History of Deposit Protection Office

ໃນໄລຍະປີ 1922-1980 ເກີດມີວິກິດການທາງດ້ານການເງິນ ທີ່ສົ່ງຜົນກະທົບຕໍ່ກັບລະບົບເສດຖະກິດຂອງໂລກຢ່າງຮ້າຍແຮງ. ໂດຍສະເພາະໃນຊ່ວງ, ປີ 1922-1933, ຢູ່ປະເທດສະຫະລັດອາເມລິກາ ເກີດມີວິກິດການທາງດ້ານການເງິນ, ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ບັນດາສະຖາບັນການເງິນ ແລະ ຫຼັ່ງໄຫຼໄປຖອນເງິນ ເປັນສາເຫດເຮັດໃຫ້ສະຖາບັນການເງິນລົ້ມລະລາຍຫຼາຍກ່ວາ 10 ພັນແຫ່ງ. ຈາກວິກິດການດັ່ງກ່າວ ຈຶ່ງເຮັດໃຫ້ຫຼາຍປະເທດໃນໂລກ ສ້າງຕັ້ງສະຖາບັນປະກັນໄພເງິນຝາກຂຶ້ນ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ. ໃນນັ້ນ, ປະເທດສະຫະລັດອາເມລິກາ ເປັນປະເທດທໍາອິດ ທີ່ສ້າງຕັ້ງສະຖາບັນປະກັນໄພເງິນຝາກຂຶ້ນ ໃນປີ 1933. ຢ່າງໃດກໍຕາມ, ວິກິດການທາງດ້ານການເງິນ ຍັງສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກຢ່າງຕໍ່ເນື່ອງ ເຮັດໃຫ້ເສດຖະກິດມີການຖົດຖອຍ ແລະ ຂະຫຍາຍຕົວຊ້າ. ສະນັ້ນ, ລັດຖະບານຂອງຫຼາຍປະເທດໃນໂລກ ໄດ້ຕັດສິນໃຈສ້າງຕັ້ງລະບົບປະກັນໄພເງິນຝາກຂອງຕົນຂຶ້ນ ແນໃສ່ເພື່ອປົກປ້ອງເງິນຝາກໃນລະບົບສະຖາບັນການເງິນ ໃຫ້ມີຄວາມປອດໄພຍິ່ງຂຶ້ນ. ສະເພາະໃນຂົງເຂດອາຊີ-ປາຊີຟິກ ໄດ້ສ້າງຕັ້ງປະກັນໄພເງິນຝາກຂຶ້ນ ເປັນຕົ້ນແມ່ນ: ຢູ່ປະເທດຍີ່ປຸ່ນ ໃນປີ 1971; ຢູ່ ປະເທດຫວຽດນາມ ປີ 1999; ຢູ່ປະເທດມາເລເຊຍ ປີ 2005; ຢູ່ ປະເທດໄທ ປີ 2008 ແລະ ປະເທດ ອື່ນໆ.

ໃນປີ 1997–1998, ສະເພາະຢູ່ຂົງເຂດອາຊີ ໄດ້ເກີດວິກິດການທາງການເງິນ (ເສດຖະກິດຟອງສະບູ ຫຼື ຕົ້ມຍໍາກຸ້ງ ຢູ່ປະເທດໄທ) ເຮັດໃຫ້ມີຫຼາຍສະຖາບັນການເງິນລົ້ມລະລາຍ. ສະເພາະຢູ່ ສປປ ລາວ ໃນຊຸມປີ 1998-1999 ເຖິງແມ່ນວ່າຈະບໍ່ໄດ້ຮັບຜົນກະທົບໂດຍກົງຈາກວິກິດການດັ່ງກ່າວກໍຕາມ ແຕ່ສະພາບເສດຖະກິດ, ການເງິນ-ເງິນຕາ ຍັງມີຄວາມອ່ອນໄຫວໄປຕາມກະແສຄື້ນຂອງວິກິດການທີ່ແຜ່ລາມໄປທົ່ວໂລກ, ທົ່ວຂົງເຂດ ແລະ ພາກພື້ນ. ພ້ອມດຽວກັນນັ້ນ, ເພື່ອປະຕິບັດຕາມເງື່ອນໄຂເງິນກູ້ ຂອງທະນາຄານພັດທະນາອາຊີ (ADB- FSPL II) ໃຫ້ແກ່ລັດຖະບານ ໂດຍໄດ້ຜ່ານການເຫັນດີເຫັນພ້ອມໃນກອງປະຊຸມ ລະຫວ່າງ ທະນາຄານແຫ່ງ ສປປ ລາວ, ທະນາຄານພັດທະນາອາຊີ ແລະ ບໍລິສັດ CAFSL ໃນຄັ້ງວັນທີ 25 ກຸມພາ 1998; ພ້ອມທັງປະຕິບັດຕາມນະໂຍບາຍການຕ່າງປະເທດຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ໃນການເຊື່ອມໂຍງກັບສາກົນ ແລະ ພາກພື້ນ, ຈຶ່ງໄດ້ສ້າງຕັ້ງກອງທຶນປົກປ້ອງຜູ້ຝາກເງິນຂຶ້ນ ໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ລະບົບທະນາຄານ ໄປຄຽງຄູ່ກັບການພັດທະນາລະບົບທະນາຄານ. ສປປ ລາວ ແມ່ນໜຶ່ງໃນບັນດາປະເທດ ທີ່ມີລະບົບປະກັນໄພເງິນຝາກຂອງຈໍານວນ 143 ປະເທດ ໃນທົ່ວໂລກ   (ຂໍ້ມູນ ເດືອນ 6/2019).

ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກອງທຶນປົກປ້ອງຜູ້ຝາກເງິນ,  ທະນາຄານແຫ່ງ ສປປ ລາວ ຕົກລົງແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຄົ້ນຄວ້າບັນດານິຕິກຳ ພ້ອມທັງກະກຽມບຸກຄະລາກອນຈໍານວນໜຶ່ງ ເພື່ອປະກອບເຂົ້າໃນໂຄງຮ່າງການຈັດຕັ້ງຂອງກອງທຶນປົກປ້ອງຜູ້ຝາກເງິນ. ສະນັ້ນ, ມາຮອດວັນທີ 23 ກັນຍາ 1999 ລັດຖະມົນຕີວ່າການກະຊວງການເງິນ ຈຶ່ງອອກຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກອງທຶນປົກປ້ອງຜູ້ຝາກເງິນ ສະບັບເລກທີ 1285/ກງ ແລະ ໃນວັນທີ 07 ທັນວາ 1999 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ອອກໃບອະນຸຍາດສ້າງຕັ້ງກອງທຶນປົກປ້ອງຜູ້ຝາກເງິນ ສະບັບເລກທີ 388/ທຫລ, ເປັນວິສາຫະກິດຂອງລັດ 100% ແລະ ໄດ້ຮັບການປະກອບທຶນຈົດທະບຽນເບື້ອງຕົ້ນ 100 ລ້ານກີບ ຈາກກະຊວງການເງິນ. ກອງທຶນປົກປ້ອງຜູ້ຝາກເງິນເຄື່ອນໄຫວພາຍໃຕ້ກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ສະບັບເລກທີ 283/ທຫລ, ລົງວັນທີ 30 ສິງຫາ 1999 ແລະ ຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານແຫ່ງ ສປປ ລາວ.

 

 

ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ໃນໄລຍະຜ່ານມາພາຍໃຕ້ ກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ເຫັນວ່າຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເພື່ອພັດທະນາວຽກງານຂອງຕົນໃຫ້ສອດຄ່ອງກັບຫຼັກການສາກົນເທື່ອລະກ້າວ. ສະນັ້ນ, ໃນຊຸມປີ 2014-2017 ຄະນະພັກ-ຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຈຶ່ງເຫັນດີແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າປັບປຸງນິຕິກໍາ ແລະ ຍົກລະດັບກົດລະບຽບດັ່ງກ່າວເປັນດຳລັດວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງໄດ້ຖືກຮັບຮອງຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ປະກາດໃຊ້ຢ່າງເປັນທາງການ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017. ອີງໃສ່ດໍາລັດສະບັບດັ່ງກ່າວ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສຳນັກງານປົກປ້ອງເງິນຝາກ ສະບັບເລກທີ 52/ທຫລ, ລົງວັນທີ 16 ມັງກອນ 2019 ແລະ ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສໍານັກງານປົກປ້ອງເງິນຝາກ ສະບັບເລກທີ 68/ທຫລ, ລົງວັນທີ 22 ມັງກອນ 2019 ຊຶ່ງເປັນການຈັດຕັ້ງການເງິນຂອງລັດມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກຳໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ.

ມາຮອດວັນທີ 23 ມັງກອນ 2019 ໄດ້ປະກາດປ່ຽນສະຖານະພາບຈາກ ລັດວິສາຫະກິດ ມາເປັນ ການຈັດຕັ້ງການເງິນຂອງລັດ ແລະ ປ່ຽນຊື່ຈາກ ກອງທຶນປົກປ້ອງຜູ້ຝາກເງິນ ມາເປັນ ສໍານັກງານປົກປ້ອງເງິນຝາກ.

 

 

ທີ່ຕັ້ງຂອງສຳນັກງານປົກປ້ອງເງິນຝາກ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ໄດ້ມີການຍົກຍ້າຍຫຼາຍຄັ້ງ ເຊັ່ນ: ໃນເບື້ອງຕົ້ນມີທີ່ຕັ້ງຢູ່ກັບທະນາຄານແຫ່ງ ສປປ ລາວ ຖະໜົນຢ່ອນເນ, ບ້ານຊຽງຍືນ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ຈາກນັ້ນ ໃນປີ 2008, ໄດ້ຍ້າຍໄປຢູ່ບ້ານໜອງດ້ວງ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ນັບແຕ່ປີ 2009 – ມິຖຸນາ 2019 ມີສໍານັກງານຕັ້ງຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ເລີ່ມແຕ່ເດືອນ ກໍລະກົດ 2019 ເປັນຕົ້ນມາ  ມີສໍານັກງານຕັ້ງຢູ່: ຊັ້ນ 4, ຕຶກສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຖະໜົນໄກສອນ, ບ້ານໂພນສະອາດ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.