ເດີນທາງ ສປງ ຖ່າຍຮູບລວມ

ໃນລະຫວ່າງວັນທີ 17 ຫາ 20 ສິງຫາ 2026, ຄະນະຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ (ສປງ) ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຮ່ວມກັບ ທະນາຄານແຫ່ງກໍາປູເຈຍ ທີ່ ສໍານັກງານໃຫຍ່ ທະນາຄານແຫ່ງກໍາປູເຈຍ, ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ. ກອງປະຊຸມແລກປ່ຽນບົດຮຽນ ໃຫ້ກຽດກ່າວເປີດພິທີໂດຍທ່ານ ປອ. ໄລ ຊັອກເຮັງ (Lay Sokheng) ຜູ້ຊ່ວຍຜູ້ວ່າການ ແລະ ຫົວໜ້າກົມນິຕິກໍາ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນ, ທະນາຄານແຫ່ງກໍາປູເຈຍ ແລະ ກ່າວມີຄໍາເຫັນໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ.

ການເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານປົກປ້ອງເງິນຝາກຂອງ ສປປ ລາວ ລວມທັງ ການຄຸ້ມຄອງລະບົບທະນາຄານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບຕາ ໜ່າງຄວາມປອດໄພທາງດ້ານການເງິນຂອງທັງສອງປະເທດ.

ໃນໂອກາດແລກປ່ຽນບົດຮຽນດັ່ງກ່າວ, ຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ນໍາສະເໜີ ແລະ ແບ່ງປັນປະສົບການກ່ຽວກັບການເຄື່ອນໄຫວວຽກງານປົກປ້ອງເງິນຝາກຂອງ ສປປ ລາວ ໂດຍເນັ້ນໃສ່ 04 ຫົວຂໍ້ຕົ້ນຕໍ ດັ່ງນີ້: Œ ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຂອງ ສປປ ລາວ ລວມທັງກົນໄກການຮ່ວມມືໃນຕາໜ່າງຄວາມປອດໄພທາງດ້ານການເງິນ (Financial Safety Net);  ການບັນຊີ, ການບໍລິຫານທຶນ ແລະ ນະໂຍບາຍການລົງທຶນ; Ž ໂຄງລ່າງພື້ນຖານ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ລວມທັງ ການນໍາໃຊ້ລະບົບອັດຕະໂນມັດເຂົ້າໃນການເກັບເບ້ຍປະກັນເງິນຝາກ ແລະ ການຈ່າຍເງິນປົກປ້ອງໃຫ້ແກ່ຜູ້ຝາກເງິນຢ່າງມີປະສິດທິພາບ; ແລະ  ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ: ຍຸດທະສາດການປະຊາສຳພັນ ແລະ ການສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຕໍ່ກັບລະບົບສະຖາບັນການເງິນ ຂອງ ສປປ ລາວ.

 

ພ້ອມດຽວກັນນັ້ນ, ທາງດ້ານ ທະນາຄານແຫ່ງກໍາປູເຈຍ ກໍໄດ້ນໍາສະເໜີບົດຮຽນ ແລະ ປະສົບການໃນບັນດາຫົວຂໍ້ທີ່ສໍາຄັນ ດັ່ງນີ້: Œ ກົດໝາຍ ແລະ ນິຕິກໍາຄຸ້ມຄອງວຽກງານທະນາຄານ: ກອບກົດ   ໝາຍ ແລະ ລະບຽບການຄຸ້ມຄອງສະຖາບັນການເງິນໃນປະເທດກໍາປູເຈຍ;  ພາບລວມກ່ຽວກັບການກະກຽມວຽກງານປົກປ້ອງເງິນຝາກ: ທິດທາງ ແລະ ການກະກຽມຄວາມພ້ອມດ້ານຕ່າງໆ ຂອງທະນາຄານແຫ່ງກໍາປູເຈຍ; ແລະ Ž ພາບລວມກ່ຽວກັບກອບວຽກຄຸ້ມຄອງທະນາຄານ ລວມທັງກົນໄກການດໍາເນີນການຟື້ນຟູທະນາຄານ.

ກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເປັນກັນເອງ, ສະໜິດສະ  ໜົມ ແລະ ຮັບປະກັນເນື້ອໃນທີ່ອຸດົມສົມບູນ. ການແລກປ່ຽນຂໍ້ມູນ-ບົດຮຽນໃນຄັ້ງນີ້ ເປັນນິມິດໝາຍອັນດີໃນການເພີ່ມພູນຄູນສ້າງການຮ່ວມມືສອງຝ່າຍໃນອະນາຄົດ ລະຫວ່າງ ສໍານັກງານປົກປ້ອງເງິນຝາກ ຂອງ ສປປ ລາວ ແລະ ທະນາຄານແຫ່ງກໍາປູເຈຍ ພ້ອມທັງຈະເປັນຂໍ້ມູນພື້ນຖານອັນສໍາຄັນ ໃຫ້ພາກສ່ວນກ່ຽວຂ້ອງຂອງທະນາຄານແຫ່ງກຳປູເຈຍ ນຳໄປໝູນໃຊ້ ແລະ ດັດປັບເຂົ້າໃນການພັດທະນາວຽກງານປົກປ້ອງເງິນຝາກ ແລະ ການຮັກສາສະຖຽນລະພາບທາງດ້ານການເງິນຂອງປະເທດຕົນ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນໃນອະນາຄົດ.

 

ຮູບພາບ ແລະ ບົດຂ່າວໂດຍ: ພະເເນກບໍລິຫານ-ຈັດຕັ້ງ

ຂ່າວສານ