ວັນທີ 14 ສິງຫາ 2026, ໜ່ວຍພັກສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານ ກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານ ຂອງສະຫາຍ ນ. ວຽງດາລີ ສຸພານຸວົງ, ວ່າການແທນເລຂາໜ່ວຍພັກ ສປງ, ໂດຍມີສະມາຊິກພັກ ແລະ ມະຫາຊົນພາຍໃນສໍານັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາ ແລະ ແນວທາງທີ່ສໍາຄັນຂອງພັກ, ເຊິ່ງປະກອບມີ: ຄໍາສັ່ງ ເລກທີ 01/ກມສພ (ລົງວັນທີ 3 ມັງກອນ 2018); ຄໍາແນະນໍາ ເລກທີ 28/ຄຈສພ (ລົງວັນທີ 14 ກຸມພາ 2025); ແຈ້ງການ ເລກທີ 368/ຄພ.ທຫລ (ລົງວັນທີ 1 ພະຈິກ 2021). ການເຊື່ອມຊຶມເອກະສານດັ່ງກ່າວ ມີເປົ້າໝາຍຕົ້ນຕໍເພື່ອຍົກສູງຄວາມສາມາດນໍາພາຂອງພັກ, ສ້າງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກໃຫ້ສູງຂຶ້ນ. ດັ່ງນັ້ນ, ໃນການປະເມີນຕີລາຄາຈັດປະເພດສະມາຊິກພັກ ແມ່ນໄດ້ສຸມໃສ່ 5 ດ້ານຄື: ດ້ານຄຸນທາດການເມືອງ: ຄວາມເຊື່ອໝັ້ນ ແລະ ຄວາມຈົງຮັກພັກດີຕໍ່ແນວທາງຂອງພັກ. ດ້ານຄຸນສົມບັດສິນທໍາປະຕິວັດ: ຄວາມຊື່ສັດ, ຄວາມປອດໃສ ແລະ ການດໍາລົງຊີວິດ. ດ້ານສະຕິຕໍ່ການຈັດຕັ້ງ-ລະບຽບວິໄນ: ການເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ-ກົດໝາຍຂອງລັດ. ດ້ານແບບແຜນນໍາພາ-ວິທີເຮັດວຽກ: ການເຮັດວຽກຢ່າງມີວິທະຍາສາດ, ແບບລວມສູນປະຊາທິປະໄຕ ແລະ ດ້ານຄວາມຮູ້-ຄວາມສາມາດ ແລະ ຄວາມຮັບຜິດຊອບ: ຜົນງານການປະຕິບັດໜ້າທີ່ວິຊາສະເພາະ.
ກ່ຽວກັບທິດທາງການຈັດຕັ້ງປະຕິບັດ, ການຕີລາຄາຈັດປະເພດສະມາຊິກພັກຈະດໍາເນີນ 2 ຄັ້ງຕໍ່ປີ (ປະຈໍາ 6 ເດືອນຕົ້ນປີ ແລະ ປະຈໍາປີ). ພ້ອມນັ້ນ, ໄດ້ເປີດໂອກາດໃຫ້ສະມາຊິກພັກ ແລະ ມະຫາຊົນ ຂຽນຄໍາເຫັນສົ່ງຂ່າວຕໍ່ການນໍາພາລວມຂອງໜ່ວຍພັກ ສປງ ແລະ ບຸກຄົນສະມາຊິກພັກ ເພື່ອປັບປຸງ ແລະ ແກ້ໄຂຂໍ້ຄົງຄ້າງຢ່າງມີເອກະພາບ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ນ. ວຽງດາລີ ສຸພານຸວົງ, ວ່າການແທນເລຂາໜ່ວຍພັກ ສປງ ໄດ້ກ່າວມີຄໍາເຫັນໂດຍໃຫ້ເນັ້ນໜັກທິດທາງການຈັດຕັ້ງປະຕິບັດ ດັ່ງນີ້: ເພີ່ມທະວີຄວາມຮັບຜິດຊອບດ້ານຄຸນທາດການເມືອງ: ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍເກັບກໍາເອົາເນື້ອໃນເອກະສານ ແລະ ເຊື່ອມຊຶມບັນດານິຕິກໍາ (ຄໍາສັ່ງ 01/ກມສພ, ຄໍາແນະນໍາ 28/ຄຈສພ, ແຈ້ງການ 368/ຄພ.ທຫລ) ຢ່າງທົ່ວເຖິງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາ. ຍົກສູງຄວາມສາມັກຄີ ແລະ ແບບແຜນນໍາພາ: ໃຫ້ເນັ້ນໃສ່ຄວາມສາມັກຄີເປັນເອກະພາບພາຍໃນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີແບບແຜນເຮັດວຽກທີ່ເປີດກວ້າງ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະ. ການປະເມີນ ແລະ ແກ້ໄຂຂໍ້ຄົງຄ້າງ: ເນັ້ນໜັກໃຫ້ການປະເມີນ 2 ຄັ້ງຕໍ່ປີ ເປັນໄປຢ່າງເຂັ້ມງວດ, ຢຸດຕິທໍາ ແລະ ກົງໄປກົງມາ ໂດຍອາໄສຄໍາຕິຊົມ ແລະ ຄໍາເຫັນສົ່ງຂ່າວຈາກສະມາຊິກພັກ ແລະ ມະຫາຊົນ ເປັນບ່ອນອີງໃນການປັບປຸງແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງຢ່າງມີເອກະພາບ ແລະ ເພື່ອຮັບປະກັນໃຫ້ໜ່ວຍພັກສໍານັກງານປົກປ້ອງເງິນຝາກ (ສປງ) ເຕີບໃຫຍ່ຂະຫຍາຍຕົວ ແລະ ຮັກສາໄດ້ຕໍ່ກັບຜົນງານທີ່ຜ່ານມາທີ່ໄດ້ຮັບນາມມະຍົດເປັນ “ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ”.


|





