ໃນຕອນເຊົ້າວັນທີ 19 ກັນຍາ 2025 ທີ່ ຫ້ອງປະຊຸມຊັ້ນ AJ ຂອງວິທະຍາໄລຄູ ສະຫວັນນະເຂດ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດກິດຈະກໍາ ບໍລິການສັງຄົມ ທາງວິຊາການ ຮ່ວມກັບສະຖາບັນການທະນາຄານ ທະນາຄານແຫ່ງ ສປປ ລາວ ປະຈໍາສົກຮຽນ 2025-2026. ໃຫ້ກຽດເປັນປະທານຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ພົມມາ ໄຊຍະວົງ ຮອງຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດ ແລະ ທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຜູ້ອໍານວຍການ ສະຖາບັນການທະນາຄານ ພ້ອມດ້ວຍ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກ່ວາ 200 ຄົນ.
ຈຸດປະສົງຂອງການຈັດກິດຈະກໍາບໍລິການສັງຄົມທາງວິຊາການໃນຄັ້ງນີ້ ເປັນການປະກອບສ່ວນເຜີຍແຜ່ວຽກງານຂອງສໍານັກງານປົກປ້ອງເງິນຝາກ ຊຶ່ງເປັນວຽກງານໜຶ່ງໃນຂະແໜງການເງິນ-ການທະນາຄານ ແນໃສ່ເສີມສ້າງຄວາມຮູ້ພື້ນຖານກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ກັບພະນັກງານຄູ-ອາຈານ ແລະ ນັກສຶກສາຂອງ ວິທະຍາໄລຄູ ສະຫວັນນະເຂດ ເພື່ອໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງ ປະຫວັດຄວາມເປັນມາ ແລະ ຄວາມໝາຍ-ຄວາມສໍາຄັນ ຂອງວຽກງານປົກປ້ອງເງິນຝາກ.
ໃນອະນາຄົດຕໍ່ໜ້າ, ສປງ ຍັງຈະສືບຕໍ່ ເພີ່ມທະວີການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານປົກປ້ອງເງິນຝາກ ແລະ ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ-ສິ່ງທ້າທາຍຕ່າງໆ ເພື່ອຍົກສູງພາລະບົດບາດ ຂອງສໍານັກງານປົກປ້ອງເງິນຝາກ ໃຫ້ໃກ້ຄຽງກັບ ອົງການປົກປ້ອງເງິນຝາກ ຂອງບັນດາປະເທດພາກພື້ນ ແລະ ສາກົນເທື່ອລະກ້າວ.










