ອງຈາກວຽກງານງົບປະມານ ເປັນວຽກງານທີ່ມີຄວາມສໍາຄັນ ຊຶ່ງຕິດພັນກັບການເຄື່ອນໄຫວວຽກງານຮອບດ້ານ ເພື່ອໃຫ້ສາມາດນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຂອງສໍານັກງານປົກປ້ອງເງິນຝາກ ໃຫ້ມີປະສິດທິພາບສູງຂຶ້ນ.

ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນເປັນເວລາ 01 ວັນເຕັມ, ບັນດານັກວິທະຍາກອນຈາກ ກົມບັນຊີ ແລະ ການເງິນ ທຫລ ໄດ້ນໍາສະເໜີບົດບັນຍາຍໃນ 03 ຫົວຂໍ້ຫຼັກທີ່ສໍາຄັນດັ່ງນີ້:

  • ນິຕິກໍາທີ່ກ່ຽວຂ້ອງ: ເປັນການສ້າງຄວາມຮັບຮູ້ກ່ຽວກັບ ກົດໝາຍວ່າດ້ວຍ ທຫລ (ສະບັບປັບປຸງ ປີ 2024), ດໍາລັດວ່າດ້ວຍການເງິນ ແລະ ການບັນຊີ ຂອງ ທຫລ, ຂໍ້ຕົກລົງ ແລະ ນິຕິກໍາຕ່າງໆ ທີ່ຕິດພັນກັບການຄຸ້ມຄອງ ແລະ ດັດແກ້ແຜນງົບປະມານ;

  • ກົນໄກການຈັດຕັ້ງປະຕິບັດງົບປະມານ: ເນັ້ນໃສ່ພາບລວມຂອງໂຄງປະກອບງົບປະມານ (ລາຍຮັບ, ລາຍຈ່າຍ, ຜົນໄດ້ຮັບສຸດທິ), ຂະບວນການ ແລະ ຫຼັກການສ້າງແຜນງົບປະມານ, ການຈັດຕັ້ງປະຕິບັດ ແລະ ການສະຫຼຸບ-ລາຍງານ ຕາມແບບຟອມທີ່ກໍານົດ;
  • ບົດຮຽນສາກົນ: ບັນດາບົດຮຽນສາກົນທີ່ ທຫລ ສາມາດຖອດຖອນໄດ້ ແລະ ຂະບວນການຈັດຕັ້ງປະຕິບັດງົບປະມານ ຈາກທະນາຄານກາງຂອງປະເທດອອ້ມຂ້າງ ເປັນຕົ້ນແມ່ນ ສສ. ຫວຽດນາມ, ສປ. ຈີນ ແລະ ປະເທດໄທ.

 

ໃນຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມໄດ້ຮ່ວມການສົນທະນາ, ຖອດຖອນບົດຮຽນ ແລະ ຕັ້ງຄໍາຖາມເຈາະຈິ້ມ ແລກປ່ຽນຄໍາຄິດເຫັນ ທີ່ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ຊຶ່ງເຮັດໃຫ້ກອງປະຊຸມໃນຄັ້ງນີ້ໄດ້ຮັບໝາກຜົນເປັນຢ່າງດີ. ໝາກຜົນ ແລະ ປະສົບການອັນເປັນປະໂຫຍດຈາກກົມບັນຊີ ແລະ ການເງິນ ທຫລ ໃນຄັ້ງນີ້, ສໍານັກງານປົກປ້ອງເງິນຝາກ ຈະໄດ້ນໍາໄປຜັນຂະຫຍາຍ, ປັບປຸງ ແລະ ໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະແມ່ນການຂຶ້ນແຜນງົບປະມານປະຈໍາປີ ໃຫ້ມີຄວາມໜັກແໜ້ນ, ຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງຕາມລະບຽບຫຼັກການໃນຕໍ່ໜ້າ.

 

 

ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ

ຂ່າວສານ