1 1

ໃນວັນທີ 04 ສິງຫາ 2026, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໂດຍອີງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກໍລະກົດ 2026. ຊຶ່ງກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ພ້ອມດ້ວຍບັນດາຄະນະກົມ, ຄະນະຮັບຜິດຊອບ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ແລະ ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງຍຸຕິທໍາ ເຂົ້າຮ່ວມລວມທັງໝົດ 32 ທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ສຸມໃສ່ປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຕາມການປະກອບຄໍາເຫັນຂອງບັນດາສະມາຊິກລັດຖະບານ ທີ່ໄດ້ໃຫ້ທັດສະນະໄວ້ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ກໍລະກົດ 2026 ຜ່ານມາ ຊຶ່ງແນໃສ່ການຮຽບຮຽງເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີຄວາມຮັດກຸມ, ຄົບຖ້ວນ ແລະ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງສອດຄ່ອງກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ໂດຍໄດ້ມີການປຶກສາຫາລື, ຕັ້ງຄໍາຖາມເຈາະຈິ້ມ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ຕໍ່ບັນຫາສຳຄັນຕ່າງໆ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມກະຈ່າງແຈ້ງ ແລະ ສົມບູນຍິ່ງຂຶ້ນ.

ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ແລະ ສະຫຼຸບຊີ້ນໍາ ໂດຍໄດ້ຕີລາຄາສູງຕໍ່ການກະກຽມເນື້ອໃນ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ ຮີບຮ້ອນນໍາເອົາຄໍາເຫັນ ແລະ ທັດສະນະຕ່າງໆ ທີ່ໄດ້ຕົກລົງເປັນເອກະພາບກັນໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ປັບປຸງຮ່າງກົດໝາຍດັ່ງກ່າວ ໃຫ້ສໍາເລັດຕາມກໍານົດເວລາ ດ້ວຍຜົນສໍາເລັດອັນຈົບງາມ. ພ້ອມທັງ ສາມາດນໍາສະເໜີຮ່າງກົດໝາຍດັ່ງກ່າວຕໍ່ສະພາແຫ່ງຊາດຕາມກໍານົດເວລາທີ່ວາງໄວ້.

 

 

 

 

ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ

News