
ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026
02/10/2026ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026 ໃນລະຫວ່າງວັນທີ 15-18 ກັນຍາ 2026, ຄະນະຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ ນໍາພາໂດຍ ທ່ານວ່າການແທນຫົວໜ້າ ສປງ, ຮອງຫົວໜ້າ ສປງ ແລະ ວິຊາການ ລວມທັງໝົດ 04 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ KDIC Global Training Program ປະຈໍາປີ 2026 ພາຍໃຕ້ຫົວຂໍ້: “ການແກ້ໄຂບັນຫາ ແລະ ການເກັບກູ້ຊັບສິນ” ພາຍໃຕ້ການເປັນເຈົ້າພາບຂອງ ປະກັນໄພເງິນຝາກເກົາຫຼີ (Korea Deposit Insurance Corporation ຫຼື KDIC) ທີ່ປະເທດ ສ. ເກົາຫຼີ ໂດຍມີຜູ້ຕາງໜ້າຈາກ 26 ປະເທດເຂົ້າຮ່ວມ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026

ສຳນັກງານປົກປ້ອງເງິນຝາກ(ສປງ) ເຂົ້າຮ່ວມງານ”ເທດສະການຄຳລາວ2026″(Lao Gold Festival 2026)
16/09/2026ໃນວັນທີ 4-6 ກັນຍາ 2026 ທີ່່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມເປີດບູດວາງສະແດງ ເພື່ອສືບຕໍ່ໂຄສະນາເຜີຍແຜ່ວຽກງານປົກປ້ອງເງິນຝາກ ໃຫ້ກັບພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ພະນັກງານຂອງສະຖາບັນການເງິນ, ທະຫານ-ຕໍາຫຼວດ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາຮ່ວມງານ “ເທດສະການຄຳລາວ 2026” (Lao Gold Festival 2026) ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ມຸ້ງເນັ້ນການເຊື່ອມໂຍງຄວາມຮ່ວມມື ດ້ວຍການສ້າງຄວາມເຊື່ອໝັ້ນ ແລະ ເຕີບໂຕແບບຍືນຍົງຮ່ວມກັນ”. ໃນພິທີເປີດດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ, ພ້ອມດ້ວຍບັນດາການນຳພັກ-ລັດ, ຜູ້ຕາງໜ້າບັນດາກະຊວງ, ອົງການຂອງລັດ, ສະຖານທູດ, ອົງການຈັດຕັ້ງສາກົນສະພາການຄ້າ, ສະມາຄົມຄຳ, ສະຖາບັນການເງິນ,...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ(ສປງ) ເຂົ້າຮ່ວມງານ”ເທດສະການຄຳລາວ2026″(Lao Gold Festival 2026)

ສຳນັກງານປົກປ້ອງເງິນຝາກ (ສປງ) ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ
08/09/2026ວັນທີ 28-29 ສິງຫາ 2026 ທີ່ຜ່ານມາ ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ມີທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ (ກໍາມາທິການກົດໝາຍ ແລະ ຍຸຕິທໍາ, ກໍາມາທິການເສດຖະກິດ ແລະ ການເງິນ), ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ຫ້ອງການ ທຫລ, ກົມຄຸ້ມຄອງທະນາຄານທຸລະກິດ ທຫລ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທຫລ, ສໍານັກງານປົກປ້ອງເງິນຝາກ), ຕາງໜ້າຈາກຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ (ສປງ) ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ

ສຳນັກງານປົກປ້ອງເງິນຝາກ (ສປງ) ແຫ່ງສປປ ລາວ ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບທະນາຄານກາງກຳປູເຈຍ
26/08/2026ໃນລະຫວ່າງວັນທີ 17 ຫາ 20 ສິງຫາ 2026, ຄະນະຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ (ສປງ) ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຮ່ວມກັບ ທະນາຄານແຫ່ງກໍາປູເຈຍ ທີ່ ສໍານັກງານໃຫຍ່ ທະນາຄານແຫ່ງກໍາປູເຈຍ, ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ. ກອງປະຊຸມແລກປ່ຽນບົດຮຽນ ໃຫ້ກຽດກ່າວເປີດພິທີໂດຍທ່ານ ປອ. ໄລ ຊັອກເຮັງ (Lay Sokheng) ຜູ້ຊ່ວຍຜູ້ວ່າການ ແລະ ຫົວໜ້າກົມນິຕິກໍາ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນ, ທະນາຄານແຫ່ງກໍາປູເຈຍ ແລະ ກ່າວມີຄໍາເຫັນໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ. ການເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດ ແລະ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ (ສປງ) ແຫ່ງສປປ ລາວ ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບທະນາຄານກາງກຳປູເຈຍ

ໜ່ວຍພັກສຳນັກງານປົກປ້ອງເງິນຝາກ (ສປງ) ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ປະຈຳ6ເດືອນຕົ້ນປິ 2026
25/08/2026ວັນທີ 14 ສິງຫາ 2026, ໜ່ວຍພັກສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານ ກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານ ຂອງສະຫາຍ ນ. ວຽງດາລີ ສຸພານຸວົງ, ວ່າການແທນເລຂາໜ່ວຍພັກ ສປງ, ໂດຍມີສະມາຊິກພັກ ແລະ ມະຫາຊົນພາຍໃນສໍານັກງານເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາ ແລະ ແນວທາງທີ່ສໍາຄັນຂອງພັກ, ເຊິ່ງປະກອບມີ: ຄໍາສັ່ງ ເລກທີ 01/ກມສພ (ລົງວັນທີ 3 ມັງກອນ 2018); ຄໍາແນະນໍາ ເລກທີ 28/ຄຈສພ (ລົງວັນທີ 14 ກຸມພາ 2025); ...ອ່ານເພີ່ມເຕີມ - ໜ່ວຍພັກສຳນັກງານປົກປ້ອງເງິນຝາກ (ສປງ) ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານກ່ຽວກັບການປະເມີນຕີລາຄາຈັດປະເພດສະມາຊິກພັກ ຕິດພັນກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ປະຈຳ6ເດືອນຕົ້ນປິ 2026

