Program 1

ໃນວັນທີ 12 ພຶດສະພາ 2026 ທີ່ຜ່ານມາ, ສໍໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດພິທີ ມອບ-ຮັບ ໂຄງການພັດທະນາໂປຣແກຣມຄິດໄລ່ເບ້ຍປະກັນເງິນຝາກ ແລະ ເງິນປົກປ້ອງຢ່າງເປັນທາງການ ລະຫວ່າງ ສປງ ແລະ ບໍລິສັດ ວິນັດສ ເທັກ (VINAS TEC) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ ແລະ ທ່ານ ອາພິສິດ ແສງມະນີ ຜູ້ອໍານວຍການ ບໍລິສັດ ວີນັດສ ເທັກ ພ້ອມດ້ວຍ ຄະນະ ສປງ, ຕາງໜ້າຈາກກົມເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ.

ໃນພິທີ, ຜູ້ຕາງໜ້າຈາກບໍລິສັດ ວີນັັດສ ເທັກ ໄດ້ລາຍງານພາບລວມການຈັດຕັ້ງປະຕິບັດໂຄງການ ຊຶ່ງໄດ້ເລິ່ມດໍາເນີນການ ນັບແຕ່ວັນທີ 11 ກັນຍາ 2025. ລະບົບດັ່ງກ່າວໄດ້ຖືກພັດທະນາໃນຮູບແບບ Web Application ທີ່ທັນສະໄໝ, ມີຈຸດເດັ່ນໃນການເຊື່ອມຕໍ່ຖານຂໍ້ມູນ (Database) ກັບຖານຂໍ້ມູນກາງຂອງ ທະນາຄານ ແຫ່ງ ສປປ ລາວ (ທຫລ) ໂດຍກົງ ແລະ ສາມາດຮອງຮັບການສົ່ງຂໍ້ມູນຜ່ານ ໄຟລ໌ Excel ຈາກບັນດາສະຖາບັນການເງິນທີ່ເປັນສະມາຊິກຂອງ ສປງ.

ຜົນສໍາເລັດທີ່ພົ້ນເດັ່ນຂອງລະບົບໃໝ່ນີ້ ແມ່ນສາມາດເພິ່ມປະສິດທິພາບໃນການເຮັດວຽກໄດ້ຫຼາຍຢ່າງເຊັ່ນ: ການຫຼຸດຜ່ອນເວລາໃນການສ້າງບົດລາຍງານຈາກ 02 ຊົ່ວໂມງ ມາເຫຼືອພຽງແຕ່ 10 ນາທີ ແລະ ສາມາດປະມວນຜົນຂໍ້ມູນຂະໜາດໃຫ່ຍທີ່ມີຫຼາຍກວ່າ 600,000 ລາຍການ ໄດ້ພາຍໃນເວລາບໍ່ເກີນ 10 ນາທີ. ນອກຈາກນີ້, ລະບົບຍັງຮອງຮັບການສ້າງບົດລາຍງານທີ່ສໍາຄັນໄດ້ 12 ລາຍການ ແລະ ບົດລາຍງານຈໍາເປັນເພີ່ມເຕີມອີກ 02 ລາຍການ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໄສ ແລະ ວ່ອງໄວ.

ສໍາລັບໂປຣແກຣມນີ້ ບໍ່ໄດ້ເປັນພຽງແຕ່ເຄື່ອງມືຊ່ວຍວຽກໃນເວລາປົກກະຕິ ແຕ່ຍັງເປັນກົນໄກທີ່ສໍາຄັນໃນການຍົກລະດັບມາດຕະຖານການເຮັດວຽກຂອງ ສປງ ໃຫ້ຫັນໄປສູ່ລະບົບດີຈີຕອນ ທີ່ມີຄວາມຊັດເຈນສູງ ພ້ອມທັງຍັງເປັນການພັດທະນາບຸກຄະລາກອນຂອງ ສປງ ໃຫ້ກາຍເປັນພະນັກງານຍຸກດີຈີຕອນ ເພື່ອຮອງຮັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນໄດ້ຢ່າງມີປະສິດທິພາບ.

ໃນຕອນທ້າຍຂອງພິທີ, ໄດ້ມີການ ມອບ-ຮັບ ເອກະສານຄູ່ມືການນໍາໃຊ້, ເອກະສານອອກແບບເຕັກນິກ, ແຜນບໍລິຫານລະບົບ ແລະ Source Code ຢ່າງເປັນທາງການ ໂດຍບໍລິສັດຜູ້ພັດທະນາ ຈະສືບຕໍ່ໃຫ້ການສະໜັບສະໜູນ ການບໍາລຸງຮັກສາລະບົບ (Maintenance) ເປັນໄລຍະເວລາ 01 ປີ ແລະ ໃຫ້ຄໍາປຶກສາດ້ານເຕັກນິກຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນສະມາຊິກ ແລະ ຄວາມໝັ້ນຄົງຂອງລະບົບ.

ພິທີມອບ-ຮັບ ໃນຄັ້ງນີ້ ຖືເປັນບາດກ້າວທີ່ສໍາຄັນຂອງ ສໍານັກງານປົກປ້ອງເງິນຝາກ ໃນການຫັນປ່ຽນທາງດ້ານເຄື່ອງມືການປະຕິບັດວຽກງານທີ່ທັນສະໄໝ ຕາມວິໄສທັດ ໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ລະບົບທະນາຄານ ແລະ ການປົກປ້ອງຜົນປະໂຫຍດຂອງຜູ້ຝາກເງິນໃນ ສປປ ລາວ ໃຫ້ມີຄວາມເຂັ້ມເເຂງຂຶ້ນເທື່ອລະກ້າວ.

 

ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ

News