ໃນວັນທີ 21 ຕຸລາ 2026 ນີ້, ທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ), ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຂຶ້ນລາຍງານການຄົ້ນຄວ້າຄຳເຫັນຂອງສະມາຊິກສະພາແຫ່ງຊາດ ຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ທີ່ໄດ້ມີຄໍາເຫັນໃນວາລະກອງປະຊຸມ ຄັ້ງວັນທີ 19 ຕຸລາ 2026.
ທ່ານ ສຸລິສັກ ທຳນຸວົງໄດ້ລາຍງານວ່າ: ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ມີຄຳເຫັນຕໍ່ຮ່າງກົດ ໝາຍວ່າດ້ວຍການປົກປ້ອງເງິນຝາກ ຈໍານວນ 31 ທ່ານ, ຕິດພັນກັບ 29 ມາດຕາ ກວມເອົາ 71 ເນື້ອໃນ ຊຶ່ງຄໍາເຫັນດັ່ງກ່າວໄດ້ສ່ອງແສງໃຫ້ເຫັນບັນຫາ ແລະ ສະພາບຄວາມເປັນຈິງ ໃນການເຄື່ອນໄຫວວຽກງານປົກປ້ອງເງິນຝາກ ໄດ້ເປັນຢ່າງດີ ພ້ອມທັງມີຄວາມເປັນຫ່ວງເປັນໃຍກ່ຽວກັບບາງກົນໄກການຈັດຕັ້ງປະຕິບັດ ທີ່ກຳນົດໄວ້ໃນຮ່າງກົດໝາຍສະບັບນີ້ ຊຶ່ງເຫັນວ່າເປັນຄຳເຫັນທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ເປັນປະໂຫຍດ ໃຫ້ ຄະນະຮັບຜິດຊອບນຳໄປຄົ້ນຄວ້າປັບປຸງຮ່າງກົດໝາຍ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ. ພ້ອມນີ້, ຄະນະຮັບຜິດຊອບ ໄດ້ຮີບຮ້ອນປະສານສົມທົບກັບກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ ເພື່ອຄົ້ນຄວ້າຮ່ວມກັນ ຊຶ່ງໄດ້ເຫັນດີປັບປຸງ 10 ມາດຕາ ແລະ ສະເໜີຮັກສາໄວ້ຄືເກົ່າ 19 ມາດຕາ

ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ສະບັບສ້າງໃໝ່ ປະກອບມີ 8 ພາກ, 8 ໝວດ, 65 ມາດຕາ ຫາກຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃນການຜັນຂະຫຍາຍນິຕິກໍາລຸ່ມກົດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ເຮັດໃຫ້ການເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ທັງເປັນການປັບປຸງ ແລະ ພັດທະນາການຄຸ້ມຄອງຂອງ ສໍານັກງານປົກປ້ອງເງິນຝາກ (ສປງ) ກໍຄື ທະນາຄານແຫ່ງ ສປປ ລາວ ມີຄວາມເຂັ້ມແຂງ ເປັນຕົ້ນ ສາມາດນໍາໃຊ້ເຄື່ອງມືໃນການຄຸ້ມຄອງຕາມລະບຽບການ, ຫຼັກການ, ເປັນບ່ອນອີງໃນການພັດທະນາເຄື່ອງມືຄຸ້ມຄອງສະມາຊິກທີ່ເປັນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກໃດໜຶ່ງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນແຕ່ລະໄລຍະ; ສາມາດກຳນົດອັດຕາເບ້ຍປະກັນເງິນຝາກ ໄດ້ຢືດຢຸ່ນຂຶ້ນແຕ່ບໍ່ເກີນເພດານໜຶ່ງສ່ວນຮ້ອຍ (1%) ທີ່ກຳນົດໄວ້ໃນພາກທີ II ຂອງຮ່າງກົດໝາຍສະບັບນີ້, ພ້ອມທັງ, ເປັນການຊ່ວຍໃຫ້ເຂົາເຈົ້າສາມາດປັບປຸງການບໍລິຫານ ພາຍໃນຕົນເອງໃຫ້ດີຂຶ້ນ. ພ້ອມນີ້, ຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກເອງ ແລະ ບໍ່ເປັນການເອື່ອຍອີງ ງົບປະມານຈາກພາກລັດ ທີ່ຕ້ອງຮອງຮັບໃຫ້ແກ່ການທົດແທນເງິນຝາກທີ່ບໍ່ພຽງພໍ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຝາກເງິນ ເພື່ອຮັບປະກັນໃຫ້ວົງເງິນປົກປ້ອງສູງສຸດ ບໍ່ໃຫ້ຫຼຸດສາມເທົ່າ ຂອງລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ແລະ ສາມາດປົກປ້ອງຜູ້ຝາກເງິນ ບໍ່ຫຼຸດ ເກົ້າສິບສ່ວນຮ້ອຍ (90%) ຂອງຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງທັງໝົດ. ນອກຈາກນີ້, ຍັງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ແກ່ ຜູ້ຝາກເງິນ ແລະ ສັງຄົມ ຕໍ່ລະບົບສະຖາບັນການເງິນຕື່ມອີກ.

ການລາຍງານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ດັ່ງກ່າວ ແມ່ນໄດ້ຖືກຮັບຮອງຈາກ ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນຄັ້ງນີ້ ຊຶ່ງມີຜູ້ແທນເຂົ້າຮ່ວມທັງໝົດ ຈໍານວນ 163 ທ່ານ, ໄດ້ຮັບຄະແນນສຽງເຫັນດີ ຈໍານວນ 157 ທ່ານ ກວມເອົາ 96,31 %, ບໍ່ເຫັນດີ ຈຳນວນ 6 ທ່ານ ກວມເອົາ 3,68 % ແລະ ບໍ່ອອກສຽງ ຈໍານວນ 0 ທ່ານ ກວມເອົາ 0 %.

ເຖິງແມ່ນວ່າຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຖືກຮັບຮອງເອົາແລ້ວກໍຕາມ, ກໍາມາທິການກົດໝາຍ ແລະ ຍຸຕິທຳ ຍັງຈະໄດ້ສືບຕໍ່ພົວພັນປະສານ ກັບ ບັນດາກໍາມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງເນື້ອໃນຮ່າງກົດໝາຍໃຫ້ສໍາເລັດ ແລະ ສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມກົດໝາຍທີ່ກໍານົດໄວ້.

|





