ໃນຕອນບ່າຍວັນຈັນ, ທີ 23 ມີນາ 2026, ທີ່ໂຮງແຮມ ສຸພັດຕຣາ ວຽງຈັນ, ໄດ້ຈັດພິທິສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງໃນຕາໜ່າງຄວາມປອດໄພຂອງຂະແໜງການເງິນຂອງ ສປປ ລາວ (FSNP) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນໍາລວມໂຄງການ ພ້ອມທັງ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຟຣານເຊສ໌ໂກ ສ໌ຕອບເບ (Francesco Strobbe) ຜູ້ຈັດການ ປະຈໍາພາກພື້ນອາຊີ ແລະ ປາຊີຟິກຂອງ ທະນາຄານໂລກ ຮັບຜິດຊອບຂະແໜງການເງິນ, ຄວາມສາມາດໃນການແຂ່ງຂັນ ແລະ ການລົງທຶນສາກົນ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍ ຄະນະຊີ້ນໍາລວມໂຄງການ, ຄະນະກົມ ແລະ ຄະນະພະແນກ ຈາກ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ ແລະ ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສຳນັກງານປົກປ້ອງເງິນຝາກ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການ FSNP ນັບແຕ່ມື້ເລິ່ມຕົ້ນຈັດຕັ້ງປະຕິບັດໃນເດືອນ ຕຸລາ ປີ 2020 ຈົນເຖິງປັດຈຸບັນ ປີ 2026. ໂຄງການດັ່ງກ່າວເປັນໂຄງການທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກກຸ່ມທະນາຄານໂລກ ຊຶ່ງຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານການເງິນ ແລະ ດ້ານການຈັດຕັ້ງຂອງ ສປງ ເແນໃສ່ໃຫ້ສາມາດປະຕິບັດພາລະບົດບາດຂອງຕົນໃນການປົກປ້ອງເງິນຝາກ. ໂຄງການ FSNP ແມ່ນພາກສ່ວນໜຶ່ງຂອງຍຸດທະສາດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຄວາມປອດໄພຂອງຂະແໜງການເງິນໂດຍລວມ, ໂດຍການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ການແກ້ໄຂບັນຫາ ຂອງສະຖາບັນການເງິນທີ່ຮັບເງິນຝາກ, ພ້ອມທັງສ້າງກົນໄກໃນການຈ່າຍເງິນປົກປ້ອງຕາມລະບຽບການ ໃຫ້ແກ່ຜູ້ຝາກເງິນຢ່າງທັນສະພາບການ ໃນກໍລະນີສະຖາບັນການເງິນດັ່ງກ່າວຕົກຢູ່ໃນສະພາວະລົ້ມລະລາຍ. ສະນັ້ນ, ອີງໃສ່ຄວາມອ່ອນໄຫວຂອງຂະແໜງການທະນາຄານ ຈໍາເປັນຕ້ອງໄດ້ເສີມສ້າງຄວາມອາດສາມາດທາງດ້ານການເງິນ ແລະ ດ້ານການຈັດຕັ້ງຂອງ ສປງ ໂດຍການສະໜັບສະໜູນຈາກກຸ່ມທະນາຄານໂລກ; ເຫັນໄດ້ຈາກບົດຮຽນຜ່ານມາ ກ່ຽວກັບວິກິດການທາງດ້ານການເງິນຂອງໂລກ, ການສ້າງຕັ້ງລະບົບປົກປ້ອງເງິນຝາກທີ່ໜ້າເຊື່ອຖື ແມ່ນມີຄວາມຈໍາເປັນເພື່ອຮັກສາສະຖຽນລະພາບທາງດ້ານການເງິນ ລວມທັງການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ການປົກປ້ອງຜູ້ຝາກເງິນລາຍນ້ອຍທີ່ບໍ່ມີຄວາມສະຫຼັບສັບຊ້ອນຫຼາຍ.

ໂຄງການ FSNP ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃນຫຼາຍດ້ານໃຫ້ແກ່ຂະແໜງການເງິນເວົ້າລວມ ແລະ ເວົ້າສະເພາະໃຫ້ແກ່ສໍານັກງານປົກປ້ອງເງິນຝາກ. ໃນໄລຍະ 6 ປີທີ່ຜ່ານມາ, ໂຄງການ FSNP ສາມາດບັນລຸໝາກຜົນອັນພົ້ນເດັ່ນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການເງິນ ແລະ ວຽກງານປົກປ້ອງເງິນຝາກໃນຫຼາຍດ້ານດັ່ງນີ້:
- ດ້ານການເງິນ: ສາມາດຈັດຕັ້ງປະຕິບັດບັນດາເງື່ອນໄຂເງິນກູ້ (PBC) ສໍາເລັດ 100% ຫຼື ທັງໝົດ 20 ເງື່ອນໄຂ ສົ່ງຜົນດີໃຫ້ ສປງ ໄດ້ຮັບທຶນເພີ່ມຂຶ້ນ ທຽບໃສ່ໄລຍະປີ 2019 ກ່ອນເລີ່ມໂຄງການ;
- ດ້ານນິຕິກໍາ: ໂຄງການ FSNP ໄດ້ຊ່ວຍສ້າງນິຕິກໍາ ແລະ ເອກະສານທີ່ສຳຄັນຫຼາຍສະບັບເຊັ່ນ: ດໍາລັດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ, ຂໍ້ຕົກລົງວ່າດ້ວຍມາດຕະການແຕ່ຫົວທີຕໍ່ສະຖາບັນການເງິນ, ຂໍ້ຕົກລົງວ່າດ້ວຍການແກ້ໄຂສະຖາບັນການເງິນທີ່ຢູ່ໃນພາວະວິກິດ, ຂໍ້ຕົກລົງວ່າດ້ວຍການບັນທຶກຂໍ້ມູນດ້ານເງິນຝາກ, ຂໍ້ຕົກລົງວ່າດ້ວຍການຮັບຮອງຍຸດທະສາດການກໍານົດອັດຕາສ່ວນຄັງເປົ້າໝາຍ, ຄໍາແນະນໍາກ່ຽວກັບການຂໍຮັບ ແລະ ຈ່າຍເງິນປົກປ້ອງ, ຂໍ້ຕົກລົງວ່າດ້ວຍການຮັບຮອງຍຸດທະສາດການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ, ບົດບັນທຶກການຕົກລົງກ່ຽວກັບກົນໄກການສະໜອງທຶນສໍາຮອງໃຫ້ແກ່ ສປງ ໂດຍກະຊວງການເງິນ, ບົດບັນທຶກຄວາມເຂົ້າໃຈໃນການແລກປ່ຽນຂໍ້ມູນລະຫວ່າງ ສປງ ແລະ ກົມຄຸ້ມຄອງທະນາທຸລະກິດ ແລະ ນິຕິກໍາອື່ນໆອີກຈໍານວນໜຶ່ງ;

- ດ້ານຫຼັກການສາກົນ: ສປງ ສາມາດຍົກລະດັບການປະຕິບັດຕາມຫຼັກການສໍາຄັນ ຂອງສະມາຄົມປະກັນໄພເງິນຝາກສາກົນ ກ່ຽວກັບລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ (IADI Core Principles) ເພື່ອເປັນພື້ນຖານທີ່ສໍາຄັນ ໃນການກ້າວສູ່ມາດຕະຖານສາກົນດ້ານປະກັນໄພເງິນຝາກ ກໍຄື ການເຂົ້າເປັນສະມາຊິກຂອງສະມາຄົມປະກັນໄພເງິນຝາກສາກົນ (IADI) ໃນອານາຄົດ;
- ດ້ານຄວາມເຂັ້ມແຂງໃນຕາໜ່າງຄວາມປອດໄພຂອງຂະແໜງການເງິນ: ຈຸດປະສົງຫຼັກຂອງໂຄງການ FSNP ແມ່ນເຮັດໃຫ້ວຽກງານປົກປ້ອງເງິນຝາກ ກາຍເປັນສ່ວນໜຶ່ງໃນການປະກອບສ່ວນສ້າງສະເຖຍລະພາບທາງດ້ານການເງິນຂອງ ສປປ ລາວ ຜ່ານກົນໄກການຮ່ວມມືຂອງພາກສ່ວນຕາໜ່າງຄວາມປອດໄພຂອງຂະແໜງການເງິນເປັນຕົ້ນ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສະແດງອອກ ໄດ້ມີ MOU ຮ່ວມກັບ ກົມຄຸ້ມຄອງທະນາທຸລະກິດ, ທະນາຄານແຫ່ງ ສປປ ລາວ ເພື່ອແລກປ່ຽນຂໍ້ມູນຊຶ່ງກັນ ແລະ ກັນກ່ຽວກັບວຽກງານປົກປ້ອງເງິນຝາກ ແລະ MOA ຮ່ວມກັບກະຊວງການເງິນ ເພື່ອສະໜອງແຫຼ່ງທຶນສໍາຮອງໃຫ້ ສປງ ໃນກໍລະນີຄັງປົກປ້ອງເງິນຝາກບໍ່ພຽງພໍໃນການຈ່າຍເງິນປົກປ້ອງໃຫ້ແກ່ຜູ້ຝາກເງິນ;
- ດ້ານການຈັດຕັ້ງ ສໍານັກງານປົກປ້ອງເງິນຝາກ: ໂຄງການ FSNP ໄດ້ສະໜັບສະໜູນທຶນຮອນຈໍານວນໜຶ່ງ ໃຫ້ແກ່ການເຄື່ອນໄຫວກິດຈະກໍາຂອງ ສປງ ເປັນຕົ້ນ: ການຈັດຝຶກອົບຮົມວຽກງານວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ, ການເຂົ້າຮ່ວມກອງປະຊຸມ-ສໍາມະນາສາກົນປະຈໍາປີຂອງ IADI, ໄປຖອດຖອນບົດຮຽນວຽກງານສ້າງດໍາລັດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ ແລະ ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ. ນອກນີ້, ຍັງໃຫ້ທຶນຊ່ວຍເຫຼືອຍົກລະດັບຄວາມຮູ້ດ້ານພາສາອັງກິດໃຫ້ພະນັກງານ ສປງ ຈໍານວນໜຶ່ງ.

ໂຄງການ FSNP ເປັນໂຄງການນໍາລ້ອງ ຫຼື ເອີ້ນວ່າເປັນໂຄງການທໍາອິດຂອງ ທະນາຄານແຫ່ງ ສປປ ລາວ ກໍຄືຂອງ ສໍານັກງານປົກປ້ອງເງິນຝາກ ຊຶ່ງການຈັດຕັ້ງປະຕິບັດໃນເບື້ອງຕົ້ນ ພົບຄວາມຫຍຸ້ງຍາກສົມຄວນ ເນື່ອງຈາກ ສປງ ບໍ່ມີປະສົບການໃນການຈັດຕັ້ງປະຕິບັດໂຄງການມາກ່ອນ. ແຕ່ດ້ວຍຄວາມຕັດສິນໃຈສູງ ແລະ ການຊີ້ນໍາຢ່າງໃກ້ຊິດ ຂອງຂັ້ນເທິງ ປະກອບກັບໄດ້ຮັບການແນະນໍາ ແລະ ຊ່ວຍເຫຼືອຈາກຊ່ຽວຊານທະນາຄານໂລກ ຈຶ່ງເຮັດໃຫ້ສາມາດເປີດໂຄງການໄດ້ໃນທ່າມກາງການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີການເລື່ອນມື້ໂຄງການມີຜົນສັກສິດອອກໄປ ຈາກເດີມເດືອນ ກໍລະກົດ 2020 ມາເປັນເດືອນ ຕຸລາ 2020 ແລະ ໄດ້ຈັດຕັ້ງປະຕິບັດໂຄງການມາຮອດເດືອນ 9/2024 ແຕ່ບໍ່ສໍາເລັດຕາມແຜນການ. ສະນັ້ນ, ຈຶ່ງໄດ້ສືບຕໍ່ອາຍຸໂຄງການອອກໄປຕື່ມອີກ 18 ເດືອນ (10/2024-3/2026) ເພື່ອຮັບປະກັນຜົນສໍາເລັດໂດຍລວມຂອງໂຄງການ. ສະນັ້ນ, ມາຮອດປະຈຸບັນ ສປງ ໄດ້ສໍາເລັດບັນດາ PBCs (ທັງໝົດ 20 PBCs) ໄດ້ 100%.

ໃນຕອນທ້າຍຂອງພິທີ, ທ່ານ ສຸລິສັກ ທຳນຸວົງ ປະທານກອງປະຊຸມ ໄດ້ກ່າວປິດງານ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ຍາດມາໄດ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະນໍາ ສປງ ກໍຄືທຸກ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການຢ່າງເອົາຈິງເອົາຈັງ ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ກຸ່ມທະນາຄານໂລກ ໂດຍສະເພາະຊ່ຽວຊານ ທີ່ໃຫ້ການຊ່ວຍເຫຼືອ ແລະ ນໍາເອົາບົດຮຽນທີ່ເປັນປະໂຫຍດມາສູ່ ສປງ ກໍຄືທຸກພາກສ່ວນທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການ ເຮັດໃຫ້ໂຄງການນີ້ ບັນລຸຕາມຈຸດປະສົງຢ່າງສົມບູນ ໃນລະດັບທີ່ເພິ່ງພໍໃຈ ແລະ ສາມາດປິດໂຄງການໄດ້ໃນມື້ນີ້. ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ ສປງ ສືບຕໍ່ຜັນຂະຫຍາຍຜົນໄດ້ຮັບຈາກໂຄງການ FSNP ເຂົ້າໃນວຽກງານຕົວຈິງ ໂດຍສະເພາະແມ່ນການທົບທວນເຄື່ອງມື ແລະ ນິຕິກໍາຕ່າງໆຢ່າງເປັນປົກກະຕິ.
ບົດຂ່າວ ແລະ ຮູບພາບ : ພະແນກບໍລິຫານ-ຈັດຕັ້ງ





