ໃນວັນທີ 03 ຕຸລາ 2026, ສຳນັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້ “ວຽກງານປົກປ້ອງເງິນຝາກ ແລະ ພາບລວມຂອງສຳນັກງານປົກປ້ອງເງິນຝາກ” ຂຶ້ນທີ່ຫ້ອງປະຊຸມຊັ້ນ IV ທະນາຄານແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສປງ ແລະ ມີຕົວແທນຈາກ 20 ພາກສ່ວນທີ່ເປັນກົມທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍມີຈຸດປະສົງເຜີຍແຜ່ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈກ່ຽວກັບວຽກງານປົກປ້ອງເງິນຝາກ, ບົດບາດ, ໜ້າທີ່ ແລະ ພາລະກິດຂອງ ສປງ ໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງເປັນເວທີໃນການແລກປ່ຽນຄວາມຮູ້, ປະສົບການ ແລະ ທັດສະນະຄວາມຄິດເຫັນລະຫວ່າງບັນດາພາກສ່ວນທີ່ເຂົ້າຮ່ວມ.

ໃນໂອກາດນີ້, ຜູ້ຕາງໜ້າຄະນະນຳ ແລະ ຄະນະໜ່ວຍພັກ ສປງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງສະແດງຄວາມຂອບໃຈຕໍ່ບັນດາຜູ້ເຂົ້າຮ່ວມທີ່ໄດ້ສະຫຼະເວລາເຂົ້າຮ່ວມກອງປະຊຸມ ແລະ ຊຸກຍູ້ໃຫ້ທຸກພາກສ່ວນໃຫ້ຄວາມສົນໃຈ, ຕິດຕາມບົດບັນຍາຍ ພ້ອມທັງຮ່ວມຕັ້ງຄຳຖາມ ແລະ ແລກປ່ຽນບົດຮຽນກັບບັນດານັກວິທະຍາກອນ ເພື່ອໃຫ້ກອງປະຊຸມມີບັນຍາກາດຟົດຟື້ນ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.

ການດຳເນີນກອງປະຊຸມ ໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນຂອງ ສປງ ກ່ຽວກັບວຽກງານປົກປ້ອງເງິນຝາກ ແລະ ພາບລວມຂອງສຳນັກງານປົກປ້ອງເງິນຝາກ. ພາຍຫຼັງການບັນຍາຍ ໄດ້ມີການຕັ້ງຄຳຖາມ, ຕອບຂໍ້ຂ້ອງໃຈ ແລະ ແລກປ່ຽນຄຳເຫັນລະຫວ່າງນັກວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ເຊິ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈເພີ່ມເຕີມກ່ຽວກັບວຽກງານດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີການຮ່ວມສົນທະນາ ແລະ ແລກປ່ຽນບົດຮຽນຢ່າງຈິງຈັງ, ເຊິ່ງຖືເປັນອີກກິດຈະກຳໜຶ່ງທີ່ມີຄວາມໝາຍໃນການເຜີຍແຜ່ຄວາມຮູ້ ແລະ ສົ່ງເສີມຄວາມຮ່ວມມືລະຫວ່າງ ສປງ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ.
ໃນຕອນທ້າຍ ຕາງໜ້າຄະນະການນຳຂອງ ສປງ ໄດ້ກ່າວປິດກອງປະຊຸມ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຈັດກອງປະຊຸມ ພ້ອມຂອບໃຈບັນດາຜູ້ເຂົ້າຮ່ວມ ແລະ ຄະນະຮັບຜິດຊອບທີ່ໄດ້ຮ່ວມກັນກະກຽມ ແລະ ດຳເນີນກິດຈະກຳໃຫ້ສຳເລັດລຸລ່ວງຕາມລະດັບຄາດໝາຍທີ່ວາງໄວ້.
ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ





