ປະທານຮ່ວມ

ສຳນັກງານປົກປ້ອງເງິນ(ສປງ)ຝາກຮ່ວມກັບ ປະກັນໄພເງິນຝາກ ສສ ຫວຽດນາມ(DIV) ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ທົບທວນວຽກງານວິຊາສະເພາະດ້ານການປົກປ້ອງເງິນຝາກ.

27/10/2026
ໃນວັນທີ 06-07 ຕຸລາ 2026 ທີ່ໂຮງແຮມ ຮໍລິເດອິນ (Holiday Inn) ນະຄອນຫຼວງວຽງຈັນ, ສໍານັກງານປົກປ້ອງເງິນຝາກ (ສປງ) ຮ່ວມກັບ ປະກັນໄພເງິນຝາກຫວຽດນາມ (Deposit Insurance of Vietnam - DIV) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການປົກປ້ອງເງິນຝາກ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສປງ ແລະ ທ່ານ ນ. ຮວ່າງ ທິ ເຟືອງ ແຮງ (Hoang Thi Phuong Hanh) ກໍາມະການສະພາບໍລິຫານ DIV ພ້ອມດ້ວຍການເຂົ້າຮ່ວມຂອງ ຄະນະ ສປງ, ຄະນະພະແນກ ແລະ ວິຊາການ ຂອງທັງສອງພາກສ່ວນ ເຂົ້າຮ່ວມທັງໝົດ ຈໍານວນ 54...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນ(ສປງ)ຝາກຮ່ວມກັບ ປະກັນໄພເງິນຝາກ ສສ ຫວຽດນາມ(DIV) ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ທົບທວນວຽກງານວິຊາສະເພາະດ້ານການປົກປ້ອງເງິນຝາກ.
1. ຮູບປະທານກອງປະຊຸມ

ສຳນັກງານປົກປອງເງິນຝາກ (ສປງ) ສະເຫຼີມສະຫຼອງເນື່ອງໃນໂອກາດວັນສ້າງຕັ້ງ ສປງ ຄົບຮອບ 27 ປີ(23 ກັນຍາ 1999 – 23 ກັນຍາ 2026)

13/10/2026
ໃນວາລະຂອງພິທີ, ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າສໍານັກງານປົກປ້ອງເງິນຝາກ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຂອງ ສປງ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ. ຈາກນັ້ນ, ໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ບັນດາສະມາຊິກຂອງ ສປງເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະມາຊິກ ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການພັດທະນາວຽກງານປົກປ້ອງເງິນຝາກ ໃນໄລຍະຜ່ານມາ ຊຶ່ງປະກອບມີທັງໝົດ: 41 ແຫ່ງ ໃນນີ້ມີທະນາຄານທຸລະກິດ ຈໍານວນ 35 ແຫ່ງ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍານວນ 06 ແຫ່ງ ຍັງບໍ່ທັນເປັນສະມາຊິກ 16 ແຫ່ງ. ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ສໍານັກງານປົກປ້ອງເງິນຝາກ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ສປງ ທີ່ຍາດມາໄດ້ຕະຫຼອດ 27 ປີ. ທ່ານໄດ້ເນັ້ນໜັກວ່າ ໃນໄລຍະໃໝ່ທີ່ເສດຖະກິດ-ການເງິນ...ອ່ານເພີ່ມເຕີມ - ສຳນັກງານປົກປອງເງິນຝາກ (ສປງ) ສະເຫຼີມສະຫຼອງເນື່ອງໃນໂອກາດວັນສ້າງຕັ້ງ ສປງ ຄົບຮອບ 27 ປີ(23 ກັນຍາ 1999 – 23 ກັນຍາ 2026)
pic GTP in KDIC 01

ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026

02/10/2026
ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026            ໃນລະຫວ່າງວັນທີ 15-18 ກັນຍາ 2026, ຄະນະຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ ນໍາພາໂດຍ ທ່ານວ່າການແທນຫົວໜ້າ ສປງ, ຮອງຫົວໜ້າ ສປງ ແລະ ວິຊາການ ລວມທັງໝົດ 04 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ  KDIC Global Training Program ປະຈໍາປີ 2026 ພາຍໃຕ້ຫົວຂໍ້: “ການແກ້ໄຂບັນຫາ ແລະ ການເກັບກູ້ຊັບສິນ” ພາຍໃຕ້ການເປັນເຈົ້າພາບຂອງ ປະກັນໄພເງິນຝາກເກົາຫຼີ (Korea Deposit Insurance Corporation ຫຼື KDIC) ທີ່ປະເທດ ສ. ເກົາຫຼີ ໂດຍມີຜູ້ຕາງໜ້າຈາກ 26 ປະເທດເຂົ້າຮ່ວມ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026
ທ່ານ ຮອງຜູ້ວ່າປະກອບຄຳຄິດເຫັນ 1

ສຳນັກງານປົກປ້ອງເງິນຝາກ(ສປງ) ເຂົ້າຮ່ວມງານ”ເທດສະການຄຳລາວ2026″(Lao Gold Festival 2026)

16/09/2026
ໃນວັນທີ 4-6 ກັນຍາ 2026 ທີ່່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມເປີດບູດວາງສະແດງ ເພື່ອສືບຕໍ່ໂຄສະນາເຜີຍແຜ່ວຽກງານປົກປ້ອງເງິນຝາກ ໃຫ້ກັບພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ພະນັກງານຂອງສະຖາບັນການເງິນ, ທະຫານ-ຕໍາຫຼວດ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາຮ່ວມງານ “ເທດສະການຄຳລາວ 2026” (Lao Gold Festival 2026) ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ມຸ້ງເນັ້ນການເຊື່ອມໂຍງຄວາມຮ່ວມມື ດ້ວຍການສ້າງຄວາມເຊື່ອໝັ້ນ ແລະ ເຕີບໂຕແບບຍືນຍົງຮ່ວມກັນ”. ໃນພິທີເປີດດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ, ພ້ອມດ້ວຍບັນດາການນຳພັກ-ລັດ, ຜູ້ຕາງໜ້າບັນດາກະຊວງ, ອົງການຂອງລັດ, ສະຖານທູດ, ອົງການຈັດຕັ້ງສາກົນສະພາການຄ້າ, ສະມາຄົມຄຳ, ສະຖາບັນການເງິນ,...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ(ສປງ) ເຂົ້າຮ່ວມງານ”ເທດສະການຄຳລາວ2026″(Lao Gold Festival 2026)
ປະທານ ກຊ

ສຳນັກງານປົກປ້ອງເງິນຝາກ (ສປງ) ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ

08/09/2026
ວັນທີ 28-29 ສິງຫາ 2026 ທີ່ຜ່ານມາ ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ມີທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ (ກໍາມາທິການກົດໝາຍ ແລະ ຍຸຕິທໍາ, ກໍາມາທິການເສດຖະກິດ ແລະ ການເງິນ), ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ຫ້ອງການ ທຫລ, ກົມຄຸ້ມຄອງທະນາຄານທຸລະກິດ ທຫລ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທຫລ, ສໍານັກງານປົກປ້ອງເງິນຝາກ), ຕາງໜ້າຈາກຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ (ສປງ) ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ