ສໍານັກງານປົກປ້ອງເງິນຝາກ (ສປງ) ຮ່ວມກັບ ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ຂຶ້ນໃນວັນທີ 22 ມັງກອນ 2021 ເວລາ 17:30 ໂມງ ທີ່ເດີ່ນກິລາເຟີຣາຣີ່, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າ ສປງ ແລະ ທ່ານ ນ. ວິນຄໍາ ລຸນທອນ ຜູ້ອໍານວຍການ ຂສລ ມີຄະນະ ສປງ, ຄະນະອໍານວຍການ, ຄະນະພະແນກ ພ້ອມດ້ວຍພະນັກ ງານວິຊາການທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ.

ຈຸດປະສົ່ງການສ້າງຂະບວນການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້, ເພື່ອຄໍານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ຜ່ານມາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20/01/1949-20/01/2021) ແລະ ເພື່ອຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ (01/02/1956-01/02/2021).

ນອກນີ້, ຍັງເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານທັງສອງພາກສ່ວນ ແລະ ເປັນການພົບປະສ້າງສັນ, ແລກປ່ຽນບົດຮຽນທາງດ້ານເຕັກນິກວິຊາການ, ເສີມສ້າງກຳລັງກາຍຂອງພະນັກງານໃຫ້ມີສຸຂະ ພາບແຂງແຮງ, ມີຈິດໃຈສົດຊື່ນເຂັ້ມແຂງ ເພື່ອເຮັດສໍາເລັດໜ້າທີ່ຕາມພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດມອບໝາຍໃຫ້.

ການສ້າງຂະບວນການຂັນກິລາມິດຕະພາບໃນຄັ້ງນີ້ ລວມມີ 2 ປະເພດກິລາ ຄື: ກິລາບານເຕະຊາຍ ແລະ ກິລາເປຕັງ; ການແຂ່ງຂັນໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສ້າງສັນ ຊຶ່ງຜົນການແຂ່ງຂັນກິລາບານເຕະແມ່ນທີມ ຂສລ ສາມາດເອົາຊະນະ ສປງ ດ້ວຍປະຕູ 7 ຕໍ່ 5 ແລະ ກິລາເປຕັງປະກອບດ້ວຍ 2 ທີມຄື: ທີມຄະນະການນຳ ແລະ ທີມປະສົມ (ຄະນະພະແນກ) ໂດຍຜົນການແຂ່ງຂັນທີມຄະນະການນຳແມ່ນ ຂສລ ສາມາດເອົາຊະນະການແຂ່ງຂັນດ້ວຍຜົນການແຂ່ງຂັນ 2 ຕໍ່ 1 ເກມ ແລະ ທີມປະສົມ (ຄະນະພະແນກ) ແມ່ນ ສປງ ຍາດເອົາຊະນະການແຂ່ງຂັນດ້ວຍຜົນການແຂ່ງຂັນ 2 ຕໍ່ 1 ເກມ.

ພາບ: ບຸນນຳ ອິນທະວົງ

ຂ່າວ: ລາຕີ ສີຣາຊາ

News