Lastest News

About Deposit Protection Office

ໃນໄລຍະຜ່ານມາ ສໍານັກງານປົກປ້ອງເງິນຝາກ ເຄື່ອນໄຫວວຽກງານພາຍໃຕ້ກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ສະບັບເລກທີ 283/ທຫລ, ລົງວັນທີ 30 ສິງຫາ 1999 ຊຶ່ງມີພາລະບົດບາດເປັນເສນາທິການ ໃຫ້ແກ່ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ທີ່ຝາກໄວ້ຢູ່ນຳທະນາຄານທຸລະກິດ ທີ່ເປັນສະມາຊິກຂອງກອງທຶນປົກປ້ອງຜູ້ຝາກເງິນ. ມາໃນຊຸມປີ 2014 ເພື່ອຍົກບົດບາດ ຂອງກອງທຶນປົກປ້ອງຜູ້ຝາກເງິນໃຫ້ສູງຂຶ້ນ ສະນັ້ນຈຶ່ງໄດ້ຍົກ​ລະ​ດັບ​​ກົດ​ລະ​ບຽບດັ່ງກ່າວ​ເປັນດຳ​ລັດວ່າດ້ວຍການປົກປ້ອງເງິນຝາກ ຈຸດປະສົງເພື່ອຮັບປະກັນຄວາມສາມາດໃນການປົກປ້ອງເງິນຝາກໃຫ້ກວ້າງຂຶ້ນ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ກໍຄືລະບຽບຫຼັກການທັງພາຍໃນ ແລະ ສາກົນ, ໃນນັ້ນ, ຈຶ່ງໄດ້ປັບປຸງພາລະບົດບາດ ແລະ ໜ້າທີ່ຂອງສໍານັກງານປົກປ້ອງເງິນຝາກເຊັ່ນ: ໂຄງປະກອບການຈັດຕັ້ງ, ເງື່ອນໄຂການເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ, ຂັ້ນຕອນການຈ່າຍເງິນປົກປ້ອງ, ການຊໍາລະສະສາງ, ຄັງປົກປ້ອງເງິນຝາກ, ການຄຸ້ມຄອງ ການກວດກາ ແລະ ອື່ນໆ.

ສຳນັກງານປົກປ້ອງເງິນຝາກ

Deposit Protection office of Lao PDR.

100Million LAKDeposit Protection Coverage
38BanksDPO's Commercial Bank Member
05InstitutionsDPO's Financial Institution Member

Request a Free Call Back

_