01

ໃນວັນທີ 23 ກໍລະກົດ 2026, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມ ແລະ ບັນຫາທີ່ສໍາຄັນທາງດ້ານເນື້ອໃນຂອງບັນດາຮ່າງກົດໝາຍ ຊຶ່ງໃນນັ້ນມີຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກໍລະກົດ 2026 ນີ້.

ກອງປະຊຸມຄັ້ງນີ້ ໄດ້ຮັບກຽດການເປັນປະທານຂອງ ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ພ້ອມດ້ວຍບັນດາຄະນະກົມ, ຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ເຂົ້າຮ່ວມທັງໝົດ 16 ທ່ານ.

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຕາງໜ້າຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍ ການປົກປ້ອງເງິນຝາກ ນໍາພາເຂົ້າຮ່ວມໂດຍທ່ານ ກິແກ້ວ ແສນທະວີສຸກ ຮອງຫົວໜ້າຫ້ອງການ ທະນາຄານ ແຫ່ງ ສປປ ລາວ ແລະ ທ່ານ ນ. ດາວມະນີວອນ ວິໄລວຽງ ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ. ຈຸດປະສົງຫຼັກຂອງກອງປະຊຸມນີ້ ແມ່ນເພື່ອປຶກສາຫາລື ແລະ ກວດກາຄວາມພ້ອມ ບັນຫາທີ່ສໍາຄັນທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກໍລະກົດ 2026 ແນໃສ່ເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ມີຄວາມຄົບຖ້ວນ ແລະ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງ ສອດຄ່ອງກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມ ແລະ ຮັບປະກັນທາງດ້ານເນື້ອໃນ ກ່ອນນໍາສະເໜີຕໍ່ລັດຖະບານ ເພື່ອພິຈາລະນາ.

ໃນກອງປະຊຸມ ໄດ້ມີການຕັ້ງຄໍາຖາມເຈາະຈິ້ມ ຕໍ່ບັນຫາທີ່ສໍາຄັນ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມກະຈ່າງແຈ້ງ ແລະ ສົມບູນຍິ່ງຂຶ້ນ. ໃນຕອນທ້າຍ, ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ສະຫຼຸບກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມເນື້ອໃນ ພ້ອມທັງ ຕີລາຄາສູງຕໍ່ການປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ. ພ້ອມນີ້, ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ຮີບຮ້ອນກະກຽມເນື້ອໃນຕ່າງໆ ໂດຍສະເພາະບັນຫາສໍາຄັນທີ່ໄດ້ນໍາມາແລກປ່ຽນໃນກອງປະຊຸມຄັ້ງນີ້ ພ້ອມທັງ ກະກຽມຄວາມພ້ອມຮອບດ້ານໃຫ້ທັນຕາມກໍານົດເວລາ ເພື່ອຮັບປະກັນການນໍາເອົາຮ່າງກົດໝາຍດັ່ງກ່າວ ເຂົ້າຜ່ານໃນກອງປະຊຸມລັດຖະບານ ແລະ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.

 

 

 

 

ຮູບພາບ ແລະ ບົດຂ່າວໂດຍ: ພະແນກບໍລິຫານ-ຈັດຕັ້ງ ສປງ

ຂ່າວສານ