ໃນວັນທີ 12 ມີນາ 2026 ທີ່ຜ່ານມາ, ສຳນັກງນປົກປ້ອງເງິນຝາກ (ສປງ) ໄດ້ຈັດຝຶກອົບຮົມວຽກງານວິຊາສະເພາະ ພາຍໃຕ້ຫົວຂໍ້: “ການບໍລິຫານຂໍ້ຂັດແຍ່ງໃນອົງກອນ ແລະ ການເຮັດວຽກຢູ່ຮ່ວມກັນ” ໃຫ້ກັບພະນັກງານ ສປງ ແລະ ໄດ້ຮັບກຽດຈາກວິທະຍາກອນຜູ້ຊໍານານ ທ່ານ ອາຈານ ປອ. ສຸດຖະໜອມ ພິນສະຫວັດ ຮອງຜູ້ອຳນວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ຢູ່ທີ່ ໂຮງແຮມ ທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ.
ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນສະເພາະໜ້າ ແລະ ຍາວນານ ຂອງ ສປງ ແລະ ເພື່ອເປັນການສ້າງຂະບວນການຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 116 ປີ ທີ່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ ຈຶ່ງໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃນຄັ້ງນີ້ ເພື່ອແນໃສ່ພັດທະນາຄວາມຮູ້ຄວາມສາມາດຂອງພະນັກງານ, ຊ່ວຍຍົກສູງປະສິດທິພາບໃນການແກ້ໄຂບັນຫາຂໍ້ຂັດແຍ່ງພາຍໃນ ພ້ອມທັງ ສ້າງທັກສະໃນການເຮັດວຽກເປັນທີມ ຊຶ່ງໄດ້ລົງເລິກບັນດາທິດສະດີກ່ຽວກັບຂໍ້ຂັດແຍ່ງ, ເຄື່ອງມືການບໍລິຫານຂໍ້ຂັດແຍ່ງ, ທັກສະການສື່ສານ, ການຕັດສິນໃຈ ແລະ ການຝຶກແກ້ໄຂບັນຫາຕົວຈິງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈໃນຫຼັກການ ແລະ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບປະສິດທິຜົນກວ່າເກົ່າ.

ຊຸດຝຶກອົບຮົມດັ່ງກ່າວ ໃຫ້ກຽດກ່າວເປີດ ແລະ ມີຄຳເຫັນໂດຍ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສຳນັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະ ສປງ, ຄະນະພະແນກ ແລະ ວິຊາການ ສປງ ເຂົ້າຮ່ວມທັງໝົດ ຈຳນວນ 46 ທ່ານ

ບັນຍາກາດໃນການຝຶກອົບຮົມ ຕະຫຼອດໄລຍະ 01 ວັນເຕັມ ດໍາເນີນໄປຢ່າງຄຶກຄື້ນ, ທ່ານ ອາຈານ ປອ. ສຸດຖະໜອມ ພິນສະຫວັດ ຍັງໄດ້ນຳພາຜູ້ເຂົ້າຮ່ວມ ຈັດກິດຈະກຳເປັນກຸ່ມ ເພື່ອແລກປ່ຽນຄວາມຄິດເຫັນໃນທາງທີ່ສ້າງສັນ ກ່ຽວກັບການບໍລິຫານຄວາມຂັດແຍ້ງພາຍໃນອົງກອນ ຊຶ່ງເຕັມໄປດ້ວຍຄວາມຕັ້ງໃຈ ແລະ ຈິງໃຈໃນການແລກປ່ຽນບົດຮຽນ ພ້ອມທັງ ມີການຕັ້ງຄໍາຖາມເຈາະຈີ້ມກັບນັກວິທະຍາກອນ ເຮັດໃຫ້ການຈັດຝຶກອົບຮົມໃນຄັ້ງນີ້ ມີບັນຍາກາດທີ່ຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ.

ຜົນຈາກການຝຶກອົບຮົມ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບທັງຄວາມຮູ້ ແລະ ທັກສະໃໝ່ໆ ກ່ຽວກັບການບໍລິຫານຄວາມຂັດແຍ່ງ ແລະ ສາມາດຮັບຟັງຄວາມຄິດເຫັນຕ່າງໄດ້ດີຂຶ້ນ ພ້ອມທັງ ເພີ່ມທັກສະການສື່ສານ ແລະ ເຮັດວຽກເປັນທີມ ເຮັດໃຫ້ບັນຍາກາດໃນອົງກອນເກີດຄວາມເຂົ້າໃຈກັນຫຼາຍຂຶ້ນ.
ບົດຂ່າວ ແລະ ຮູບພາບ: ພະແນກບໍລິຫານ-ຈັດຕັ້ງ





