WhatsApp Image 2025 08 26 at 08 35 25
WhatsApp Image 2025 08 26 at 15 08 25
WhatsApp Image 2025 08 26 at 08 43 29
WhatsApp Image 2025 08 26 at 08 36 23

ໃນລະຫວ່າງວັນທີ 20 ຫາ 22 ສິງຫາ 2025, ຄະນະຜູ້ແທນຈາກສໍານັກງານປົກປ້ອງເງິນຝາກ (ສປງ) ແລະ ຄະນະຜູ້ແທນຈາກ 24 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມະການປະຈໍາພາກພື້ນອາຊີ-ເອີຣົບ ແລະ ອາຊີ-ປາຊີຟິກ ຂອງສະມາຄົມປະກັນໄພເງິນຝາກສາກົນ (IADI-EARC and APRC Meeting) ແລະ ກອງປະຊຸມສາກົນ ພາຍໃຕ້ຫົວຂໍ້ “ບາດກ້າວສູ່ຍຸກດິຈິຕອນ: ວາງແນວທາງອານາຄົດຂອງລະບົບປະກັນໄພເງິນຝາກ” (Navigating Digital Frontiers: Charting the Future of Deposit Insurance) ໂດຍການເປັນເຈົ້າພາບ ຂອງກອງທຶນປະກັນໄພເງິນຝາກກາຊັກສະຖານ (Kazakhstan Deposit Insurance Fund ຫຼື KDIF) ຮ່ວມກັບ ສະມາຄົມປະກັນໄພເງິນຝາກສາກົນ (IADI) ຊຶ່ງໄດ້ຈັດຂຶ້ນຢູ່ທີ່ເມືອງ ອານມາຕີ (Almaty), ປະເທດ ກາຊັກສະຖານ (Kazakhstan).

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຮູ້ ກ່ຽວກັບການປ່ຽນແປງຂອງລະບົບການເງິນໃນຍຸກດິຈີຕອນ ໂດຍສະເພາະແມ່ນບັນດາເຄື່ອງມືທາງການເງິນທີ່ເກີດຂຶ້ນໃໝ່ ເຊັ່ນ: ຫຼຽນດີຈີຕອນ ຫຼື ຫຼຽນຄຣິບໂຕ, ສະກຸນເງິນດີຈີຕອນຂອງທະນາຄານກາງ (CBDC), ເງິນດີຈີຕອນ (E-money) ແລະ ຜົນກະທົບຕໍ່ລະບົບປະກັນໄພເງິນຝາກ ຈາກເຄື່ອງມືທາງການເງິນເຫຼົ່ານີ້.

ໃນກອງປະຊຸມສາກົນ, ຜູ້ວ່າການທະນາຄານແຫ່ງຊາດ ກາຊັກສະຖານ ໄດ້ແຈ້ງໃຫ້ທີ່ປະຊຸມຊາບກ່ຽວກັບຜົນສໍາເລັດຂອງປະເທດກາຊັກສະຖານ ໃນການພັດທະນາເຕັກໂນໂລຊີທາງດ້ານການເງິນ ຊຶ່ງພາຍໃຕ້ກອບແຜນວຽກການຫັນເປັນດິຈິຕອນ ແລະ ໂຄງການພັດທະນາພື້ນຖານໂຄງລ່າງທາງດ້ານການເງິນດິຈິຕອນແຫ່ງຊາດ ແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດໃນຫຼາຍໜ້າວຽກ ເຊັ່ນ: ເຕັກໂນໂລຊີການຊໍາລະເງິນທີ່ກ້າວຫນ້າ, ການທະນາຄານແບບເປີດ, ການຕ້ານການສໍ້ໂກງ ແລະ ການບໍລິການທາງດິຈິຕອນ. ພ້ອມນີ້, ການນໍາໃຊ້ສະກຸນເງິນດິຈິຕອນຂອງທະນາຄານກາງ ໃນຂະແໜງການເງິນຂອງລັດ ກໍກໍາລັງມີການຂະຫຍາຍຕົວເຊັ່ນກັນ.

ໃນປະເທດກາຊັກສະຖານ, ການນໍາໃຊ້ສະກຸນເງິນດິຈິຕອນຂອງທະນາຄານກາງ ໃນຂົງເຂດການປົກປ້ອງເງິນຝາກ ແມ່ນຢູ່ໃນໄລຍະຕົ້ນຂອງການສຶກສາ ຊຶ່ງຈະຕ້ອງໄດ້ພິຈາລະນາເພີ່ມເຕີມໃນອະນາຄົດເຖິງຄວາມເປັນໄປໄດ້ຂອງການຈັດຕັ້ງປະຕິບັດຕົວຈິງ ເນື່ອງຈາກເຫັນໄດ້ເຖິງທ່າແຮງທາງດ້ານເຕັກໂນໂລຊີ ແລະ ການນໍາໃຊ້ສະກຸນເງິນດັ່ງກ່າວໃນການດໍາເນີນງານຂອງທະນາຄານ ກໍມີທ່າອ່ຽງຂະຫຍາຍຕົວ. ໄປຄຽງຄູ່ກັນນັ້ນ, ການເຄື່ອນໄຫວວຽກ​ງານ​ຂອງ IADI ​ໃນ​ປະຈຸບັນ ​ແມ່ນໄດ້​ສຸມ​ໃສ່​ບຸລິມະສິດ​ຍຸດ​ທະ​ສາດ 3 ດ້ານ ຊຶ່ງໜຶ່ງ​ໃນ​ນັ້ນ​ແມ່ນ​ການ​ສຶກສາ​ດ້ານ​ດິຈິ​ຕອນ ​ແລະ ​ເຕັກ​ໂນ​ໂລຊີທີ່ເກີດຂຶ້ນໃໝ່. ພ້ອມນີ້, ການປົກປ້ອງເງິນຝາກ ແມ່ນປັດໃຈໜຶ່ງທີ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ການນໍາໃຊ້ການບໍລິການຂອງທະນາຄານ ແລະ ກໍເປັນເຄື່ອງມືໜຶ່ງທີ່ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເງິນໃນທົ່ວໂລກ.

ການຮ່ວມມືສາກົນຂ່າວສານ