ປະທານ 2

ໃນຕອນບ່າຍຂອງວັນພະຫັດ ວັນທີ 09 ກໍລະກົດ 2026, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026 ຂອງສໍານັກງານປົກປ້ອງເງິນຝາກ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ ປະທານສະພາບໍລິຫານ ສປງ, ພ້ອມດ້ວຍບັນດາກໍາມະການສະພາບໍລິຫານ ສປງ, ຄະນະ ສປງ ແລະ ບັນດາຫົວໜ້າພະແນກຂອງ ສປງ ເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນ 14 ທ່ານ.

ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ໂດຍປະຕິບັດຕາມມາດຕາ 9 ຂອງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສໍານັກງານປົກປ້ອງເງິນຝາກ ທີ່ໄດ້ກໍານົດລະບອບກປະຊຸມສະພາບໍລິຫານ ສປງ ສະໄໝສາມັນ ຊຶ່ງຈະໄດ້ຈັດຂຶ້ນ 02 ຄັ້ງຕໍ່ປີ. ໃນວາລະກອງປະຊຸມ, ທ່ານປະທານໄດ້ກ່າວເປີດ ພ້ອມທັງ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ເຊີດຊູຄວາມເປັນເຈົ້າການໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບບັນຫາສໍາຄັນຕ່າງໆ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ ສປງ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ອີງຕາມວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ແລະ ຮ່ວມກັນພິຈາລະນາຫຼາຍບັນຫາທີ່ສໍາຄັນ ປິ່ນອ້ອມວຽກງານປົກປ້ອງເງິນຝາກ ເປັນຕົ້ນແມ່ນ ບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາ 06 ເດືອນຕົ້ນປີ 2026, ທິດທາງແຜນການ 06 ເດືອນທ້າຍປີ, ການຊຸກຍູ້ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເຂົ້າເປັນສະມາຊິກ, ການຄົ້ນຄວ້າເພີ່ມວົງເງິນປົກປ້ອງ, ວຽກງານພະນັກງານ ແລະ ການດັດແກ້ແຜນງົບປະມານ 06 ເດືອນທ້າຍປີ 2026.

ຜ່ານການປຶກສາຫາລືຢ່າງກົງໄປກົງມາ, ກອງປະຊຸມສາມາດບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ໂດຍໄດ້ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ແລະ ແຜນງົບປະມານດັດແກ້ ພ້ອມທັງໄດ້ມອບໝາຍທິດທາງໃຫ້ ຄະນະ ສປງ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງ ທຫລ (ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ), ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ວຽກງານໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ. ທ່ານປະທານໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນ ພ້ອມທັງກ່າວປິດກອງປະຊຸມຢ່າງເປັນທາງການ.

ຂ່າວສານ