IMG 0729
IMG 0789
IMG 1079

ສໍານັກງານປົກປ້ອງເງິນຝາກ (ສປງ), ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ແລະ ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ (ກຄສບ) ສືບຕໍ່ຮ່ວມມືກັນຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ໃນລະຫວ່າງ ວັນທີ 30-31 ກໍລະກົດ 2025, ຂຶ້ນຢູ່ທີ່ ຫ້ອງປະຊຸມໂຮງແຮມ S Boutique Hotel, ພາຍໃຕ້ 05 ຫົວຂໍ້: “ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນໂລກ, ພາບລວມກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນ ສປປ ລາວ, ຍຸດທະສາດການສ້າງຄວາມຮັບຮູ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ, ການຄຸ້ມຄອງຄວາມສ່ຽງ ແລະ ການກວດສອບຄວາມເຄັ່ງຕຶງ, ແລະ ວຽກງານວິເຄາະ-ກວດກາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຜົນການກວດກາ ປະຈໍາປີ 2024” ໂດຍການເປັນປະທານຂອງ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະກົມ, ຄະນະພະແນກ ແລະ ວິຊາການທັງ 03 ກົມ ຈໍານວນທັງໝົດ 89 ຄົນ.

ຈຸດປະສົງຂອງກອງປະ ຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອໃຫ້ທັງ 3 ພາກສ່ວນ ໃນຖາ ນະເປັນໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ສາມາດແລກ ປ່ຽນບົດຮຽນວຽກງານວິຊາສະ ເພາະຮ່ວມກັນ ເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ວຽກງານ ຂອງກັນ ແລະ ກັນ ໃຫ້ເລິກ ເຊິ່ງຂຶ້ນກວ່າເກົ່າ ຊຶ່ງໃນກອງປະ ຊຸມໄດ້ຮັບຟັງການນໍາສະເໜີພາບລວມ ກ່ຽວກັບວຽກງານປົກປ້ອງເງິນຝາກ ວ່າຢູ່ໃນໂລກ ກໍຄືສາກົນໄດ້ຈັດຕັ້ງປະຕິບັດນະໂຍບາຍປົກປ້ອງເງິນຝາກຄືແນວໃດ? ພ້ອມທັງ ພາບລວມວຽກງານປົກປ້ອງເງິນຝາກ ຢູ່ ສປປ ລາວ ມີຄວາມເປັນມາແນວໃດ ໂດຍສະເພາະພາຍຫຼັງສ້າງຕັ້ງມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວ ຄືແນວໃດ?;

ພ້ອມນີ້, ຍັງໄດ້ຮັບຟັງ ການນໍາສະເໜີຍຸດທະສາດການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ ສປປ ລາວ ທີ່ຖືກຮັບ ຮອງຈາກປະທານສະພາບໍລິຫານ ສປງ ໃນເດືອນ ມິຖຸນາ 2025 ທີ່ຜ່ານມາ. ຈາກນັ້ນ, ກໍໄດ້ມີການ ຈໍາລອງການຖະແຫຼງຂ່າວ ໃນກໍລະນີມີ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ  (ສກຈຮ) ທີ່ເປັນສະມາຊິກ ສປງ ລົ້ມລະ ລາຍ ເພື່ອເປັນການຝຶກຊ້ອມ ໃຫ້ທັງສາມພາກສ່ວນມີຄວາມຊໍານານ ແລະ ກຽມ ພ້ອມຮັບມືກັບເຫດການຈິງ ທີ່ອາດຈະເກີດຂຶ້ນໃນອະນາຄົດ.

ພ້ອມນີ້, ຍັງໄດ້ຮັບຟັງການນໍາສະເໜີການປະຕິບັດວຽກງານ ຂອງຜູ້ຄຸ້ມຄອງສະຖາບັນການເງິນ ຄື: ກຄທ ແລະ ກຄສບ ຊຶ່ງລວມມີ 3 ຫົວຂໍ້ ຄື: 1. ການຄຸ້ມຄອງຄວາມສ່ຽງ (Risk Based Supervision); 2. v ການກວດສອບຄວາມເຄັ່ງຕຶງ (Stress testing) ແລະ 3. w ການວິເຄາະສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຜົນການກວດກາປະຈໍາປີ 2024. ນອກຈາກນີ້, ໄດ້ມີການປະກອບຄໍາຄິດຄໍາເຫັນ ເພື່ອແລກປ່ຽນໃນແຕ່ລະວຽກງານ ຂອງແຕ່ລະພາກສ່ວນ ເພື່ອເປັນພື້ນຖານໃນການຄົ້ນຄວ້າ-ປັບປຸງວຽກງານຂອງແຕ່ລະພາກສ່ວນໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນໃນອະນາຄົດ ໂດຍສະເພາະ ຕິດພັນກັບວຽກງານປົກປ້ອງເງິນຝາກ ຊຶ່ງໃນປັດຈຸບັນ ສປງ ກໍາລັງຢູ່ໃນຂັ້ນຕອນການກະກຽມຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ. ສະນັ້ນ, ຈຶ່ງຖືເອົາກອງປະຊຸມດັ່ງກ່າວ ເປັນອີກເວທີໜຶ່ງ ໃນການລະດົມຄໍາຄິດເຫັນຂອງຜູ້ທີ່ມີສ່ວນຮ່ວມ ແລະ ຕິດພັນກັບວຽກງານປົກປ້ອງເງິນຝາກ ບໍ່ວ່າຈະເປັນພະນັກງານຂອງ ສປງ ເອງ  ທີ່ເປັນຜູ້ປະຕິບັດວຽກງານປົກປ້ອງ  ເງິນຝາກໂດຍກົງ ຫຼື ເບື້ອງຜູ້ຄຸ້ມຄອງ    ທີ່ຍາມໃດກໍຕ້ອງໄດ້ມີການປະສານງານ-ຮ່ວມມືກັນຢ່າງໃກ້ຊິດ.

ການຈັດກອງປະຊຸມແລກ ປ່ຽນບົດຮຽນໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີການແລກປ່ຽນບົດຮຽນຢ່າງສ້າງສັນ, ມີການປະກອບຄໍາເຫັນທີ່ຫຼາກຫຼາຍ ແລະ ເປັນປະໂຫຍດຕໍ່ການພັດທະນາວຽກງານຂອງທັງສາມພາກສ່ວນໃນຕໍ່ໜ້າ ໂດຍສະເພາະການສືບຕໍ່ປະສານງານ ແລະ ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ແນໃສ່ສ້າງຄວາມເຂັ້ມແຂງໃນຕາໜ່າງຄວາມປອດໄພຂອງຂະ   ແໜງການເງິນ ທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ກໍຄື ຜູ້ຝາກເງິນ ຕໍ່ລະບົບສະຖາບັນ ການເງິນ ເທື່ອລະກ້າວ.

 

ຂ່າວສານ