ໃນວັນທີ 15 ທັນວາ 2025 ທີ່ສູນການຄ້າລາວໄອເຕັກ ໄດ້ຈັດພິທີເປີດງານມະຫາກຳການເງິນ (Lao Money Expo 2025) ຢ່າງເປັນທາງການ, ເຊິ່ງຈັດໂດຍ ທະນາຄານແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດແຮັບປີ້ອີເວັ້ນ ພາຍໃຕ້ຄໍາຂວັນ: “ການເງິນເພື່ອການເຕີບໂຕ”ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນ. ບຸນຄຳ ວໍລະຈິດ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນໍາຂັ້ນສູງຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງສະຫະພັນກໍາມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ຄະນະກໍາມະທິການແຜນການ ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ; ລວມທັງຕາງໜ້າຈາກສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາພະນັກງານຫຼັກແຫຼ່ງຈາກທະນາຄານແຫ່ງ ສປປ ລາວ ແລະ ບັນດາກະຊວງກ່ຽວຂ້ອງ; ບັນດາແຂກທີ່ມາຈາກທົ່ວລະບົບສະຖາບັນການເງິນ ຂອງ ສປປ ລາວ ແລະ ຫຼາກຫຼາຍຂົງເຂດ.

ໃນງານຄັ້ງນີ້, ສໍານັກງານປົກປ້ອງເງິນງຝາກ (ສປງ) ໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນການວາງສະແດງຜົນງານ ເພື່ອຈັດຕັ້ງການໂຄສະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ; ພາຍໃນງານວາງສະແດງຄັ້ງນີ້ຍັງປະກອບມີບັນດາທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ບໍລິສັດປະກັນໄພ ແລະ ຫົວໜ່ວຍທຸລະກິດອື່ນໆເຂົ້າຮ່ວມ ຫຼາຍກວ່າ 80 ຫົວໜ່ວຍ. ໃນງານຍັງເປັນບ່ອນລວມສູນການເຜີຍແຜ່ ແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ ດ້ານເສດຖະກິດ ການເງິນ-ການທະນາຄານ ເພື່ອປະກອບສ່ວນເສີມສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ມວນຊົນ ແລະ ການສົ່ງເສີມເຂົ້າເຖິງແຫຼ່ງທຶນ.

ຕະຫຼອດໄລຍະການຈັດງານ ສາມາດເຂົ້າຮ່ວມຫຼິ້ນກິດຈະກໍາ ແລະ ຖາມຕອບຄໍາຖາມກ່ຽວກັບວຽກງານປົກປ້ອງເງິນຝາກ ກັບບູດ ສປງ ເພື່ອລຸ້ນຮັບຂອງລາງວັນຫຼາກຫຼາຍລາຍການຈາກ ສປງ ໃນແຕ່ລະມື້. ພ້ອມນີ້, ຍັງມີການແຂ່ງຂັນວັດແທກລະດັບຄວາມຮູ້ຄວາມສາມາດ ດ້ານການເງິນການທະນາຄານ, ການຄໍານວນຄະນິດສາດ, ການວາງແຜນດ້ານການເງິນເພື່ອອະນາຄົດ, ການແຕ້ມຮູບ, ການສະແດງສິລະປະ (ຟ້ອນ, ຮ້ອງເພງ) ແລະ ດ້ານຄວາມຄິດສ້າງສັນຕ່າງໆ. ງານດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 7 ວັນ ຈົນເຖິງວັນທີ 21 ທັນວາ 2025, ຄາດວ່າຈະເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມທຸກກຸ່ມຄົນ ທັງຜູ້ທີ່ສົນໃຈເລີ່ມຮຽນຮູ້ ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ, ການບໍລິການຕ່າງໆຂອງລະບົບສະຖາບັນການເງິນ, ການພັດທະນາເຕັກໂນໂລຊີດ້ານການເງິນ ລວມທັງຜູ້ທີ່ຕ້ອງການຕໍ່ຍອດຄວາມຮູ້ທີ່ມີຢູ່ແລ້ວໃຫ້ຫຼາກຫຼາຍ, ກ້ວາງຂວາງ ແລະ ທົ່ວເຖິງຫຼາຍຂຶ້ນ.





