ຫາກທ່ານມີ ຄຳຖາມ ?

_

General Questions

1. ສໍານັກງານປົກປ້ອງເງິນຝາກ ແມ່ນຫຍັງ?

ສໍານັກງານປົກປ້ອງເງິນຝາກ (ສປງ) ຫຼື Deposit Protection Office (DPO) ແມ່ນ ການຈັດ ຕັ້ງການເງິນຂອງລັດ ມີຖານະທຽບເທົ່າກົມ ເປັນນິຕິບຸກຄົນ ທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ ມີຄວາມເປັນເອກະລາດທາງດ້ານການເງິນ ຢູ່ພາຍ ໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ແລະ ມີພາລະບົດບາດໃນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບ ທຳຂອງຜູ້ຝາກເງິນ ທີ່ຝາກໄວ້ນຳທະນາຄານທຸລະກິດ ທີ່ເປັນສະມາຊິກ, ປະກອບສ່ວນສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະຖາບັນການເງິນ ເພື່ອເປັນການຮັກສາສະຖຽນລະພາບການເງິນ-ເງິນຕາຢູ່ ສປປ ລາວ.

2. ການປົກປ້ອງເງິນຝາກ ແມ່ນຫຍັງ?

ການປົກປ້ອງເງິນຝາກ ແມ່ນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນທີ່ຝາກໄວ້ກັບສະມາຊິກຂອງ ສໍານັກງານປົກປ້ອງເງິນຝາກ ເຊິ່ງເປັນນະໂຍບາຍ ແລະ ແນວທາງຂອງພັກ-ລັດຖະບານໃນການປົກປ້ອງຜູ້ຝາກເງິນ ເພື່ອໃຫ້ມີຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ ແລະ ສະຖາບັນການເງິນໃນ ສປປ ລາວ.

3. ວົງເງິນປົກປ້ອງ ແມ່ນຫຍັງ?

ວົງເງິນປົກປ້ອງ ແມ່ນວົງເງິນສູງສຸດ ທີ່ ສປງ ຈ່າຍໃຫ້ຜູ້ຝາກເງິນທີ່ຝາກໄວ້ນໍາສະມາຊິກໃດໜຶ່ງ ທີ່ຕົກຢູ່ໃນສະພາວະລົ້ມລະ ລາຍ ເຊິ່ງລວມທັງຕົ້ນທຶນ ແລະ ດອກເບ້ຍ ໃນວັນສຸດທ້າຍຂອງການດໍາເນີນທຸລະກິດຂອງສະມາຊິກ; ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງກໍານົດວົງເງິນປົກປ້ອງສູງສຸດ 50.000.000 ກີບ ຕໍ່ຜູ້ຝາກເງິນໜຶ່ງລາຍ ຕໍ່ສະມາຊິກໜຶ່ງແຫ່ງ.

4. ເບ້ຍປະກັນເງິນຝາກ ແມ່ນຫຍັງ?

ເບ້ຍປະກັນເງິນຝາກ ແມ່ນ ຈໍານວນເງິນທີ່ສະມາຊິກ ຕ້ອງຈ່າຍໃຫ້ ສປງ ເພື່ອປະກອບສ່ວນເຂົ້າຄັງປົກປ້ອງເງິນຝາກໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ ສາມາດປົກປ້ອງຜູ້ຝາກເງິນນັບມື້ນັບສູງຂຶ້ນ.

5. ສປງ ປົກປ້ອງເງິນຝາກຂອງໃຜແດ່?

ສປງ ປົກປ້ອງເງິນຝາກຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

6. ເງິນຝາກຂອງ ບຸກຄົນ ແມ່ນເງິນຝາກແນວໃດ?

ເງິນຝາກຂອງ ບຸກຄົນ ແມ່ນເງິນຝາກຂອງຄົນທົ່ວໄປ ທີ່ນໍາໄປຝາກໄວ້ ຢູ່ທະນາຄານທຸລະກິດ ຫຼື ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ທີ່ໄດ້ເຂົ້າເປັນສະມາຊິກຂອງ ສປງ ຕາມດໍາລັດວ່າດ້ວຍການປົກປ້ອງເງິນຝາກ (ທ່ານສາມາດເບີ່ງລາຍຊື່ຂອງສະມາຊິກໄດ້ທີ່: ລາຍຊື່ສະມາຊິກ ສປງ ສະບັບປັບປຸງ ລ່າສຸດ).

7. ເງິນຝາກຂອງ ນິຕິບຸກຄົນ ແມ່ນເງິນຝາກແນວໃດ?

ເງິນຝາກຂອງ ນິຕິບຸກຄົນ ແມ່ນເງິນຝາກຂອງພາກສ່ວນ ຫຼື ອົງການທີ່ຂຶ້ນທະບຽນວິສາຫະກິດ ໂດຍມີຊື່, ມີສະຖານ ທີ່ຕັ້ງສໍານັກງານ, ມີຊັບສົມບັດເປັນຂອງຕົນເອງ, ມີສິດ ແລະ ພັນທະຕາມກົດໝາຍກໍານົດໄວ້ເຊັ່ນ: ວິສາຫະກິດ ແລະ ບໍລິສັດ ທັງຂອງລັດ, ລັດຮຸ້ນສ່ວນ ແລະ ເອກະຊົນ.

8. ເງິນຝາກຂອງ ການຈັດຕັ້ງທີ່ໄດ້ຮັບການປົກປ້ອງ ແມ່ນເງິນຝາກແນວໃດ?

ເງິນຝາກຂອງ ການຈັດຕັ້ງທີ່ໄດ້ຮັບການປົກປ້ອງ ແມ່ນເງິນຝາກ ການຈັດຕັ້ງທີ່ບໍ່ແມ່ນການຈັດຕັ້ງລັດ ແລະ ບໍ່ແມ່ນການຈັດຕັ້ງສາກົນ (ທີ່ລະບຸໄວ້ໃນມາດຕາ 9 ຂອງດໍາລັດວ່າດ້ວຍການປົກປ້ອງເງິນຝາກ) ເຊັ່ນ: ການຈັດຕັ້ງສາດສະ ໜາ ຫຼື ວັດ, ສະມາຄົມ, ມູນນິທິ ແລະ ການຈັດຕັ້ງອື່ນໆ ທີ່ສ້າງຂຶ້ນເພື່ຶອຊ່ອຍເຫຼືອສັງຄົມ ຫຼື ຈຸດປະສົງສະເພາະດ້ານ.

9. ຜູ້ຝາກເງິນຈະໄດ້ຮັບການປົກປ້ອງເງິນຝາກເມື່ອໃດ?

ຜູ້ຝາກເງິນຈະໄດ້ຮັບການປົກປ້ອງເງິນຝາກໂດຍທັນທີ ທີ່ເປີດບັນຊີເງິນຝາກກັບສະມາຊິກຂອງ ສປງ ຊຶ່ງບໍ່ຈໍາເປັນຕ້ອງລົງທະ ບຽນ ຫຼື ຂຽນແບບຟອມໃດໆ ໃນກໍລະນີທີ່ສະມາຊິກແຫ່ງນັ້ນ ຖືກຖອນໃບອະນຸຍາດດໍາເນີນທຸລະກິດ ຜູ້ຝາກເງິນສາມາດດຳ ເນີນການຂໍຮັບເງິນຈາກສໍານັກງານປົກປ້ອງເງິນຝາກໄດ້ ຕາມການປະກາດ ຫຼື ແຈ້ງການຂອງທະນາຄານແຫ່ງ ສປປ ລາວ.

10. ເງິນຝາກທີ່ໄດ້ຮັບການປົກປ້ອງ ມີເງິນຝາກປະເພດໃດແນ່?
  • ເງິນຝາກກະແສລາຍວັນ.
  • ເງິນຝາກປະຢັດ.
  • ເງິນຝາກມີກໍານົດ.
11. ເງິນຝາກທີ່ບໍ່ໄດ້ຮັບການປົກປ້ອງ ມີເງິນຝາກຂອງໃຜ ແລະ ມີເງິນຝາກປະເພດໃດແນ່?
  • ເງິນຝາກຂອງຜູ້ບໍລິຫານ: ໝາຍເຖິງ ເງິນຝາກຂອງ ກໍາມະການສະພາບໍລິຫານ, ຄະນະອໍານວຍການ, ຫົວໜ້າພະແນກ ແລະ ຫົວໜ້າສາຂາ ຂອງສະຖາບັນການເງິນນັ້ນເອງ;
  • ເງິນຝາກຂອງຜູ້ຖືຮຸ້ນລາຍໃຫຍ່: ໝາຍເຖິງ ເງິນຝາກຂອງ ຜູ້ຖືຮຸ້ນ ແຕ່ສິບສ່ວນຮ້ອຍ (10%) ຂຶ້ນໄປ ຂອງຈໍານວນຮຸ້ນທັງໝົດ ທີ່ສາມາດລົງຄະແນນສຽງໄດ້ ໃນສະຖາບັນການເງິນນັ້ນເອງ;
  • ເງິນຝາກຂອງສະຖາບັນການເງິນອື່ນ ໝາຍເຖິງ ເງິນຝາກ ລະຫວ່າງ ສະຖາບັນການເງິນດ້ວຍກັນ;
  • ເງິນຝາກຄັງເງິນແຫ່ງຊາດ;
  • ເງິນຝາກຂອງອົງການຈັດຕັ້ງລັດ ໝາຍເຖິງ ເງິນຝາກຂອງ ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ;
  • ເງິນຝາກຂອງອົງການຈັດຕັ້ງສາກົນ;
  • ເງິນຝາກສໍາລັບຊື້-ຂາຍຫຼັກຊັບ;
  • ເງິນຝາກປະຈໍາວັນ;
  • ເງິນວາງຄໍ້າປະກັນທີ່ໄດ້ຮັບ;
  • ເງິນຝາກທີ່ບໍ່ມີການເຄື່ອນໄຫວ.
12. ທ່ານຈະໄດ້ຮັບເງິນປົກປ້ອງສູງສຸດເທົ່າໃດ?

ທ່ານຈະໄດ້ັຮັບເງິນປົກປ້ອງສູງສຸດ ຈໍານວນ ຫ້າສິບລ້ານ (50.000.000) ກີບ ຕໍ່ຜູ້ຝາກເງິນໜຶ່ງລາຍ (ບຸກຄົນ ແລະ ນິຕິບຸກຄົນ ຫຼື ການຈັດຕັ້ງ) ທີ່ຝາກໄວ້ນໍາສະມາຊິກໜຶ່ງແຫ່ງ ໂດຍຄິດໄລ່ລວມທຸກສະກຸນເງິນ ທັງຕົ້ນທຶນ ແລະ ດອກເບ້ຍ ທົ່ວລະບົບສາ ຂາ ຫຼື ໜ່ວຍບໍລິການຂອງສະມາຊິກແຫ່ງນັ້ນ ແລະ ລວມທຸກບັນຊີເງິນຝາກ;

13. ສະມາຊິກຂອງ ສໍານັກງານປົກປ້ອງເງິນຝາກປະກອບມີ ພາກສ່ວນໃດແດ່?

ສະມາຊິກຂອງ ສໍານັກງານປົກປ້ອງເງິນຝາກປະກອບມີ ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດຈາກ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານສາມາດສັງເກດໄດ້ຈາກໃບຢັ້ງຢືນການເປັນສະມາຊິກ ທີ່ຕິດໄວ້ຈຸດບໍລິການຮັບ-ຝາກເງິນ ຫຼື ສາມາດເບີ່ງລາຍຊື່ຂອງສະມາຊິກໄດ້ທີ່ນີ້ (ລາຍຊື່ສະມາຊິກ ສປງ ສະບັບປັບປຸງ ລ່າສຸດ).

14. ການຈ່າຍເງິນເງິນປົກປ້ອງແມ່ນຫຍັງ?
  • ແມ່ນການຈ່າຍເງິນຝາກໃຫ້ຜູ້ຝາກເງິນ 01 ລາຍ ຕໍ່ສະມາຊິກ ຫຼື ສະຖາບັນການເງິນ 01 ແຫ່ງ;
  • ແມ່ນການຈ່າຍໃນກໍລະນີທີ່ສະຖາບັນການເງິນແຫ່ງໃດໜຶ່ງທີ່ເປັນສະມາຊິກຢູ່ໃນພາວະລົ້ມລະລາຍ;
  • ແມ່ນການຈ່າຍເປັນສະກຸນເງິນກີບ ຊຶ່ງຈໍານວນເງິນທີ່ຈ່າຍ ຈະລວມທັງຕົ້ນທຶນ ແລະ ດອກເບ້ຍຂອງເງິນຝາກທີ່ຍັງເຫຼືອ ໃນວັນສຸດທ້າຍຂອງການດຳເນີນທຸລະກິດ ຂອງສະມາຊິກແຫ່ງນັ້ນ;
  • ແມ່ນການຈ່າຍໃນຈໍານວນວົງເງິນປົກປ້ອງສູງສຸດ ທີ່ໄດ້ກຳນົດໄວ້, ສໍາລັບຍອດເຫຼືອທີ່ເກີນວົງເງິນປົກປ້ອງ ແມ່ນໃຫ້ສະເໜີຕໍ່ຄະນະຊໍາລະສະສາງ.

Ask Us