IADI 1

ໃນລະຫວ່າງວັນທີ 05-06 ພຶດສະພາ 2026, ຄະນະຜູ້ແທນ ຈາກສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີຂອງຄະນະກໍາມະການພາກພື້ນອາຊີ-ປາຊີຟິກ ຂອງສະມາຄົມປະກັນໄພເງິນຝາກສາກົນ (IADI APRC) ຄັ້ງທີ 24 ແລະ ກອງປະຊຸມສາກົນ (APRC 2026) ທີ່ ນະຄອນຫຼວງ ກົວລາລໍໍາເປີ, ປະເທດ ມາເລເຊຍ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນເຈົ້າພາບຂອງ ປະກັນໄພເງິນຝາກມາເລເຊຍ (PIDM) ຊຶ່ງມີຜູ້ເຂົ້າຮ່ວມຈາກອົງການປົກປ້ອງເງິນຝາກ ແລະ ອົງການແກ້ໄຂບັນຫາສະຖາບັນການເງິນ ຫຼາຍກວ່າ 20 ປະເທດໃນທົ່ວພາກພື້ນອາຊີ-ປາຊີຟິກ.

 

          ໃນກອງປະຊຸມໄດ້ສຸມໃສ່ການແລກປ່ຽນທັດສະນະກ່ຽວກັບການເສີມສ້າງຄວາມພ້ອມໃນການຮັບມືກັບວິກິດການ, ຄວາມພ້ອມດ້ານການປະຕິບັດງານ ແລະ ການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ໃນສະພາວະທາງການເງິນໂລກທີ່ມີຄວາມຫຍຸ້ງຍາກ ແລະ ບໍ່ໝັ້ນຄົງ. ທ່ານ ຣາຟີສ ອາຊວນ ອັບດຸນລາ (Rafiz Azua Abdullah) ຜູ້ບໍລິຫານສູງສຸດຂອງ ປະກັນໄພເງິນຝາກມາເລເຊຍ ຍັງໄດ້ເນັ້ນໜັກເຖິງຄວາມທ້າທາຍທາງດ້ານໂຄງສ້າງ ແລະ ພູມສາດທາງການເມືອງ, ຄວາມວ່ອງໄວໃນການຕັດສິນໃຈໂດຍການອີງໃສ່ຂໍ້ມູນ ແລະ ການມີວິໄສທັດທີ່ກວ້າງໄກ ຊຶ່ງເປັນສິ່ງຈໍາເປັນໃນການຮັກສາສະຖຽນລະພາບທາງການເງິນ. ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນການເສີມສ້າງສາຍພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນ ທີ່ດີທີ່ສຸດໃນລະດັບພາກພື້ນ ໂດຍສະເພາະແມ່ນ ການພັດທະນາວຽກງານປົກປ້ອງເງີນຝາກໃຫ້ສອດຄ່ອງກັບຫຼັກການສາກົນ ສະບັບປັບປຸງໃໝ່ປີ 2025 ຊຶ່ງເນື້ອໃນສໍາຄັນທີ່ ສປງ ໄດ້ຖອດຖອນບົດຮຽນໃນກອງປະຊຸມຄັ້ງນີ້ ປະກອບມີ:

  • ການນໍາໃຊ້ຫຼັກການສາກົນ ຊຶ່ງຈະເປັນການນໍາໃຊ້ຫຼັກການສໍາຄັນ (Core Principles) ຂອງ IADI ສະບັບປັບປຸງໃໝ່ ເພື່ອຍົກລະດັບການຄຸ້ມຄອງ, ການກະກຽມຄວາມພ້ອມຕໍ່ກັບວິກິດການ ແລະ ການຮ່ວມມືລະຫວ່າງປະເທດ;
  • ການຝຶກປະຕິບັດຕົວຈິງໃນການຈໍາລອງສະຖານະການ, ໃນນັ້ນຄະນະຜູ້ແທນຈາກ ສປງ ກໍໄດ້ເຂົ້າຮ່ວມໃນຫ້ອງປະຕິບັດການຈໍາລອງວິກິດການ ເພື່ອຮຽນຮູ້ວິທີການແກ້ໄຂບັນຫາທີ່ເກີດຂຶ້ນຈິງ ຢ່າງມີຫົວຄິດປະດິດສ້າງ ແລະ ການຮຽນຮູ້ເຖິງຄວາມຮູ້ສຶກຂອງຜູ້ຝາກເງິນ ໃນກໍລະນີທີ່ມີ ສະຖາບັນການເງິນເຂົ້າສູ່ສະພາວະລົ້ມລະລາຍ;

 

  • ນະວັດຕະກໍາ ແລະ ການນໍາໃຊ້ເຕັກໂນໂລຊີ ເປັນການນໍາໃຊ້ຂໍ້ມູນ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຜູ້ຝາກເງິນ ແລະ ຮັບປະກັນການບໍລິການດ້ານການທະນາຄານທີ່ຈໍາເປັນໃຫ້ດໍາເນີນໄປໄດ້ຢ່າງຕໍ່ເນື່ອງໃນຊ່ວງເກີດວິກິດການ. ພ້ອມທັງ ຍັງໄດ້ສຶກສາເຄື່ອງມືປະເມີນຕົນເອງທີ່ອີງໃສ່ AI ແລະ ເຄື່ອງມືຄິດໄລ່ວົງເງິນປົກປ້ອງຕາມຮູບແບບຂອງປະເທດຕ່າງໆໃນພາກພື້ນ.

 

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຖືເປັນບາດກ້າວທີ່ສໍາຄັນຂອງ ສປງ ໃນການຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການ ໃຫ້ທຽບເທົ່າກັບມາດຕະຖານຂອງພາກພື້ນ ແລະ ສາກົນ ໂດຍການນໍາເອົາບົດຮຽນອັນລໍໍ້າຄ່າ, ນະວັດຕະກໍາໃໝ່ໆ ແລະ ປະສົບການຕົວຈິງຈາກການຈໍາລອງວິກິດການ ມາໝູນໃຊ້ເຂົ້າໃນວຽກງານຕົວຈິງ ທັງນີ້ກໍເພື່ອແນໃສ່ການສ້າງຕາໜ່າງຄວາມປອດໄພທາງການເງິນໃຫ້ມີຄວາມເຂັ້ມແຂງ ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ແລະ ຍົກສູງບົດບາດຂອງວຽກງານປົກປ້ອງເງິນຝາກໃນ ສປປ ລາວ ໃຫ້ໂດດເດັ່ນ ແລະ ກ້າວເຂົ້າສູ່ລະດັບສາກົນຢ່າງໜັກແໜ້ນ.

 

 

ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ

News