ໃນວັນທີ 4-6 ກັນຍາ 2026 ທີ່່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມເປີດບູດວາງສະແດງ ເພື່ອສືບຕໍ່ໂຄສະນາເຜີຍແຜ່ວຽກງານປົກປ້ອງເງິນຝາກ ໃຫ້ກັບພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ພະນັກງານຂອງສະຖາບັນການເງິນ, ທະຫານ-ຕໍາຫຼວດ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາຮ່ວມງານ “ເທດສະການຄຳລາວ 2026” (Lao Gold Festival 2026) ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ມຸ້ງເນັ້ນການເຊື່ອມໂຍງຄວາມຮ່ວມມື ດ້ວຍການສ້າງຄວາມເຊື່ອໝັ້ນ ແລະ ເຕີບໂຕແບບຍືນຍົງຮ່ວມກັນ”. ໃນພິທີເປີດດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ, ພ້ອມດ້ວຍບັນດາການນຳພັກ-ລັດ, ຜູ້ຕາງໜ້າບັນດາກະຊວງ, ອົງການຂອງລັດ, ສະຖານທູດ, ອົງການຈັດຕັ້ງສາກົນສະພາການຄ້າ, ສະມາຄົມຄຳ, ສະຖາບັນການເງິນ, ຜູ້ປະກອບການຄຳ ແລະ ເຄື່ອງປະດັບ, ນັກລົງທຶນ, ແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດ, ບັນດາສື່ມວນຊົນ ແລະ ປະຊາຊົນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ງານເທດສະການຄຳລາວ 2026 ຈັດຂຶ້ນໂດຍ ທະນາຄານຄຳລາວ ຈຳກັດ (Lao Bullion Bank – LBB) ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ, ພິທີງານຄັ້ງນີ້ເປັນເວທີສຳຄັນໃນການສົ່ງເສີມ ແລະ ຍົກລະດັບຂະແໜງການຄຳຂອງ ສປປ ລາວ ໃຫ້ມີມາດຕະຖານ, ຄວາມໂປ່ງໃສ, ຄວາມໜ້າເຊື່ອຖື ແລະ ສາມາດເຊື່ອມໂຍງກັບຕະຫຼາດພາກພື້ນ ແລະ ສາກົນໄດ້ຢ່າງຍືນຍົງ. ຈຸດປະສົງສຳຄັນຂອງການຈັດງານ ແມ່ນເພື່ອສ້າງເວທີແລກປ່ຽນຄວາມຮູ້, ປະສົບການ ແລະ ນະວັດຕະກຳໃນຂະແໜງ ການຄຳ; ສົ່ງເສີມການລົງທຶນ ແລະ ການຮ່ວມມືທາງທຸລະກິດ; ພັດທະນາຄຸນນະພາບການຜະລິດ, ການອອກແບບ, ການສ້າງແບຣນ ແລະ ການຕະຫຼາດ; ພ້ອມທັງສືບສານພູມປັນຍາ, ສິລະປະຫັດຖະກຳ ແລະ ມໍລະດົກອັນມີຄຸນຄ່າຂອງຄຳລາວ.
ໃນງານດັ່ງກ່າວ, ຍັງມີກອງປະຊຸມສຳມະນາ, ບົດປາຖະກະຖາພິເສດ ແລະ ການສົນທະນາຈາກຜູ້ຊ່ຽວຊານ ໂດຍກວມເອົາຫຼາຍຫົວຂໍ້ສຳຄັນ ຊຶ່ງທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານສໍານັກງານປົກປ້ອງເງິນຝາກ ກໍໄດ້ໃຫ້ກຽດຂຶ້ນກ່າວມີຄໍາເຫັນ ໃນຫົວຂໍ້ “ບົດບາດ ແລະ ຄວາມສໍາຄັນຂອງທະນາຄານຄໍາ ໃນຂະແໜງການເງິນ”.

ສໍາລັບ ສໍານັກງານປົກປ້ອງເງິນຝາກ (ສປງ) ກໍໄດ້ເລັງເຫັນເຖິງຄວາມສໍາຄັນ ຂອງວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນເທດສະການຄໍາໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ແລະ ຜູ້ເຂົ້າຮ່ວມງານໃຫ້ໄດ້ເຂົ້າໃຈເຖິງຄວາມສໍາຄັນ ກ່ຽວກັບວຽກງານປົກປ້ອງເງິນຝາກ ພ້ອມທັງມີກິດຈະກໍາ ຫຼິ້ນເກມແຈກ ຂອງລາງວັນຫຼາກຫຼາຍລາຍການທີ່ເປັນວັດຖຸພັນຂອງ ສປງ ເປັນຕົ້ນແມ່ນ: ກະຕຸກນໍ້າ, ຄັນຮົ່ມ, ເສື້ອ, ໝວກ, ຖົງຜ້າປ່ານ, ວີພັດ, ບີກຂຽນ ແລະ ປື້ມບັນທຶກ ພ້ອມທັງແຈກຢາຍ ແຜ່ນພັບ, ປື້ມດໍາລັດວ່າດ້ວຍການປົກປ້ອງເງິນຝາກ, ປຶ້ມ 20 ປີ ຂອງ ສປງ ແລະ ປຶ້ມ 25 ປີ ຂອງ ສປງ ຈໍານວນໜຶ່ງ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຊົມ, ອ່ານເພື່ອສຶກສາຂໍ້ມູນພາລະບົດບາດ ຂອງ ສປງ ເພື່ອປະກອບສ່ວນໃນການຕັ້ງຄໍາຖາມ ຫຼື ຫຼິ້ນກິດຈະກໍາດັ່ງກ່າວດ້ວຍ.
ຜ່ານການເຂົ້າຮ່ວມງານດັ່ງກ່າວ ເຫັນໄດ້ວ່າມີບັນດານັກສຶກສາ, ພະນັກງານ ຈາກຫຼາຍພາກສ່ວນ ແລະ ຜູ້ເຂົ້າຮ່ວມງານ ທັງຄົນລາວ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈຕໍ່ກັບວຽກງານປົກປ້ອງເງິນຝາກ ໂດຍສັງເກດເຫັນໄດ້ຈາກການສອບຖາມຂໍ້ມູນ-ການຕັ້ງຄໍາຖາມຕ່າງໆ. ພ້ອມນີ້, ເຫັນວ່າມີຜູ້ຕິດຕາມຜ່ານທາງເຟສ໌ບຸກເພສ ສປງ ມີຈໍານວນເພີ່ມຂຶ້ນ ແລະ ການກົດໄລ້-ກົດແຊຣ໌ໂພສວີດີໂອສັ້ນຂອງ ສປງ ສາມາດເຂົ້າເຖິງຜູ້ໃຊ້ງານເຟສ໌ບຸກ ໄດ້ເຖິງ 2,800 ກວ່າຄົນ, ຜູ້ເຂົ້າເບິ່ງ ເຟສ໌ບຸກເພຈ ຈໍານວນ 7,400 ກວ່າຄັ້ງ ແລະ ຜູ້ຕິດຕາມເພິ່ມຂຶ້ນ 180 ຄົນ ຈາກການຫຼິ້ນກິດຈະກໍາຖາມ-ຕອບ ກ່ຽວກັບວຽກງານປົກປ້ອງເງິນຝາກ.



ຮູບພາບ : ພະເເນກບໍລິຫານ – ຈັດຕັ້ງ





