ກຊ

ວັນທີ 28-29 ສິງຫາ 2026 ທີ່ຜ່ານມາ ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເປີດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ມີທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ (ກໍາມາທິການກົດໝາຍ ແລະ ຍຸຕິທໍາ, ກໍາມາທິການເສດຖະກິດ ແລະ ການເງິນ), ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ຫ້ອງການ ທຫລ, ກົມຄຸ້ມຄອງທະນາຄານທຸລະກິດ ທຫລ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທຫລ, ສໍານັກງານປົກປ້ອງເງິນຝາກ), ຕາງໜ້າຈາກຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງຍຸຕິທໍາ ຕະຫຼອດຮອດ ພະນັກງານ-ລັດຖະກອນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນ ຫຼາຍກວ່າ 60 ຄົນ.

ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມ ເນື່ອງຈາກເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ແມ່ນອີງໃສ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກເທົ່ານັ້ນ  ຈຶ່ງເຫັນວ່າຍັງມີຫຼາຍບັນຫາທີ່ເປັນຂໍ້ຈໍາກັດ ແລະ  ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ   ໂດຍສະເພາະແມ່ນທີ່ຕັ້ງຂອງສໍານັກງານປົກປ້ອງເງິນຝາກ ຍັງມີລັກສະນະຄຸມເຄືອ ຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານ ຂອງສໍານັກງານປົກປ້ອງເງິນຝາກ ຍັງບໍ່ທັນຄ່ອງຕົວ ແລະ ສັງຄົມກໍຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສະຖານະພາບ ແລະ ການເຄື່ອນໄຫວວຽກງານຂອງສໍານັກງານປົກປ້ອງເງິນຝາກ, ການໝູນໃຊ້ຫຼັກການສາກົນ ກ່ຽວກັບລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ ຍັງບໍ່ທັນໄດ້ຮັບການ ຈັດຕັ້ງປະຕິບັດຄົບຖ້ວນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຍັງພົບຄວາມຫຍຸ້ງຍາກ, ທະນາຄານທຸລະກິດ ຍັງບໍ່ສາມາດປະຕິບັດດໍາລັດໄດ້ຢ່າງເຕັມສ່ວນ, ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມຕໍ່ກັບວຽກງານປົກປ້ອງເງິນຝາກ ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ຢ່າງທົ່ວເຖິງ. ສະນັ້ນ, ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດຕົວຈິງ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດ.

ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບ ຈະໄດ້ລາຍງານຜົນສໍາເລັດຂອງການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍສະບັບນີ້ຕໍ່ກອງປະຊຸມ ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ປະຈໍາເດືອນກັນຍາ 2026 ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍປີນີ້.

 

 

ຮູບພາບ ແລະ ບົດຂ່າວໂດຍ: ພະເເນກບໍລິຫານ-ຈັດຕັ້ງ

News