
ໃນວາລະຂອງພິທີ, ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າສໍານັກງານປົກປ້ອງເງິນຝາກ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຂອງ ສປງ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ. ຈາກນັ້ນ, ໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ບັນດາສະມາຊິກຂອງ ສປງເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະມາຊິກ ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການພັດທະນາວຽກງານປົກປ້ອງເງິນຝາກ ໃນໄລຍະຜ່ານມາ ຊຶ່ງປະກອບມີທັງໝົດ: 41 ແຫ່ງ ໃນນີ້ມີທະນາຄານທຸລະກິດ ຈໍານວນ 35 ແຫ່ງ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍານວນ 06 ແຫ່ງ ຍັງບໍ່ທັນເປັນສະມາຊິກ 16 ແຫ່ງ.
ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ສໍານັກງານປົກປ້ອງເງິນຝາກ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ສປງ ທີ່ຍາດມາໄດ້ຕະຫຼອດ 27 ປີ. ທ່ານໄດ້ເນັ້ນໜັກວ່າ ໃນໄລຍະໃໝ່ທີ່ເສດຖະກິດ-ການເງິນ ມີຄວາມຊັບຊ້ອນ, ສປງ ຕ້ອງເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຄວາມປອດໄພທາງການເງິນ ພ້ອມທັງ ຫັນໄປສູ່ການເປັນ ອົງການຄຸ້ມຄອງ ຄວາມສ່ຽງ ແລະ ສ້າງຄວາມເຊື່ອໝັ້ນຢ່າງຕັ້ງໜ້າ ໂດຍມີ 5 ທິດທາງນະໂຍບາຍ ແລະ ຍຸດທະສາດສຳຄັນ ຄື:
- ດ້ານການຄຸ້ມຄອງຄວາມສ່ຽງ, ວົງເງິນປົກປ້ອງ ແລະ ຄວາມເຂັ້ມແຂງທາງດ້ານຄັງປົກປ້ອງເງິນຝາກ): ເພີ່ມປະສິດທິພາບຂອງການບໍລິຫານທຶນ ຄົ້ນຄວ້າການລົງທຶນ ເພື່ອຂະຫຍາຍຄັງປົກປ້ອງເງິນຝາກໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍການລົງທຶນໃນຜະລິດຕະພັນທີ່ມີຄວາມສ່ຽງຕໍ່າ ເຊັ່ນ ພັນທະບັດລັດຖະບານ ແລະ ປັບປຸງອັດຕາເບ້ຍປະກັນເງິນຝາກ ພ້ອມທັງວົງເງິນປົກປ້ອງໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ມາດຕະຖານສາກົນ.
- ດ້ານນິຕິກຳ ແລະ ການຄຸ້ມຄອງສະມາຊິກ: ສືບຕໍ່ກະກຽມຄວາມພ້ອມໃນການສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກທີ່ຈະຜ່ານສະພາແຫ່ງຊາດຮັບຮອງໃນເດືອນຕຸລາ 2026, ພ້ອມທັງປັບປຸງບັນດານິຕິກໍາລຸ່ມກົດໝາຍ, ປັບປຸງນິຕິກຳພາຍໃນ ສປງ ແລະ ຊຸກຍູ້ສະຖາບັນການເງິນ ຈຸລະພາກທີ່ຮັບເງິນຝາກ ໃຫ້ໄດ້ມາດຕະຖານການເຂົ້າເປັນສະມາຊິກ ສປງ ຕາມລະບຽບການກ່ຽວຂ້ອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ແລະ ປົກປ້ອງສິດຜົນປະໂຫຍດຂອງ ຜູ້ຝາກເງິນ ໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນຕໍ່ລະບົບສະຖາບັນການເງິນ;
- ດ້ານການຫັນເປັນດິຈິຕ້ອນ ແລະ ເຕັກໂນໂລຊີ: ພັດທະນາລະບົບ IT ເພື່ອຕິດຕາມ, ກວດກາຄວາມສ່ຽງ ແລະ ປະມວນຜົນການຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ.
- ດ້ານການໂຄສະນາປະຊາສຳພັນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ: ຂະຫຍາຍສື່ໂຄສະນາປະຊາສໍາພັນຫຼາກຫຼາຍຮູບແບບ ເພື່ອໃຫ້ປະຊາຊົນ ກໍຄື ຜູ້ຝາກເງິນ ໄດ້ເຂົ້າໃຈຢ່າງທົ່ວເຖິງວ່າເງິນຝາກຂອງເຂົາເຈົ້າໄດ້ຮັບການປົກປ້ອງຢ່າງແທ້ຈິງ.
ດ້ານການສ້າງບຸກຄະລາກອນ ແລະ ຈັນຍາບັນ: ສືບຕໍ່ບໍາລຸງສ້າງພະນັກງານທາງດ້ານແນວຄິດການເມືອງ, ຄຸນສົມບັດ, ຈັນຍາບັນ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃຫ້ ໜັກແໜ້ນ ເພື່ອຮອງຮັບວຽກງານຄຸ້ມຄອງຕິດຕາມສະມາຊິກ ເພື່ອໃຫ້ພະນັກງານ ສປງ ເປັນຊຽວຊານສະເພາະດ້ານ.

ຫຼັງຈາກຈົບພິທີຢ່າງເປັນທາງການ, ທ່ານ ວ່າການແທນຫົວໜ້າ ສປງ ໄດ້ມອບກະຕ່າອວຍພອນໃຫ້ແກ່ ທ່ານ ປະທານສະພາບໍລິຫານ ສປງ ພ້ອມທັງໄດ້ມີການຮ່ວມຖ່າຍພາບເພື່ອເປັນທີ່ລະນຶກຮ່ວມກັບແຂກທີ່ເຂົ້າຮ່ວມງານໃນຄັ້ງນີ້.




ໃນຕອນແລງຂອງວັນດຽວກັນ, ຜູ້ເຂົ້າຮ່ວມທຸກທ່ານໄດ້ເຂົ້າຮ່ວມກິດຈະກໍາການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ ກັບສະມາຊິກ (ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍານວນ 40 ແຫ່ງ), ກໍາມາທິການກົດໝາຍ ແລະ ຍຸຕິທໍາ, ກໍາມາທິການເສດຖະກິດ ແລະ ການເງິນ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ, ກະຊວງຍຸຕິທໍາ ພ້ອມດ້ວຍສະພາບໍລິຫານ ສປງ ແລະ ບັນດາກົມທີ່ກ່ຽວຂ້ອງຂອງ ທຫລ ຢູ່ທີ່ເດີ່ນບານໂກເດິນທຣີ ບ້ານໂພນສີນວນ ເມືອງສີສັດຕະນາກ ດ້ວຍບັນຍາກາດອັນອົບອຸ່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ ເພື່ອຊົມເຊີຍວັນສ້າງຕັ້ງ ສປງ ຄົບຮອບ 27 ປີ.

|





