Picture1 1

ງານມະຫາກຳການເງິນລາວ 2025 (Lao Money Expo 2025) ພາຍໃຕ້ຄໍາຂວັນ: “ການເງິນ ເພື່ອການເຕີບໂຕ” ທີ່ຈັດຂຶ້ນໂດຍ ທະນາຄານແຫ່ງ ສປປ ລາວ ຮ່ວມກັບບໍລິສັດ ແຮັບປີ້ອີເວັ້ນ ໃນລະຫວ່າງວັນທີ 15-21 ທັນວາ 2025 ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ໄດ້ສິ້ນສຸດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 21 ທັນວາ 2025 ໂດຍໃຫ້ກຽດກ່າວປິດງານໂດຍ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ. ງານໃນຄັ້ງນີ້ ຖືເປັນເວທີທີ່ສຳຄັນໃນການເຊື່ອມໂຍງທາງລະບົບການເງິນ, ການທະນາຄານ ແລະ ການລົງທຶນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດການເງິນຂອງ ສປປ ລາວ

ຕະຫຼອດໄລຍະເວລາ 07 ວັນ ຂອງການຈັດງານ ໄດ້ມີການຈັດເວທີສົນທະນາ ເພື່ອແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ ດ້ານເສດຖະກິດ, ການເງິນ-ການທະນາຄານ ລະຫວ່າງ ຫຼາກຫຼາຍກຸ່ມຄົນ ຈາກທັງພາກລັດ, ເອກະຊົນ ແລະ ຈາກສາກົນ ເພື່ອປະກອບສ່ວນເສີມສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ມວນຊົນ ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ; ການພັດທະນາດ້ານການບໍລິການຂອງລະບົບສະຖາບັນການເງິນ, ດ້ານເຕັກໂນໂລຊີດ້ານການເງິນຂອງຫົວໜ່ວຍທຸລະກິດຢູ່ ສປປ ລາວ ໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ; ບົດຮຽນ ແລະ ທ່າອ່ຽງຂອງການພັດທະນາເຕັກໂນໂລຊີດ້ານການເງິນ ຢູ່ພາກພື້ນ ແລະ ສາກົນ; ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ ເຂົ້າເຖິງການບໍລິການດ້ານການເງິນ ຮູບແບບຕ່າງໆ.

ໃນນັ້ນ, ສຳນັກງານປົກປ້ອງເງິນຝາກ (ສປງ) ຕາງໜ້າໂດຍທ່ານ ນ. ດາວມະນີວອນ ວິໄລວຽງ ຮອງຫົວໜ້າສຳນັກງານປົກປ້ອງເງິີນຝາກ ກໍໄດ້ເຂົ້າຮ່ວມເວທີສົນທະນາ ພາຍໃຕ້ຫົວຂໍ້: “ການເພິ່ມມູນຄ່າເງິນຢ່າງປອດໄພ ແລະ ການປົກປ້ອງຜູ້ບໍລິໂພກທາງດ້ານການເງິນ” ຊຶ່ງຖືເປັນໂອກາດດີຂອງ ສປງ ໃນການນໍາສະເໜີວຽກງານປົກປ້ອງເງິນຝາກ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ແລະ ຜົນປະໂຫຍດທີ່ປະຊາຊົນ ກໍຄື ຜູ້ຝາກເງິນຈະໄດ້ຮັບຈາກວຽກງານປົກປ້ອງເງິນຝາກ. ຕິດພັນກັບຫົວຂໍ້ສົນທະນາໃນຄັ້ງນີ້ ເຫັນວ່າ ການຝາກເງິນ ແມ່ນການອອມເງິນທີ່ໄດ້ຮັບຜົນຕອບແທນເປັນດອກເບ້ຍ ພ້ອມທັງ ຍັງສາມາດເພີ່ມມູນຄ່າເງິນຂອງເຮົາໄດ້ ແທນທີ່ຈະເກັບເງິນສົດໄວ້ເຮືອນ ໄປຄຽງຄູ່ກັບການມີ ສປງ ທີ່ເປັນຜູ້ຮັບປະກັນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ໃນເວລາທີ່ນໍາເງິນຂອງຕົນໄປຝາກໄວ້ກັບສະມາຊິກ ສປງ ແຫ່ງໃດແຫ່ງໜຶ່ງ ວ່າເງິນຝາກຂອງຕົນນັ້ນມີຄວາມປອດໄພ ແລະ ຕົນເອງຈະໄດ້ຮັບເງິນຝາກຄືນແນ່ນອນ ຕາມລະບຽບການ ໃນກໍລະນີທີ່ສະມາຊິກແຫ່ງນັ້ນ ຫາກບໍ່ສາມາດປະຕິບັດພັນທະຂອງຕົນຕໍ່ຜູ້ຝາກເງິນໄດ້ (ກໍລະນີຜູ້ຝາກເງິນບໍ່ສາມາດຖອນເງິນຝາກໄດ້) ຫຼື ຢູ່ໃນສະພາວະລົ້ມລະລາຍ.

 

ສໍາລັບ ສປງ ເອງ ກໍໄດ້ໂຄສະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ຜູ້ເຂົ້າຮ່ວມງານ ເພື່ອໃຫ້ສັງຄົມໄດ້ເຂົ້າໃຈເຖິງຄວາມສໍາຄັນກ່ຽວກັບວຽກງານປົກປ້ອງເງິນຝາກ ພ້ອມທັງແຈກຂອງລາງວັນຫຼາກຫຼາຍລາຍການທີ່ເປັນວັດຖຸພັນຂອງ ສປງ ເປັນຕົ້ນແມ່ນ: ກະຕຸກນໍ້າ, ຄັນຮົ່ມ, ເສື້ອ, ໝວກ, ຖົງຜ້າປ່ານ, ປະຕິທິນແຂວນຝາ-ຕັ້ງໂຕະ ແລະ ປື້ມບັນທຶກ ພ້ອມທັງແຈກຢາຍບິກຂຽນ, ແຜ່ນພັບ, ປື້ມດໍາລັດວ່າດ້ວຍການປົກປ້ອງເງິນຝາກ, ປຶ້ມ 20 ປີ ຂອງ ສປງ ແລະ ປຶ້ມ 25 ປີ ຂອງ ສປງ ຈໍານວນໜຶ່ງ ໃຫ້ແກ່ຜູ້ເຂົ້າຮ່ວມທີ່ປະກອບສ່ວນໃນການຕັ້ງຄໍາຖາມ ຫຼື ຫຼິ້ນກິດຈະກໍາດັ່ງກ່າວດ້ວຍ. ຜ່ານການເຂົ້າຮ່ວມງານດັ່ງກ່າວ ເຫັນວ່າບັນດາພະນັກງານຈາກຫຼາຍພາກສ່ວນ ແລະ ຜູ້ເຂົ້າຮ່ວມງານ ທັງຄົນລາວ ແລະ ຕ່າງປະເທດ ໄດ້ໃຫ້ຄວາມສົນໃຈຕໍ່ກັບວຽກງານປົກປ້ອງເງິນຝາກ ໂດຍສັງເກດເຫັນໄດ້ຈາກການສອບຖາມຂໍ້ມູນ-ການຕັ້ງຄໍາຖາມຕ່າງໆ. ພ້ອມນີ້, ເຫັນວ່າ ມີຜູ້ຕິດຕາມຜ່ານທາງເຟສ໌ບຸກເພສ ສປງ ມີຈໍານວນເພີ່ມຂື້ນ ແລະ ການກົດແຊຣ໌ໂພສການຈັດງານໃນຄັ້ງນີ້ ສາມາດເຂົ້າເຖິງຜູ້ໃຊ້ງານເຟສ໌ບຸກ ໄດ້ເຖິງ 15,000 ຄົນ ຈາກການຫຼີ້ນກິດຈະກໍາຖາມ-ຕອບ.

ຂ່າວສານ