ໃນວັນທີ 22 ກໍລະກົດ 2026 ທີ່ຜ່ານມາ, ທີ່ ທະນາຄານຄຳ ລາວ (Lao Bullion Bank ຫຼື LBB) ໄດ້ເປີດກອງປະຊຸມວິຊາການ ລະຫວ່າງ ສໍານັກງານປົກປ້ອງເງິນຝາກ (ສປງ) ແລະ LBB ເພື່ອເກັບກໍາຂໍ້ມູນ ແລະ ເຮັດວຽກຮ່ວມກັນ ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ ຊຶ່ງໃນກອງປະຊຸມ ໄດ້ມີຄະນະ ສປງ ພ້ອມດ້ວຍຄະນະພະແນກ, ວິຊາການທີ່ຮັບຜິດຊອບຕິດຕາມເກັບກໍາຂໍ້ມູນ ແລະ ຝ່າຍທະນາຄານຄໍາ ລາວ ກໍມີຕາງໜ້າຄະນະອໍານວຍການ, ຄະນະພະແນກ ແລະ ວິຊາການເຂົ້າຮ່ວມທັງໝົດ ຈໍານວນ 20 ຄົນ.

ຈຸດປະສົງ ຂອງການຈັດປະຊຸມວິຊາການໃນຄັ້ງນີ້ ເພື່ອລົງຢ້ຽມຢາມ, ເກັບກໍາຂໍ້ມູນ, ຮັບຊາບຜະລິດຕະພັນຂອງ LBB ແລະ ການເປັນສະມາຊິກ ສປງ ຕາມລະບຽບການ ເພື່ອເປັນພື້ນຖານໃນການສ້າງລະບຽບການ ແລະ ກົນໄກໃນການຄຸ້ມຄອງສະມາຊິກ ທີ່ເປັນທະນາຄານຄໍາ ແລະ ປົກປ້ອງຜູ້ຝາກຄໍາ. ທະນາຄານຄໍາ ລາວ (LBB) ໄດ້ເປີດໂຕຢ່າງເປັນທາງການ ເຊິ່ງມີພາລະບົດບາດໃນການເປັນເສນາທິການໃຫ້ລັດຖະບານໃນການສະໜັບສະໜູນວຽກງານຄຸ້ມຄອງອຸດສາຫະກໍາຄໍາ ເປັນຕົ້ນແມ່ນການນໍາເຂົ້າ-ສົ່ງອອກຄໍາ, ການສະໜອງຫຼັກຊັບຄໍ້າປະກັນ ແລະ ສະພາບຄ່ອງຂອງຄໍາ, ການສັງລວມຂໍ້ມູນຕິດພັນກັບທຸລະກໍາກ່ຽວກັບຄໍາ. ພ້ອມນີ້, ກໍຍັງເປັນເຄື່ອງມືຮັບໃຊ້ ທະນາຄານແຫ່ງ ສປປ ລາວ ໃນການປະຕິບັດນະໂຍບາຍເງິນຕາ ເພື່ອສ້າງສະຖຽນລະພາບທາງດ້ານການເງິນ ໂດຍແມ່ນການຮ່ວມທຶນ ພາຍໃຕ້ຮູບແບບການຮ່ວມມື ລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ລະຫວ່າງ ກະຊວງການເງິນ ຖືຮຸ້ນ 25% ແລະ ບໍລິສັດ ພີທີແອລ ໂຮລດິງ ຈຳກັດ (PTL Holding) ຖືຮຸ້ນ 75%. ການສ້າງຕັ້ງ LBB ມີເປົ້າໝາຍສຳຄັນໃນການເປັນເສນາທິການໃຫ້ລັດຖະບານ ເພື່ອຄຸ້ມຄອງອຸດສາຫະກຳຄຳ, ສະໜອງສະພາບຄ່ອງ, ປ່ຽນຄຳແທ່ງໃຫ້ເປັນມູນຄ່າທາງເສດຖະກິດ, ເພີ່ມຄັງສຳຮອງແຫ່ງຊາດ ແລະ ເປັນເຄື່ອງມືສະໜັບສະໜູນ ທະນາຄານແຫ່ງ ສປປ ລາວ ໃນການສ້າງສະຖຽນລະພາບໃຫ້ແກ່ຄ່າເງິນກີບ.

ນອກຈາກນີ້, LBB ຍັງໄດ້ສ້າງຄວາມເຂັ້ມແຂງໃນລະດັບສາກົນ ຜ່ານການເປັນຄູ່ຮ່ວມມືຍຸດທະສາດກັບ Stone X, ການເຂົ້າເປັນສະມາຊິກອົງກອນຕ່າງປະເທດຂອງ ສະມາຄົມຕະຫຼາດວັດຖຸມີຄ່າສິງກະໂປ (SBMA) ແລະ ການລົງນາມ MOU ກັບ ສະມາຄົມຕະຫຼາດວັດຖຸມີຄ່າຍີ່ປຸ່ນ. ສຳລັບແຜນຍຸດທະສາດໃນຕໍ່ໜ້າ, LBB ມີແຜນຈະຂະຫຍາຍສາຂາໄປສູ່ ປາກເຊ ແລະ ສະຫວັນນະເຂດ, ເປີດໂຕໂຮງກັ່ນຫຼອມຄຳ ລາວ-ສາກົນ, ພັດທະນາການຊື້-ຂາຍຄຳແບບ Gold Paper Trade ແລະ ເຂົ້າຮ່ວມເປັນສະມາຊິກ LBMA ເພື່ອຍົກລະດັບອຸດສາຫະກຳຄຳຂອງລາວ ເຂົ້າສູ່ລະບົບນິເວດຄຳໃນລະດັບໂລກຢ່າງເຕັມຮູບແບບ.




ນອກຈານນັ້ນ, ທ່ານປະທານກອງປະຊຸມ ຍັງໄດ້ເນັ້ນຢໍ້າເຖິງການສະສົມທອງຄໍາກັບ ທະນາຄານຄໍາ ລາວ ບໍ່ແມ່ນພຽງແຕ່ເປັນການບໍລິຫານທຶນເພື່ອຄວາມປອດໄພ ຫຼື ເພື່ອຜົນຕອບແທນ, ແຕ່ແມ່ນການລົງທຶນໃນ “ຄວາມ ໝັ້ນຄົງຂອງຊາດ”. ສະນັ້ນ, ທຸກທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈົ່ງນໍາເອົາແຜນ ແລະ ແນວທາງໄປຜັນຂະຫຍາຍຕາມພາລະບົດບາດຂອງຕົນໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງ ສືບຕໍ່ສຶກສາຄົ້ນຄວ້າ ກ່ຽວກັບການເຂົ້າເປັນສະມາຊິກ ສປງ ຂອງ ທະນາຄານຄໍາ ລາວ ໃນຕໍ່ໜ້າ ເນື່ອງຈາກປັດຈຸບັນ ສປງ ກໍາລັງຍົກລະດັບຈາກດໍາລັດໄປເປັນກົດໝາຍ ແລະ ໃນຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ລະບຸໃຫ້ບັນດາສະຖາບັນການເງິນທີ່ຖືກສ້າງຕັ້ງຢ່າງຖືກຕ້ອງຕາມກົດໝາຍຕ້ອງເຂົ້າເປັນສະມາຊິກ ສປງ ຊຶ່ງກວມເອົາທະນາຄານຄໍາ ລາວ.

ບົດຂ່າວ ແລະ ຮູບພາບໂດຍ: ພະແນກບໍລິຫານ-ຈັດຕັ້ງ





