ໃນລະຫວ່າງວັນທີ 26–30 ຕຸລາ 2026, ຄະນະຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ ນໍາພາໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສປງ ພ້ອມດ້ວຍ ຮອງຫົວໜ້າ ສປງ ແລະ ຮອງຫົວໜ້າພະແນກ ສປງ ລວມທັງໝົດ 03 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ 2026 ຂອງສະມາຄົມປະກັນໄພເງິນຝາກສາກົນ (2026 International Association of Deposit Insurers Annual General Meeting ຫຼື 2026 IADI AGM) ໂດຍການເປັນເຈົ້າພາບຂອງ ລະບົບທົດແທນຄືນເງິນຝາກຂອງທະນາຄານເອກະຊົນເຢຍລະມັນ (Compensation Scheme of German Private Banks ຫຼື EdB) ແລະ ກອງທຶນປົກປ້ອງເງິນຝາກຂອງສະມາຄົມທະນາຄານເຢຍລະມັນ (Deposit Protection Fund of the Association of German Banks) ຊຶ່ງໄດ້ຈັດຂຶ້ນຢູ່ທີ່ ນະຄອນຫຼວງ ແບັກແລັງ, ປະເທດເຢຍລະມັນ.
ກອງປະຊຸມໃຫ່ຍປະຈຳປີ 2026 ຂອງ IADI ປະກອບມີຫຼາກຫຼາຍກອງປະຊຸມ, ໃນນີ້ມີກອງປະຊຸມປິ່ນອອ້ມເປັນຕົ້ນແມ່ນ ກອງປະຊຸມຄະນະກໍາມະການຂອງ 8 ພາກພື້ນ ແລະ ຄະນະກໍາມະການຮັບຜິດຊອບວຽກງານແຕ່ລະດ້ານຂອງ IADI ຊຶ່ງບັນດາອົງການປະກັນໄພເງິນຝາກທີ່ເປັນສະມາຊິກຂອງ IADI ກໍໄດ້ເຂົ້າຮ່ວມ. ນອກຈາກນີ້, ຍັງມີກອງປະຊຸມສາກົນ ພາຍໃຕ້ຫົວຂໍ້: “ການຫັນລະບົບປະກັນໄພເງິນຝາກໃຫ້ເປັນທັນສະໄໝ ເພື່ອເສີມສ້າງຕາໜ່າງຄວາມປອດໄພທາງການເງິນ ໃນຍຸກດິຈິຕອນ” (Modernising Deposit Insurance to Strengthen the Financial Safety Net in the Digital Age). ສໍານັກງານປົກປ້ອງເງິນຝາກ ໃນນາມເປັນປະເທດສັງເກດການ ທີ່ຍັງບໍ່ທັນເຂົ້າເປັນສະມາຊິກຂອງ IADI ແມ່ນໄດ້ເຂົ້າຮ່ວມສະເພາະກອງປະຊຸມສາກົນ ຊຶ່ງກອງປະຊຸມດັ່ງກ່າວ ປະກອບມີ 3 ຫົວຂໍ້ສົນທະນາປຶກສາຫາລື ແລະ ແລກປ່ຽນບົດຮຽນຄື: 1) ເງິນຝາກແມ່ນຫຍັງ? ການຮ້ອງຂໍສິດໃນການຮັບເງິນປົກປ້ອງ ແລະ ຂອບເຂດຂອງຕາໜ່າງຄວາມປອດໄພທາງການເງິນ: ເງິນຝາກແມ່ນເຄື່ອງມືພື້ນຖານຂອງລະບຽບການເງິນສະໄໝໃໝ່ ແລະ ເປັນຂອບເຂດທີ່ການປະກັນເງິນຝາກໃຊ້ສະໜັບສະໜູນສະຖຽນລະພາບທາງການເງິນ.

ໃນນີ້ສິ່ງທ້າທາຍໃນຍຸກປະຈຸບັນແມ່ນການກຳນົດ ແລະ ຄວບຄຸມຂອບເຂດດັ່ງກ່າວ ຍັງມີຄວາມຫຍຸ້ງຍາກຫຼາຍ, ເນື່ອງຈາກຜະລິດຕະພັນທີ່ມີລັກສະນະຄ້າຍຄືເງິນຝາກມີຈຳນວນເພີ່ມຂຶ້ນ ໂດຍສະເພາະແມ່ນ ຜະລິດຕະພັນທົດແທນແບບດິຈິຕອນ, ແພັດຟອມສູນກາງທາງການເງິນທີ່ລວບລວມຜະລິດຕະພັນເງິນຝາກ, ການບໍລິການໂອນຍ້າຍເງິນ ເຊິ່ງຜະລິດຕະພັນເຫຼົ່ານີ້ຖືເປັນສິ່ງທ້າທາຍສໍາຄັນຂອງອົງການປະກັນໄພເງິນຝາກ.

ສະນັ້ນ, ຕ້ອງໄດ້ທົບທວນຄືນວ່ານິຍາມ ແລະ ຂອບເຂດຂອງ “ເງິນຝາກ” ຄວນກວມເອົາຫຍັງແດ່ ເພື່ອໃຫ້ສາມາດປົກປ້ອງຜູ້ຝາກເງິນໄດ້ຢ່າງເໝາະສົມ; 2) ການຍົກລະດັບການປະກັນເງິນຝາກໃຫ້ທັນສະໄໝ: ການປັບຕົວຂອງອົງການປະກັນເງິນຝາກໃຫ້ທັນສະໄໝໃນຍຸກດິຈິຕອນ ຕ້ອງເນັ້ນໃສ່ 4 ດ້ານຕາມຫຼັກການສາກົນຂອງ IADI ຄື: ຄວາມໄວໃນການຈ່າຍເງິນປົກປ້ອງ, ການລະດົມທຶນລ່ວງໜ້າ ແລະ ເກັບເບ້ຍປະກັນເງິນຝາກຕາມຄວາມສ່ຽງ, ການໃຊ້ຄັງປົກປ້ອງເງິນຝາກໃນການແກ້ໄຂບັນຫາ ແລະ ຄວາມຢືດຢຸ່ນດ້ານໄຊເບີ ກໍຄືການປ້ອງກັນ, ຕ້ານທານ, ຮັບມື ແລະ ຟື້ນຕົວ ຈາກການໂຈມຕີທາງໄຊເບີ ໄດ້ຢ່າງວ່ອງໄວ ເຖິງວ່າເຕັກໂນໂລຊີການວິເຄາະຂໍ້ມູນ ແລະ ປັນຍາປະດິດ (Artificial Intellectual ຫຼື AI) ຈະຊ່ວຍໃຫ້ເຫັນຂໍ້ມູນແບບຕົງເວລາ (real-time), ຈ່າຍເງິນປົກປ້ອງໄດ້ວ່ອງໄວ ແລະ ກວດກາຄວາມສ່ຽງໄດ້ດີຂຶ້ນ ແຕ່ກໍອາດເປັນໄພຄຸກຄາມດ້ານໄຊເບີຕໍ່ສະຖາບັນການເງິນ. ສະນັ້ນ, ຕ້ອງນໍາໃຊ້ເຕັກໂນໂລຊີຢ່າງປອດໄພພາຍໃຕ້ການຄຸ້ມຄອງຂອງມະນຸດ ແລະ ເຊື່ອມ
ໂຍງວຽກງານຄຸ້ມຄອງ, ກວດກາ, ແກ້ໄຂບັນຫາ ແລະ ປະກັນໄພເງິນຝາກໃຫ້ເປັນຕາໜ່າງຄວາມປອດໄພດຽວກັນ; 3) ການກະກຽມຄວາມພ້ອມຮັບມືກັບວິກິດໃນຍຸກດິຈິຕອນ: ບັນດາລະບົບປະກັນເງິນຝາກໃນຍຸກດິຈິຕອນຕ້ອງມີຄວາມຊັດເຈນ, ເງິນຝາກປະເພດໃດໄດ້ຮັບການປົກປ້ອງ ແລະ ບໍ່ປົກປ້ອງ, ໂດຍສະເພາະເງິນດິຈິຕອນ ແລະ ສິນຊັບຄຣິບໂຕ. ຂໍ້ມູນຕ້ອງສື່ສານໃຫ້ປະຊາຊົນເຂົ້າໃຈງ່າຍ, ຕ້ອງມີຄວາມພ້ອມໃນການຮັບມືກັບວິກິດ, ມີການປະສານງານກັບພາກສ່ວນກ່ຽວຂ້ອງຢ່າງກົມກຽວ ແລະ ມາດຕະຖານທີ່ເໝາະສົມກັບສະພາບຂອງແຕ່ລະປະເທດ ເພື່ອຮັກສາຄວາມເຊື່ອໝັ້ນຂອງສັງຄົມ ແລະ ສະຖຽນລະພາບຂອງລະບົບການເງິນ.

ການເຂົ້າຮ່ວມກອງປະຊຸມໃຫ່ຍ ປະຈໍາປີ 2026 ຂອງ IADI ໃນຄັ້ງນີ້ ຊ່ວຍໃຫ້ສຳນັກງານປົກປ້ອງເງິນຝາກ ໄດ້ຮັບບົດຮຽນສຳຄັນຫຼາຍຢ່າງ ເພື່ອນຳມາຜັນຂະຫຍາຍເຂົ້າໃນການຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳລຸ່ມກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ລວມທັງພັດທະນາວຽກງານປົກປ້ອງເງິນຝາກ ໂດຍສະເພາະ ການຄົ້ນຄວ້າຄວາມເປັນໄປໄດ້ໃນການ ປົກປ້ອງບັນດາຜະລິດຕະພັນດິຈິຕອນ ແລະ ແພລັດຟອມໃໝ່ໆ ລວມເຖິງການເກັບເບ້ຍປະກັັນເງິນຝາກຕາມປະເພດຄວາມສ່ຽງ ແລະ ການນໍາເອົາ AI ເຂົ້າມານໍາໃຊ້ເຂົ້າການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຄວາມວ່ອງໄວ ແລະ ມີປະສິດທິພາບ.






