ໃນວັນທີ 30 ກໍລະກົດ ທີ່ຜ່ານມາ, ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ຄະນະບໍລິຫານງານສະຫະພັນແມ່ຍິງທະນາຄານແຫ່ງ ສປປ ລາວ (ສມຍ.ທຫລ) ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນ. ວັດທະນາ ດາລາລອຍ ຮອງເລຂາຄະນະພັກ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນ. ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງ ທຫລ, ຕາງໜ້າຈາກຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຮາກຖານ, ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບສະຫະພັນແມ່ຍິງແຕ່ລະຮາກຖານ, ບັນດາກົມ-ທຽບເທົ່າກົມ, ອົງການຈັດຕັ້ງຊາວໜຸ່ມ ແລະ ກໍາມະບານ ທຫລ ເຂົ້າຮ່ວມຫຼາຍກວ່າ 100 ສະຫາຍ.
ພ້ອມດຽວກັນນີ້, ຍັງໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍຕາງໜ້າຄະນະໜ່ວຍແມ່ຍິງ ສປງ ເຂົ້າຮ່ວມ ຈໍານວນ 02 ທ່ານ.

ງານຄັ້ງນີ້ຈັດຂຶ້ນມາເພື່ອເປັນການ ຫວນຄືນມູນເຊື້ອອັນສະຫງ່າລາສີ ແລະ ລະນຶກເຖິງຄວາມໝາຍ, ຄວາມສໍາຄັນຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ພ້ອມທັງເຊື່ອມຊຶມມູນເຊື້ອປະຫວັດສາດ ແລະ ມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງແມ່ຍິງລາວ ເພື່ອຍົກລະດັບຄວາມຮັບຮູ້ ເຊື່ອມຊຶມແນວທາງ ແລະ ຍົກສູງບົດບາດ ຍິງ-ຊາຍ ໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ພ້ອມທັງຜັນຂະຫຍາຍແຜນການເຄືື່ອນໄຫວວຽກງານຂອງສະຫະພັນແມ່ຍິງຮາກຖານ ທຫລ ປະຈໍາປີ 2026 ໃຫ້ດໍາເນີນໄປໄດ້ດ້ວຍດີ.

ພິເສດພາຍໃນງານດັ່ງກ່າວ, ໜ່ວຍແມ່ຍິງ ສປງ ກໍໄດ້ໃຫ້ກຽດເຂົ້າຮ່ວມວາງສະແດງສິນຄ້າໃນງານຕະຫຼາດນັດຄັ້ງນີ້ດ້ວຍ ຊຶ່ງເປັນການວາງສະແດງ ແລະ ວາງຂາຍຜະລິດຕະພັນຝີມືແຮງງານຂອງຄົນລາວ ເພື່ອສົ່ງເສີມສິນຄ້າລາວ ແລະ ສ້າງຂະບວນການສ້າງຄວາມສາມັັກຄີໃຫ້ມ່ວນຊື່ນ ແລະ ຟົດຟື້ນຍິ່ງຂຶ້ນ.
ການເຂົ້າຮ່ວມງານໃນຄັ້ງນີ້ ສປງ ບໍ່ເເມ່ນພຽງການເຂົ້້າຮ່ວມເພື່ອສະເຫຼີມສະຫຼອງເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນ ຍ້ອງຍໍ-ຊົມເຊີຍ ແລະ ສົ່ງເສີມຂະບວນການ ວຽກງານແມ່ຍິງທົ່ວລະບົບ ທຫລ ໃຫ້ມີບັນຍາກາດຟົດຟື້ນ ທີ່ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ





