ໂຄງຮ່າງການຈັດຕັ້ງ ສະມາຊິກສະພາບໍລິຫານ

image
image
image

ກ່ຽວກັບສຳນັກງານ

ໃນໄລຍະປີ 1922-1980 ເກີດມີວິກິດການທາງດ້ານການເງິນ ທີ່ສົ່ງຜົນກະທົບຕໍ່ກັບລະບົບເສດຖະກິດຂອງໂລກຢ່າງຮ້າຍແຮງ. ໂດຍສະເພາະໃນຊ່ວງ, ປີ 1922-1933, ຢູ່ປະເທດສະຫະລັດອາເມລິກາ ເກີດ​ມີວິ​ກິດ​ການທາງ​ດ້ານ​ການ​ເງິນ, ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ບັນດາສະຖາບັນການເງິນ ແລະ ຫຼັ່ງໄຫຼໄປຖອນເງິນ ເປັນສາເຫດເຮັດໃຫ້ສະຖາບັນການເງິນລົ້ມລະລາຍຫຼາຍກ່ວາ 10 ພັນແຫ່ງ. ຈາກວິກິດການດັ່ງກ່າວ ຈຶ່ງເຮັດໃຫ້ຫຼາຍປະເທດໃນໂລກ ສ້າງຕັ້ງສະຖາບັນປະກັນໄພເງິນຝາກຂຶ້ນ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ. ໃນນັ້ນ, ປະເທດສະຫະລັດອາເມລິກາ ເປັນປະເທດທໍາອິດ ທີ່ສ້າງຕັ້ງສະຖາບັນປະກັນໄພເງິນຝາກຂຶ້ນ ໃນປີ 1933. ຢ່າງໃດກໍຕາມ, ວິກິດການທາງດ້ານການເງິນ ຍັງສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກຢ່າງຕໍ່ເນື່ອງ ເຮັດໃຫ້ເສດຖະກິດມີການຖົດຖອຍ ແລະ ຂະຫຍາຍຕົວຊ້າ. ສະນັ້ນ, ລັດຖະບານ​ຂອງຫຼາຍປະ​ເທດ​​ໃນ​ໂລກ​ ​ໄດ້​ຕັດສິນ​ໃຈ​ສ້າງ​ຕັ້ງ​ລະບົບ​ປະກັນ​ໄພ​ເງິນຝາກ​ຂອງ​ຕົນ​ຂຶ້ນ ​ແນ​ໃສ່​ເພື່ອ​ປົກ​ປ້ອງ​ເງິນ​ຝາກໃນລະບົບສະຖາບັນການເງິນ ໃຫ້ມີຄວາມປອດໄພຍິ່ງຂຶ້ນ​. ສະເພາະໃນ​ຂົງ​ເຂດ​ອາຊີ-​ປາຊີ​ຟິກ ໄດ້ສ້າງຕັ້ງປະກັນ​ໄພ​ເງິນ​ຝາກ​ຂຶ້ນ ​ເປັນຕົ້ນ​ແມ່ນ: ຢູ່ປະ​ເທດ​ຍີ່ປຸ່ນ ​ໃນ​ປີ 1971; ຢູ່ ປະເທດຫວຽດນາມ ​​ປີ 1999; ຢູ່ປະເທດມາເລເຊຍ ​​​ປີ 2005; ຢູ່ ປະເທດໄທ ປີ 2008 ແລະ ປະເທດ ອື່ນໆ.

       ໃນປີ 1997–1998, ສະເພາະຢູ່​ຂົງເຂດອາຊີ ໄດ້​ເກີດ​ວິ​ກິດ​ການ​ທາງ​ການ​ເງິນ​ (ເສດຖະກິດຟອງສະບູ ຫຼື ຕົ້ມຍໍາກຸ້ງ ຢູ່ປະເທດໄທ) ​ເຮັດ​ໃຫ້​ມີຫຼາຍ​ສະຖາບັນການເງິນ​ລົ້ມ​ລະລາຍ. ສະເພາະຢູ່ ສປປ ລາວ ໃນຊຸມປີ 1998-1999 ເຖິງແມ່ນວ່າຈະບໍ່ໄດ້ຮັບຜົນກະທົບໂດຍກົງຈາກວິກິດການດັ່ງກ່າວກໍຕາມ ແຕ່ສະພາບເສດຖະກິດ, ການເງິນ-ເງິນຕາ ຍັງມີຄວາມອ່ອນໄຫວໄປຕາມກະແສຄື້ນຂອງວິກິດການທີ່ແຜ່ລາມໄປທົ່ວໂລກ, ທົ່ວຂົງເຂດ ແລະ ພາກພື້ນ. ພ້ອມດຽວກັນນັ້ນ, ເພື່ອ​ປະຕິບັດ​ຕາມເງື່ອນ​ໄຂ​ເງິນ​ກູ້​ ຂອງທະນາຄານ​ພັດທະນາ​ອາຊີ (ADB- FSPL II) ໃຫ້​ແກ່​ລັດຖະບານ ​ໂດຍ​ໄດ້​ຜ່ານ​ການ​ເຫັນ​ດີເຫັນ​ພ້ອມ​ໃນ​ກອງ​ປະຊຸມ ລະ​ຫວ່າງ ທະ​ນາຄາ​ນ​ແຫ່ງ ​ສປປ ລາວ, ທະນາຄານ​ພັດທະນາ​ອາຊີ ​ແລະ ບໍລິສັດ CAFSL ​ໃນຄັ້ງວັນ​ທີ 25 ກຸມພາ 1998; ພ້ອມທັງປະຕິບັດຕາມນະໂຍບາຍການຕ່າງປະເທດຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ໃນການເຊື່ອມໂຍງກັບສາກົນ ແລະ ພາກພື້ນ, ຈຶ່ງໄດ້ສ້າງ​ຕັ້ງກອງທຶນປົກປ້ອງຜູ້ຝາກເງິນຂຶ້ນ ໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ລະບົບທະນາຄານ ໄປຄຽງຄູ່ກັບການພັດທະນາລະບົບທະນາຄານ. ສປປ ລາວ ​ແມ່ນໜຶ່ງໃນບັນດາປະ​ເທດ ທີ່​ມີ​ລະບົບ​ປະກັນ​ໄພ​ເງິນ​ຝາກຂອງຈໍານວນ 143 ປະເທດ ໃນ​ທົ່ວ​ໂລກ   (ຂໍ້ມູນ ເດືອນ 6/2019).

image