ໃນລະຫວ່າງວັນທີ 15-18 ມິຖຸນາ 2026, ກະຊວງຍຸຕິທໍາ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ຂຶ້ນຢູ່ທີ່ ຣີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ຂັ້ນ ດັ່ງນີ້:
- ກອງປະຊຸມວິຊາການ: ເປັນປະທານ ໂດຍ ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ໂດຍມີຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກົມກົດໝາຍ ກະຊວງຍຸຕິທໍາ, ຄະນະຮັບຜິດຊອບ ແລະ ຄະນະອະນຸກຳມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍ ເຂົ້າຮ່ວມ ທັງໝົດ 24 ທ່ານ.
- ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ: ເປັນປະທານຮ່ວມ ໂດຍ ທ່ານ ຄຳພັນ ບຸນພາຄົມ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງທັງໝົດ ຈຳນວນ 38 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ ຮ່າງ ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວ ສອດຄ່ອງກັບເຕັກນິກການສ້າງນິຕິກໍາ, ມີໂຄງສ້າງເປັນເອກະພາບກັບບັນດານິຕິກໍາໃນໄລຍະໃໝ່ ແລະ ມີເນື້ອໃນທີ່ຄົບຖ້ວນສົມບູນຍິ່ງຂຶ້ນ.
ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ເປັນຫົວຂໍ້ທີ່ໄດ້ຖືກບັນຈຸຢູ່ໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX, ແຕ່ສະພາແຫ່ງຊາດ ໄດ້ເລື່ອນຫົວຂໍ້ດັ່ງກ່າວ ໄປບັນຈຸຢູ່ໃນແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຊຶ່ງເປົ້າໝາຍຂອງນະໂຍບາຍການສ້າງກົດໝາຍດັ່ງກ່າວ ກໍເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ຕິດຕາມ ກວດກາ ການເຄື່ອນໄຫວວຽກງານປົກປ້ອງເງິນຝາກ ຢູ່ ສປປ ລາວ, ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ເເກ່ສັງຄົມ ຕໍ່ລະບົບສະຖາບັນການເງິນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຄວາມປອດໄພທາງດ້ານການເງິນ ແລະ ພັດທະນາລະບົບສະຖາບັນການເງິນ ຂອງ ສປປ ລາວ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.
ວຽກງານປົກປ້ອງເງິນຝາກ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນຢ່າງຍິ່ງ ຕໍ່ລະບົບສະຖາບັນການເງິນຂອງ ສປປ ລາວ ພ້ອມທັງ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຄວາມປອດໄພທາງດ້ານການເງິນ ຊຶ່ງບັນດາປະເທດ ແລະ ພາກພື້ນ ກໍໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງໜ້າ ດ້ວຍການສ້າງໜ່ວຍງານສະເພາະ ເພື່ອເຄື່ອນໄຫວປົກປ້ອງເງິນຝາກ ຕາມສະພາບແວດລ້ອມຂອງແຕ່ລະປະເທດ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ຕໍ່ລະບົບສະຖາບັນການເງິນ,
ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ຝາກເງິນ ໂດຍໃນ ສປປ ລາວ ແມ່ນສຳນັກງານປົກປ້ອງເງິນຝາກ ທີ່ເຄື່ອນໄຫວວຽກງານດັ່ງກ່າວ ນັບແຕ່ປີ 1999 ເປັນຕົ້ນມາ ແລະ ໄດ້ສ້າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ
329/ລບ, ລົງວັນທີ 25 ຕຸລາ 2017 ເພື່ອເປັນບ່ອນອີງຕົ້ນຕໍທາງດ້ານນິຕິກຳ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານປົກປ້ອງເງິນຝາກ. ຜ່ານການຈັດຕັ້ງປະຕິບັດດຳລັດສະບັບດັ່ງກ່າວ ເປັນເວລາເກືອບ 9 ປີ ເຖິງວ່າຈະເຮັດໃຫ້ວຽກງານປົກປ້ອງເງິນຝາກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ແຕ່ເຫັນວ່າ ການປະຕິບັດຕົວຈິງ ຍັງຄົງມີຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຫຼາຍດ້ານ ເຊັ່ນ:
- ນິຕິກຳ: ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປົກປ້ອງເງິນຝາກ ໃນການຄຸ້ມຄອງບັນດາສະມາຊິກ ໂດຍສະເພາະທະນາຄານທຸລະກິດ ຍັງບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນ ເນື່ອງຈາກສະມາຊິກເຄື່ອນໄຫວພາຍໃຕ້ນິຕິກຳຂັ້ນ ກົດໝາຍ ຊຶ່ງສູງກວ່າດຳລັດ.
- ທີ່ຕັ້ງທາງດ້ານກົດໝາຍ: ທີ່ຕັ້ງຂອງສຳນັກງານປົກປ້ອງເງິນຝາກ ຍັງມີຄວາມຄຸມເຄືອ ໂດຍສະເພາະການກຳນົດໃຫ້ເປັນການຈັດຕັ້ງການເງິນຂອງລັດ ທັງເປັນນິຕິບຸກຄົນທີ່ບໍ່ສະແຫວງຫາຜົນກຳໄລ ຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານຂອງສຳນັກງານປົກປ້ອງເງິນຝາກ ຍັງບໍ່ຄ່ອງຕົວເທົ່າທີ່ຄວນ ແລະ ມີພາລະບົດບາດ ພຽງແຕ່ການຈ່າຍເງິນປົກປ້ອງຢ່າງດຽວ ຊຶ່ງຍັງບໍ່ທັນສາມາດແກ້ໄຂບັນຫາຂອງສະມາຊິກໄດ້ຕັ້ງແຕ່ຫົວທີ ແລະ ຍົກສູງພາລະບົດບາດໃຫ້ທຽບທັນຕາມຫຼັກການສາກົນ.
- ການຂະຫຍາຍສະມາຊິກ: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ບາງແຫ່ງ ຍັງບໍ່ທັນໄດ້ເຂົ້າເປັນສະມາຊິກ ຊຶ່ງສົ່ງຜົນກະທົບຕໍ່ການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ແລະ ສັງຄົມໃນວົງກວ້າງ ກ່ຽວກັບການປົກປ້ອງເງິນຝາກ ລວມທັງການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ຝາກເງິນ.
ດ້ວຍເຫດນີ້, ຈຶ່ງໄດ້ມີການລິເລີ່ມສ້າງກົດໝາຍສະບັບດັ່ງກ່າວ ມາຕັ້ງແຕ່ປີ 2024 ໂດຍໄດ້ກໍານົດທິດທາງໃນການສ້າງກົດໝາຍ, ສຶກສາຄົ້ນຄວ້ານິຕິກໍາທີ່ຕິດພັນ, ສົມທຽບກັບພຶດຕິກໍາຕົວຈິງ ແລະ ແລະ ໝູນໃຊ້ບົດຮຽນຂອງປະເທດອ້ອມຂ້າງ ເຊັ່ນ: ຫວຽດນາມ, ອິນໂດເນເຊຍ, ໄທ, ເກົາຫຼີ ແລະ ຟີລິບປິນ.
ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ປະກອບມີ 8 ພາກ, 8 ໝວດ ແລະ 74 ມາດຕາ ໂດຍມີເນື້ອໃນທີ່ສຳຄັນດັ່ງນີ້:
- ການກຳນົດນິຍາມ “ເງິນຝາກ”: ໝາຍເຖິງ ເງິນຝາກທີ່ຝາກໄວ້ນໍາສະມາຊິກ ດ້ວຍການເປີດບັນຊີຕ່າງໆ ເຊັ່ນ: ກະແສລາຍວັນ, ປະຢັດ, ມີກຳນົດ, ປະຈຳວັນ, ບັນຊີຄ້ຳປະກັນ, ບັນຊີຝາກຄຳ ແລະ ຜະລິດຕະພັນອື່ນໆ ທີ່ຄ້າຍຄືກັນ.
- ວົງເງິນປົກປ້ອງ: ວົງເງິນປົກປ້ອງສູງສຸດ ຕ້ອງບໍ່ຫຼຸດ 3 ເທົ່າ ຂອງລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ (GDP) ແລະ ສາມາດປົກປ້ອງຜູ້ຝາກເງິນ ບໍ່ຫຼຸດ 90% ຂອງຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງທັງໝົດ.
- ການຈ່າຍເງິນປົກປ້ອງ: ຕ້ອງເລີ່ມພາຍໃນ 14 ວັນ ນັບແຕ່ວັນທີ່ໄດ້ຮັບແຈ້ງຈາກ ທຫລ. ໃນກໍລະນີທີ່ບໍ່ມີຜູ້ມາຍື່ນຄຳຮ້ອງຂໍຮັບເງິນປົກປ້ອງ ພາຍໃນ 10 ປີ, ເງິນດັ່ງກ່າວຈະຖືກມອບເຂົ້າຄັງປົກປ້ອງເງິນຝາກ.
- ການເຂົ້າເປັນສະມາຊິກ: ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຕ້ອງເຂົ້າເປັນສະມາຊິກພາກບັງຄັບ.
- ສະຖານະຂອງສຳນັກງານ: ກຳນົດໃຫ້ສຳນັກງານປົກປ້ອງເງິນຝາກ ເປັນການຈັດຕັ້ງຂອງລັດທີ່ຂຶ້ນກັບ ທຫລ ທຽບເທົ່າກົມ, ເປັນຫົວໜ່ວຍການເງິນສະເພາະທີ່ບໍ່ສະແຫວງຫາຜົນກຳໄລ, ມີສະພາບໍລິຫານເປັນການຈັດຕັ້ງສູງສຸດ ແລະ ມີຄວາມເປັນເອກະລາດທາງດ້ານການເງິນ. ພ້ອມທັງມີການຍົກສູງພາລະບົດບາດໃນການແກ້ໄຂບັນຫາຂອງສະມາຊິກໄດ້ຕັ້ງແຕ່ຫົວທີ.

ປະທານໄກສອນ ພົມວິຫານ ໄດ້ໃຫ້ຄໍາເຫັນ ແລະ ສັ່ງສອນພວກເຮົາວ່າ ການສ້າງກົດໝາຍຂອງພວກເຮົາ ຕ້ອງສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ເປັນແຕ່ລະໄລຍະ, ສ້າງກົດໝາຍຈາກຕໍ່າຫາສູງ, ຈາກງ່າຍດາຍ ໄປສູ່ສະຫຼັບຊັບຊ້ອນ ແລະ ສໍາຄັນທີ່ສຸດ ຕ້ອງສ່ອດຄ່ອງກັບເງື່ອນໄຂການພັດທະນາຂອງປະເທດຊາດ ແລະ ລະດັບການຈັດຕັ້ງປະຕິບັດໃນຕົວຈິງ, ການສ້າງ ແລະ ປັບປຸງກົດໝາຍ ຊຶ່ງເປັນເຄື່ອງມືຮັບໃຊ້ໃຫ້ແກ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ເວົ້າລວມ ເວົ້າສະເພາະ ກົດໝາຍທີ່ເປັນເຄື່ອງມືຮັບໃຊ້ໃຫ້ແກ່ ການຄຸ້ມຄອງ ບໍລິຫານວຽກປົກປ້ອງເງິນຝາກ ຕ້ອງຮັບປະກັນເນື້ອໃນທີ່ສອດຄ່ອງກັບແນວທາງນະໂຍບາຍ, ສອດຄ່ອງກັບເງື່ອນໄຂຕົວຈິງ ໃນການຈັດຕັ້ງປະຕິບັດ; ດ້ານໜຶ່ງ ກົດໝາຍທີ່ໄດ້ສ້າງຂຶ້ນໃໝ່ນີ້ ຕ້ອງແກ່ໄຂບັນຫາ, ສາເຫດ ແລະ ອຸປະສັກ ພ້ອມທັງ ອຸດຕັນຊ່ອງຫວ່າງ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິິຕິກຳໃຕ້ກົດໝາຍໃນໄລຍະຜ່ານມາ. ສະນັ້ນ, ການກວດກາຄວາມສອດຄ່ອງທາງດ້ານກົດໝາຍ ທີ່ກຳນົດໄວ້ໃນມາດຕາ 43 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ຈຶ່ງເປັນຂັ້ນຕອນໜຶ່ງຂອງຂະບວນການສ້າງກົດໝາຍ ທີ່ສໍາຄັນ ເພື່ອກັ່ນຕອງ ແລະ ກວດກາຄືນເນື້ອໃນທີ່ກ່າວມານີ້.

ບົດຂ່າວ ແລະ ຮູບພາບໂດຍ: ພະແນກບໍລິຫານ-ຈັດຕັ້ງ





