WhatsApp Image 2026 04 06 at 10 41 09 AM 1

ໃນວັນທີ 02 ເມສາ 2026 ທີ່ ສະໂມສອນ, ສະຖາບັນການທະນາຄານ (ສທຄ), ສໍານັກງານປົກປ້ອງເງິນຝາກ (ສປງ) ຕາງໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນເປີດກວ້າງຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍສະບັບດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 78 ທ່ານ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ (ອອນລາຍ 06 ພາກສ່ວນ) ຈາກບັນດາ ກະຊວງ, ອົງການທຽບເທົ່າກະຊວງ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ອົງການປົກຄອງນະຄອນຫຼວງວຽງຈັນ, ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ), ສະມາຄົມທະນາຄານ, ສະມາຄົມການເງິນຈຸລະພາກ, ສະມາຄົມສະຫະກອນສິນເຊື່ອ ພ້ອມດ້ວຍ ຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ.

ອີງຕາມວາລະກອງປະຊຸມ, ທ່ານ ນ. ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ຫົວໜ້າຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໃຫ້ກຽດລາຍງານຜົນການຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ພ້ອມທັງ ນໍາສະເໜີຮ່າງກົດໝາຍດັ່ງກ່າວ ຕໍ່ທີ່ປະຊຸມ. ໃນໄລຍະຜ່ານມາ, ວຽກງານປົກປ້ອງເງິນຝາກ ໄດ້ດຳເນີນຜ່ານການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017 ຜ່ານການຈັດຕັ້ງປະຕິບັດເຫັນວ່າ: ດຳລັດສະບັບດັ່ງກ່າວ ເປັນບ່ອນອີງຕົ້ນຕໍໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານປົກປ້ອງເງິນຝາກ ຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມຄ່ອງຕົວ, ໝັ້ນຄົງ ແລະ ມີຜົນສຳເລັດຕົ້ນຕໍໃນຫຼາຍດ້ານ.

ເຖິງຢ່າງໃດກໍຕາມ, ຜ່ານການທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ເຫັນວ່າ: ຍັງມີບາງດ້ານ ທີ່ເປັນຂໍ້ຈໍາກັດ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ເປັນຕົ້ນ:

  • ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປົກປ້ອງເງິນຝາກ ໃນການຄຸ້ມຄອງບັນດາສະມາຊິກ ເຫັນວ່າບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນ ເນື່ອງຈາກສະມາຊິກ (ທະນາຄານທຸລະກິດ ແລະ ສກຈຮ) ໄດ້ເຄື່ອນໄຫວພາຍໃຕ້ນິຕິກໍາໃນຂັ້ນກົດໝາຍ;
  • ທີ່ຕັ້ງ ແລະ ພາລະບົດບາດ ຂອງ ສປງ ຍັງມີລັກສະນະຄຸມເຄືອ ແລະ ບໍ່ສອດຄ່ອງຕາມຫຼັກການ ເຮັດໃຫ້ສັງຄົມບໍ່ສາມາດຮັບຮູ້ ເເລະ ເຂົ້າໃຈເລິກເຊິ່ງກ່ຽວກັບສະຖານະພາບ ລວມທັງການເຄື່ອນໄຫວວຽກງານຂອງສຳນັກງານປົກປ້ອງເງິນຝາກ. ປັດຈຸບັນ, ພາລະບົດບາດຂອງ ສປງ ມີພຽງແຕ່ການຈ່າຍເງິນປົກປ້ອງຢ່າງດຽວ (Paybox) ໃນກໍລະນີທີ່ມີການຊໍາລະສະສາງ ສະຖາບັນການເງິນທີ່ລົ້ມລະລາຍ ຊຶ່ງເປັນວິທີການທີ່ມີຄ່າໃຊ້ຈ່າຍຂ້ອນຂ້າງສູງ. ພ້ອມນີ້, ການເຄື່ອນໄຫວວຽກງານຂອງ ສປງ ຍັງບໍ່ທັນຕອບສະໜອງໄດ້ເຖິງຫຼັກການສາກົນ ທີ່ກໍານົດໃຫ້ອົງການປົກປ້ອງເງິນຝາກ ສາມາດນໍາໃຊ້ຄັງປົກປ້ອງເງິນຝາກ ເຂົ້າໃນການແກ້ໄຂບັນຫາ ຂອງສະມາຊິກ;
  • ການກໍານົດກ່ຽວກັບເງິນຝາກທີ່ໄດ້ຮັບການປົກປ້ອງ ຍັງມີລັກສະນະເຈາະຈົງເກີນໄປ ໂດຍກວມເອົາພຽງແຕ່ເງິນຝາກ ກະແສລາຍວັນ, ປະຢັດ ແລະ ມີກໍານົດ ແຕ່ບໍ່ໄດ້ລວມເອົາເງິນຝາກປະຈໍາວັນ ແລະ ຜະລິດຕະພັນທີ່ຄ້າຍຄືເງິນຝາກຕາມການກໍານົດຂອງ ທຫລ ເຂົ້າໃນການປົກປ້ອງ. ນອກຈາກນີ້, ຂັ້ນຕອນການຈ່າຍເງິນປົກປ້ອງ, ການຂະຫຍາຍສະມາຊິກ (ເຊັ່ນ ການຮັບ ສກຈຮ ເຂົ້າເປັນສະມາຊິກ ໂດຍບໍ່ກຳນົດເງື່ອນໄຂ) ແລະ ກໍານົດເວລາການຈ່າຍເງິນປົກປ້ອງ ຍັງບໍ່ທັນຊັດເຈນ ແລະ ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍທະນາຄານທຸລະກິດ ລວມເຖິງມາດຕະຖານສາກົນ;

  • ຍັງບໍ່ສາມາດໝູນໃຊ້ ຫຼັກການຂອງສາກົນ ກ່ຽວກັບລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ ເປັນຕົ້ນ: ຫຼັກການສາຍພົວພັນ ລະຫວ່າງ ສະມາຊິກຂອງຕາໜ່າງຄວາມປອດໄພທາງດ້ານການເງິນ, ຫຼັກການການສ້າງຄວາມຮັບຮູ້ໃຫ້ແກ່ມວນຊົນ ທີ່ຍັງບໍ່ທັນລະອຽດຈະແຈ້ງ. ພ້ອມນີ້, ຍັງຂາດການກຳນົດຫຼັກການສຳຄັນ ເຊັ່ນ: ການແລກປ່ຽນຂໍ້ມູນຂ່າວສານ, ການວາງແຜນຮັບມືກັບພາວະວິກິດ (ການຈໍາລອງເຫດການ), ການເຂົ້າຮ່ວມນໍາໃຊ້ມາດຕະການແຕ່ຫົວທີ, ການນໍາໃຊ້ຄັງປົກປ້ອງເງິນຝາກເຂົ້າໃນການແກ້ໄຂບັນຫາ ແລະ ການປົກປ້ອງທາງກົດ   ໝາຍໃນການປະຕິບັດວຽກງານປົກປ້ອງເງິນຝາກ;
  • ສັງຄົມສ່ວນໃຫຍ່ຍັງບໍ່ທັນຮູ້ຈັກ ແລະ ເຂົ້າໃຈເຖິງພາລະບົດບາດຂອງ ສປງ ທີ່ເຮັດໜ້າທີ່ໃນການປົກປ້ອງສິດ ແລະ ຜົນປະໂຫຍຂອງຜູ້ຝາກເງິນ, ບວກກັບສະມາຊິກຈໍານວນໜຶ່ງ ໄດ້ສະເໜີຕໍ່ກັບວົງເງິນປົກປ້ອງສູງສຸດ 100 ລ້ານ ຕໍ່ຜູ້ຝາກເງິນໜຶ່ງລາຍ ເຫັນວ່າຍັງຢູ່ໃນລະດັບທີ່ຂ້ອນຂ້າງຕໍ່າ ຊຶ່ງຍັງບໍ່ທັນເປັນທ່າແຮງໃນການລະດົມເງິນຝາກຈາກສັງຄົມໄດ້ດີເທົ່າທີ່ຄວນ;
  • ການຂະຫຍາຍສະມາຊິກສໍາລັບ ສກຈຮ ຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກ, ສກຈຮ ທີ່ຄົບມາດຖານເງື່ອນໄຂບໍ່ຢາກເຂົ້າເປັນສະມາຊິກ, ແຕ່ກົງກັນຂ້າມ ສກຈຮ ທີ່ບໍ່ຄົບມາດຖານເງື່ອນໄຂ ພັດສະເໜີເຂົ້າເປັນສະມາຊິກຂອງ ສປງ.

ນອກຈາກນີ້, ການສ້າງກົດໝາຍສະບັບດັ່ງກ່າວ ຍັງແນໃສ່ການຍົກລະດັບພາລະບົດບາດຂອງ ສປງ ຈາກການເປັນພຽງຜູ້ຈ່າຍເງິນປົກປ້ອງ (Paybox) ໃຫ້ກາຍເປັນຜູ້ທີ່ມີອຳນາດເພີ່ມເຕີມໃນການແກ້ໄຂບັນຫາສະຖາບັນການເງິນ (Paybox Plus) ຕາມມາດຕະຖານສາກົນ ໂດຍອີງໃສ່ຫຼັກການສໍາຄັນ ຂອງລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ ຂອງສະມາຄົມປະກັນໄພເງິນຝາກສາກົນ (IADI Core Principles for Effective Deposit Insurance Systems) ທີ່ໄດ້ມີການປັບປຸງໃໝ່ໃນປີ 2025.

ການສ້າງກົດໝາຍວ່າ​ດ້ວຍການປົກປ້ອງເງິນຝາກ ໄດ້​ເລີ່​ມ​ແຕ່ທ້າຍ​ປີ 2024 ເປັນຕົ້ນມາ ດ້ວຍການແຕ່ງຄັ້ງຄະນະຮັບຜິດຊອບ ຈາກທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ດໍາເນີນຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ ເປັນຕົ້ນ: ໄດ້​ກໍານົດ​ທິດ​ທາງ​ໃນ​ການ​ປັບປຸງ​ກົດໝາຍ, ສຶກສາຄົ້ນຄວ້ານິຕິກໍາທີ່ຕິດພັນ, ສົມທຽບກັບພຶດຕິກໍາຕົວຈິງ ແລະ ບົດຮຽນ​ຂອງປະ​ເທດອ້ອມຂ້າງ ເຊັ່ນ: ສສ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ຈີນ, ສ. ເກົາຫຼີ ຟີລິບປີນ ແລະ ໄທ ໂດຍລົງເລິກຄົ້ນຄວ້າກ່ຽວກັບ ທີ່ຕັ້ງ ແລະ ພາບົດບາດຂອງ ສຳນັກງານປົກປ້ອງເງິນຝາກ, ປະເພດເງິນຝາກທີ່ໄດ້ຮັບການປົກປ້ອງ, ຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງ, ເງິນຝາກທີ່ບໍ່ໄດ້ຮັບການປົກປ້ອງ, ການກຳນົດອັດຕາເບ້ຍປະກັນເງິນຝາກ, ຂອບເວລາໃນການຈ່າຍເງິນປົກປ້ອງ, ການກຳນົດວົງເງິນປົກປ້ອງ, ສະມາຊິກ ຂອງສຳນັກງານປົກປ້ອງເງິນຝາກ ແລະ ຄັງປົກປ້ອງເງິນຝາກ, ການຄຸ້ມຄອງ ແລະ ການກວດກາວຽກງານປົກປ້ອງເງິນຝາກ

ພ້ອມນີ້, ຈະໄດ້ນຳສົ່ງຮ່າງກົດໝາຍໃຫ້ກະຊວງຍຸຕິທຳເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ໃນເດືອນ ພຶດສະພາ 2026, ຈະນຳເຂົ້າຜ່ານກອງປະຊຸມລັດຖະບານ ໃນເດືອນ ກໍລະກົດ ແລະ ນຳສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນເດືອນ ພະຈິກ 2026.

ການສ້າງກົດໝາຍສະບັບນີ້ ຖືເປັນບາດກ້າວສຳຄັນໃນການເສີມສ້າງຕາໜ່າງຄວາມປອດໄພທາງການເງິນຂອງ ສປປ ລາວ ກໍຄື ວຽກງານປົກປ້ອງເງິນຝາກ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດທຽບເທົ່າກັບການປະຕິບັດທີ່ດີຂອງບັນດາປະເທດທີ່ມີລະບົບປົກປ້ອງເງິນຝາກ ໃນພາກພື້ນ ແລະ ສາກົນ.

ກອງປະຊຸມທາບທາມດັ່ງກ່າວ ໄດ້ດຳເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດອັນຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ ຊຶ່ງຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຕິດຕາມຮັບຟັງ, ປະກອບຄໍາເຫັນທີ່ເປັນປະໂຫຍດ ແລະ ສົນທະນາແລກປ່ຽນຄໍາເຫັນ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດັ່ງກ່າວ ບັນລຸໝາກຜົນ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ເປັນຢ່າງດີ.

     ບົດຂ່າວ ແລະ ຮູບພາບ: ພະແນກບໍລິຫານ-ຈັດຕັ້ງ

ຂ່າວສານ