ໃນວັນທີ 29 ກັນຍາ 2025 ທີ່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ (ສປງ) ສືບຕໍ່ຈັດຝຶກອົບຮົມວຽກງານວິຊາສະເພາະໃນຫົວຂໍ້: “ການສື່ສານທີ່ມີປະສິດທິພາບໃນອົງກອນ ຫຼື Effective Communications in Organizations” ໃຫ້ພະນັກງານ ສປງ ແລະ ໃຫ້ກຽດມາບັນຍາຍຄັ້ງນີ້ໂດຍ: ທ່ານ ອາຈານ ປອ. ສຸດຖະໜອມ ພິນສະຫວັດ ຮອງຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ຢູ່ທີ່ຫ້ອງປະຊຸມຊັ້ນ VI ຕຶກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ). ຊຸດຝຶກອົບຮົມດັ່ງກ່າວ ໃຫ້ກຽດກ່າວເປີດ ແລະ ມີຄໍາເຫັນໂດຍທ່ານ ວົງພະຈັນ ແສງສຸວັນ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະ ສປງ, ຄະນະພະແນກ ແລະ ວິຊາການ ສປງ ຈໍານວນທັງ ໝົດ 42 ຄົນ.
ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານຈຸດສຸມ ຂອງສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2025 ກໍຄືການພັດທະນາບຸກຄະລາກອນ. ພ້ອມນີ້, ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສໍານັກງານປົກປ້ອງເງິນຝາກ ຄົບຮອບ 26 ປີ (23 ກັນຍາ 1999 – 23 ກັນຍາ 2025) ແລະ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ (07 ຕຸລາ 1968 – 07 ຕຸລາ 2025). ສະນັ້ນ, ສໍານັກງານປົກປ້ອງເງິນຝາກ ຈຶ່ງໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະ ໃນຫົວຂໍ້: “ການສື່ສານທີ່ມີປະສິດທິພາບໃນອົງກອນ ຫຼື Effective Communications in Organizations” ຊຶ່ງໄດ້ດໍາເນີນໄປເປັນເວລາ 01 ວັນເຕັມ. ຫົວຂໍ້ດັ່ງກ່າວເປັນຫົວຂໍ້ທີ່ສໍາຄັນ ແລະ ໄດ້ໃຫ້ບົດຮຽນອັນເປັນປະໂຫຍດແກ່ການເຄື່ອນໄຫວວຽກງານ ຂອງສຳນັກງານປົກປ້ອງເງິນຝາກ ໂດຍສະເພາະ ໄດ້ຮຽນຮູ້ເຖິງການສື່ສານທີ່ມີປະສິດທິພາບໃນອົງກອນ, ຄວາມຮູ້ກ່ຽວກັບການສື່ສານ ແລະ ການມອບວຽກ, ການຕໍານິສົ່ງຂ່າວແບບສ້າງສັນ, ສີລະປະການເວົ້າ, ສີລະປະການຟັງ ແລະ ຄວາມສາມາດໃນການສະແດງຈຸດຢືນຂອງຕົນ. ນອກຈາກຈະໄດ້ຮັບຟັງບົດຮຽນ ຈາກນັກວິທະຍາກອນທີ່ມີປະສົບການສູງໃນວຽກງານດັ່ງກ່າວແລ້ວ, ຍັງໄດ້ມີການຈັດກຸ່ມສົນທະນາ ເພື່ອຄົ້ນຄວ້າ ແລະ ນໍາສະເໜີທັດສະນະພາຍໃນກຸ່ມຂອງຕົນ ກ່ຽວກັບຫົວຂໍ້ຕ່າງໆທີ່ຕິດພັນກັບຫົວຂໍ້ຝຶກອົບຮົມ ຊຶ່ງດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ເຂົ້າຮ່ວມ. ພາຍຫຼັງສິ້ນສຸດການຈັດຝຶກອົບຮົມ, ກໍໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມທັງໝົດ ອີກດ້ວຍ.












