ວັນທີ 25 ພະຈິກ 2025 ຢູ່ທີ່ໂຮງແຮມ ລາວພາຊາ ນະຄອນຫຼວງວຽງຈັນ, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມກອງປະຊຸມ ພ້ອມທັງ ເປັນສ່ວນໜຶ່ງໃນການວາງສະແດງຜົນງານ ເພື່ອຈັດຕັ້ງການໂຄສະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບ ວຽກງານປົກປ້ອງເງິນຝາກ ຢູ່ໃນກອງປະຊຸມສະມາຊິກ ສະມາຄົມການເງິນຈຸລະພາກລາວ (ສມກຈ) ປະຈໍາປີ 2025. ກອງຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ຜົນການດໍາເນີນງານ ສມກຈ ປີ 2025 ແລະ ແຜນປະຈໍາປີ 2026, ຄວາມສໍາຄັນຂອງການກໍານົດເປົ້າຫມາຍລູກຄ້າ ແລະ ຂະແຫນງການປ່ອຍກູ້ ພາຍໃຕ້ຫົວຂໍ້ຫຼັກ: “ການໃຫ້ບໍລິການທາງດ້ານການເງິນດ້ວຍຄວາມຮັບຜິດຊອບ” ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ວິສອນ ໄຊສົງຄາມ ຫົວຫນ້າກົມຄຸ້ມຄອງສະຖາບັນການເງິນທີີ່ບໍ່ແມ່ນທະນາຄານ ແລະ ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສມກຈ ມີຜູ້ເຂົ້າຮ່ວມຫຼາຍກວ່າ 110 ຄົນ.

ພ້ອມນັ້ນ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສປງ ຍັງໄດ້ຂຶ້ນນໍາສະເໜີກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ທີ່ປະຊຸມ ກໍຄື ສະມາຊິກ ສະມາຄົມການເງິນຈຸລະພາກລາວ ທັງໝົດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງ ປະຫວັດຄວາມເປັນມາ, ຄວາມໝາຍ-ຄວາມສໍາຄັນ ຂອງວຽກງານປົກປ້ອງເງິນຝາກ ລວມທັງ ຜົນປະໂຫຍດໃນການເຂົ້າເປັນສະມາຊິກ ສປງ ໂດຍສະເພາະແມ່ນ ບັນດາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ທີ່ຍັງບໍ່ທັນເຂົ້າເປັນສະມາຊິກ.

ໄປຄຽງຄູ່ກັນນັ້ນ, ການເຂົ້າຮ່ວມວາງສະແດງຜົນງານ ແລະ ຜະລິດຕະພັນຂອງ ສປງ ໃນງານຄັ້ງນີ້ ມີຈຸດປະສົງເພື່ອເປັນການໂຄສະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ເປັນທີ່ຮູ້ຈັກເພີ່ມເຕີມ ແກ່ບັນດາຜູ້ເຂົ້າຮ່ວມງານຄັ້ງນີ້ຊຶ່ງຜົນງານ ແລະ ຜະລິດຕະພັນຂອງ ສປງ ທີ່ໄດ້ວາງສະແດງ ປະກອບດ້ວຍ ປຶ້ມ 20 ປີ, 25 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປງ, ປຶ້ມດໍາລັດວ່າດ້ວຍການປົກປ້ອງເງິນຝາກ, ຄັນຮົ່ມ, ກະຕຸກນໍ້າ, ຖົງຜ້າປ່ານລາວ, ເສື້ອຢືດ, ໝວກ, ປຶ້ມບັນທຶກ, ບິກຂຽນ ແລະ ແຜ່ນພັບຂອງ ສປງ. ສະນັ້ນ, ການໂຄສະນາເຜີຍແຜ່ວຽກງານໃນຄັ້ງນີ້ ກໍນອນໃນຍຸດທະສາດຂອງ ສປງ ໃນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມທັງໝົດ ທີ່ຈະເປັນຜູ້ຊ່ວຍໂຄສະນາໃຫ້ສັງຄົມ ກໍຄື ຜູ້ຝາກເງິນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດຂອງ ສປງ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວສານ