ປະທານ ກອງປະຊຸມ

ໜ່ວຍພັກສຳນັກງານປົກປ້ອງເງິນຝາກ (ສປງ) ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ປະຈຳ6ເດືອນຕົ້ນປິ 2026

25/08/2026
ວັນທີ 14 ສິງຫາ 2026, ໜ່ວຍພັກສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານ ກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານ ຂອງສະຫາຍ ນ. ວຽງດາລີ ສຸພານຸວົງ, ວ່າການແທນເລຂາໜ່ວຍພັກ ສປງ, ໂດຍມີສະມາຊິກພັກ ແລະ ມະຫາຊົນພາຍໃນສໍານັກງານເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາ ແລະ ແນວທາງທີ່ສໍາຄັນຂອງພັກ, ເຊິ່ງປະກອບມີ: Œ ຄໍາສັ່ງ ເລກທີ 01/ກມສພ (ລົງວັນທີ 3 ມັງກອນ 2018);  ຄໍາແນະນໍາ ເລກທີ 28/ຄຈສພ (ລົງວັນທີ 14 ກຸມພາ 2025); Ž...ອ່ານເພີ່ມເຕີມ - ໜ່ວຍພັກສຳນັກງານປົກປ້ອງເງິນຝາກ (ສປງ) ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ປະຈຳ6ເດືອນຕົ້ນປິ 2026
1

ສໍານັກງານປົກປ້ອງເງິນຝາກເຂົ້າຮ່ວມ ກອງປະຊຸມປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ

07/08/2026
ໃນວັນທີ 04 ສິງຫາ 2026, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໂດຍອີງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກໍລະກົດ 2026. ຊຶ່ງກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ພ້ອມດ້ວຍບັນດາຄະນະກົມ, ຄະນະຮັບຜິດຊອບ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ແລະ ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງຍຸຕິທໍາ ເຂົ້າຮ່ວມລວມທັງໝົດ 32 ທ່ານ. ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ສຸມໃສ່ປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຕາມການປະກອບຄໍາເຫັນຂອງບັນດາສະມາຊິກລັດຖະບານ ທີ່ໄດ້ໃຫ້ທັດສະນະໄວ້ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ກໍລະກົດ 2026 ຜ່ານມາ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກເຂົ້າຮ່ວມ ກອງປະຊຸມປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ
1

ສຳນັກງານປົກປ້ອງເງິນຝາກ ເຂົ້າຮ່ວມພິທີປະຖະກະຖາ ແລະ ຮ່ວມວາງສະແດງສິນຄ້າໃນງານຕະຫຼາດນັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ທີ່ ທະນາຄານແຫ່ງ ສປປ ລາວ

07/08/2026
ໃນວັນທີ 30 ກໍລະກົດ ທີ່ຜ່ານມາ, ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ຄະນະບໍລິຫານງານສະຫະພັນແມ່ຍິງທະນາຄານແຫ່ງ ສປປ ລາວ (ສມຍ.ທຫລ) ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນ. ວັດທະນາ ດາລາລອຍ ຮອງເລຂາຄະນະພັກ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນ. ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີບັນດາ​ສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງ ທຫລ, ຕາງໜ້າຈາກຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຮາກຖານ, ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບສະຫະພັນແມ່ຍິງແຕ່ລະຮາກຖານ, ບັນດາກົມ-ທຽບເທົ່າກົມ, ອົງການຈັດຕັ້ງຊາວໜຸ່ມ ແລະ ກໍາມະບານ ທຫລ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ເຂົ້າຮ່ວມພິທີປະຖະກະຖາ ແລະ ຮ່ວມວາງສະແດງສິນຄ້າໃນງານຕະຫຼາດນັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ທີ່ ທະນາຄານແຫ່ງ ສປປ ລາວ
ຮູບປະທານ

ສຳນັກງານປົກປ້ອງເງິນຝາກ(ສປງ) ແລະ ທະນາຄານຄຳ(LBB) ເປີດກອງປະຊຸມວິຊາການເຮັດວຽກຮ່ວມກັນ ເພື່ອເກັບກຳຂໍ້ມູນ

04/08/2026
ໃນວັນທີ 22 ກໍລະກົດ 2026 ທີ່ຜ່ານມາ, ທີ່ ທະນາຄານຄຳ ລາວ (Lao Bullion Bank ຫຼື LBB) ໄດ້ເປີດກອງປະຊຸມວິຊາການ ລະຫວ່າງ ສໍານັກງານປົກປ້ອງເງິນຝາກ (ສປງ) ແລະ LBB ເພື່ອເກັບກໍາຂໍ້ມູນ ແລະ ເຮັດວຽກຮ່ວມກັນ ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ ຊຶ່ງໃນກອງປະຊຸມ ໄດ້ມີຄະນະ ສປງ ພ້ອມດ້ວຍຄະນະພະແນກ, ວິຊາການທີ່ຮັບຜິດຊອບຕິດຕາມເກັບກໍາຂໍ້ມູນ ແລະ ຝ່າຍທະນາຄານຄໍາ ລາວ ກໍມີຕາງໜ້າຄະນະອໍານວຍການ, ຄະນະພະແນກ ແລະ ວິຊາການເຂົ້າຮ່ວມທັງໝົດ ຈໍານວນ 20 ຄົນ.   ຈຸດປະສົງ ຂອງການຈັດປະຊຸມວິຊາການໃນຄັ້ງນີ້ ເພື່ອລົງຢ້ຽມຢາມ, ເກັບກໍາຂໍ້ມູນ, ຮັບຊາບຜະລິດຕະພັນຂອງ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ(ສປງ) ແລະ ທະນາຄານຄຳ(LBB) ເປີດກອງປະຊຸມວິຊາການເຮັດວຽກຮ່ວມກັນ ເພື່ອເກັບກຳຂໍ້ມູນ
ຮູບ01

ສປງ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມດ້ານເນື້ອໃນຂອງຮ່າງກົດໝາຍ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານ ປະຈໍາເດືອນ ກໍລະກົດ 2026.

24/07/2026
ໃນວັນທີ 23 ກໍລະກົດ 2026, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມ ແລະ ບັນຫາທີ່ສໍາຄັນທາງດ້ານເນື້ອໃນຂອງບັນດາຮ່າງກົດໝາຍ ຊຶ່ງໃນນັ້ນມີຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກໍລະກົດ 2026 ນີ້. ກອງປະຊຸມຄັ້ງນີ້ ໄດ້ຮັບກຽດການເປັນປະທານຂອງ ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ພ້ອມດ້ວຍບັນດາຄະນະກົມ, ຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ເຂົ້າຮ່ວມທັງໝົດ 16 ທ່ານ. ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຕາງໜ້າຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍ ການປົກປ້ອງເງິນຝາກ ນໍາພາເຂົ້າຮ່ວມໂດຍທ່ານ ກິແກ້ວ ແສນທະວີສຸກ ຮອງຫົວໜ້າຫ້ອງການ ທະນາຄານ ແຫ່ງ ສປປ ລາວ ແລະ ທ່ານ ນ. ດາວມະນີວອນ ວິໄລວຽງ ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ....ອ່ານເພີ່ມເຕີມ - ສປງ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມດ້ານເນື້ອໃນຂອງຮ່າງກົດໝາຍ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານ ປະຈໍາເດືອນ ກໍລະກົດ 2026.