ໃນວັນທີ 06-07 ຕຸລາ 2026 ທີ່ໂຮງແຮມ ຮໍລິເດອິນ (Holiday Inn) ນະຄອນຫຼວງວຽງຈັນ, ສໍານັກງານປົກປ້ອງເງິນຝາກ (ສປງ) ຮ່ວມກັບ ປະກັນໄພເງິນຝາກຫວຽດນາມ (Deposit Insurance of Vietnam – DIV) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການປົກປ້ອງເງິນຝາກ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າ ສປງ ແລະ ທ່ານ ນ. ຮວ່າງ ທິ ເຟືອງ ແຮງ (Hoang Thi Phuong Hanh) ກໍາມະການສະພາບໍລິຫານ DIV ພ້ອມດ້ວຍການເຂົ້າຮ່ວມຂອງ ຄະນະ ສປງ, ຄະນະພະແນກ ແລະ ວິຊາການ ຂອງທັງສອງພາກສ່ວນ ເຂົ້າຮ່ວມທັງໝົດ ຈໍານວນ 54 ຄົນ.
ກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງ ໂດຍເນັ້ນໃສ່ການຖ່າຍຖອດບົດຮຽນ, ທິດສະດີ ແລະ ປະສົບການຕົວຈິງ ຈາກຄະນະຜູ້ແທນ DIV ເພື່ອເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານປົກປ້ອງເງິນຝາກ ເພື່ອນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຂອງ ສປງ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບມາດຕະຖານສາກົນ ໂດຍເນື້ອໃນສໍາຄັນ ແລະ ຫົວຂໍ້ທີ່ໄດ້ນໍາສະເໜີໃນກອງປະຊຸມ ປະກອບດ້ວຍ: 1) ພາບລວມກ່ຽວກັບວຽກງານປະກັນໄພເງິນຝາກ ຂອງ ສສ. ຫວຽດນາມ, 2) ການບໍລິຫານ-ຈັດການຊັບສິນ, ໜີ້ສິນ ແລະ ການຊໍາລະສະສາງ ຂອງສະຖາບັນການເງິນທີ່ລົ້ມລະລາຍ, 3) ຂັ້ນຕອນການຈ່າຍເງິນປົກປ້ອງ, 4) ພາບລວມວຽກກວດກາພາຍໃນ ແລະ 5) ການບໍລິຫານທຶນ.
ອີງໃສ່ການນໍາສະເໜີຂອງ DIV ເຫັນວ່າ ພາບລວມເສດຖະກິດຂອງ ສສ. ຫວຽດນາມໃນ 08 ເດືອນ ທໍາອິດຂອງປີ 2026, GDP ຂອງຫວຽດນາມຂະຫຍາຍຕົວ 8.02% (ໃນ 06 ເດືອນທໍາອິດ), ອັດຕາເງິນເຟີ້ 08 ເດືອນ ຢູ່ທີ່ 4.45%, ຍອດເງິນຝາກຂອງປະຊາຊົນ ບັນລຸ 11.22 ລ້ານລ້ານດົງ. ຮອດເດືອນມິຖຸນາ ປີ 2026, ມີສະຖາບັນການເງິນເຂົ້າເປັນສະມາຊິກ DIV ທັງໝົດ: 1,274 ແຫ່ງ, ຄັງປົກປ້ອງເງິນຝາກ ມີມູນຄ່າ 144,947 ຕື້ດົງ (~5.57 ຕື້ໂດລາສະຫະລັດ); ວົງເງິນປົກປ້ອງ: ຕັ້ງແຕ່ວັນທີ 13 ກໍລະກົດ 2026, ວົງເງິນປົກປ້ອງ ໄດ້ເພີ່ມຂຶ້ນເປັນ 350 ລ້ານດົງ (~13,400 ໂດລາສະຫະລັດ), ຊຶ່ງສາມາດປົກປ້ອງຜູ້ຝາກເງິນໄດ້ເຕັມຈໍານວນເຖິງ 93.68%; ກົດໝາຍປະກັນໄພເງິນຝາກ ສະບັບໃໝ່ (ເລກທີ 111/2025/QH15) ມີຜົນບັງຄັບໃຊ້ ເລີ່ມແຕ່ວັນທີ 01 ພຶດສະພາ 2026, ໂດຍມີຈຸດປະສົງໃໝ່ທີ່ສໍາຄັນ ເຊັ່ນ: ການອອກໃບຢັ້ງຢືນການເປັນສະມາຊິກ ທັນທີທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຈາກທະນາຄານແຫ່ງລັດຫວຽດນາມ, ການເຂົ້າຮ່ວມແກ້ບັນຫາໄຂສະຖາບັນການເງິນທີ່ອ່ອນແອ, ການຈ່າຍເງິນປົກປ້ອງໃຫ້ແກ່ຜູ້ຝາກເງິນ (ພາຍໃນ 45 ວັນ) ແລະ ການຂະຫຍາຍການລົງທຶນ. ພ້ອມນີ້, ພາຍຫຼັງສໍາເລັດການຈ່າຍເງິນປົກປ້ອງແລ້ວ, DIV ຈະກາຍເປັນຜູ້ເຂົ້າຮ່ວມການຊໍາສະສາງຊັບສິນ ແລະ ເປັນເຈົ້າໜີ້ຂອງສະມາຊິກທີ່ລົ້ມລະລາຍ; ປະຫວັດການຊໍາລະສະສາງ: DIV ໄດ້ຈ່າຍເງິນປົກປ້ອງຢູ່ 39 ກອງທຶນເງິນກູ້ປະຊາຊົນ (QTDND) ມູນຄ່າ 26.78 ຕື້ດົງ, ສາມາດທວງຄືນໄດ້ 11.05 ຕື້ດົງ (~41%), ສໍາເລັດການຊໍາລະສະສາງຢູ່ 27 ກອງທຶນ, ສາມາດເກັບກູ້ຄືນໄດ້ 07 ກອງທຶນ ແລະ ກໍາລັງເກັບກູ້ຄືນຢູ່ 5 ກອງທຶນ. ນອກຈາກນີ້, ລັກສະນະພິເສດຂອງ DIV ປະກອບມີການກວດກາພາຍໃນ ກ່ອນ – ໃນລະຫວ່າງ – ຫຼັງຈາກ,ປະສົມປະສານກັບ ການຕິດຕາມກວດກາທາງໄກ ແລະ ກວດກາກັບທີ່. ສໍາລັຍເປົ້າໝາຍກວດກາ ປະກອບດ້ວຍບັນດາໜ່ວຍງານຫຼັກຂອງ DIV ຊຶ່ງເນື້ອໃນກວດກາມີຄື: ການວິເຄາະ, ການເກັບເບ້ຍປະກັນເງິນຝາກ, ການກວດກາ, ການກວດກາພິເສດ, ການລົງທຶນ, ການຈ່າຍເງິນປົກປ້ອງ ແລະ ການເກັບກູ້ຊັບສິນ ພາຍຫຼັງຂະບວນການຊຳລະສະສາງຊັບສິນຂອງ ສະຖາບັນການເງິນທີ່ເປັນສະມາຊິກທີ່ລົ້ມລະລາຍ.

ໄປຄຽງຄູ່ກັນນັ້ນ, ທ່ານ ນ. ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ໄດ້ໃຫ້ກຽດຂຶ້ນແລກປ່ຽນບົດຮຽນ ແລະ ນໍາສະເໜີໃນຫົວຂໍ້ “ພາບລວມວຽກງານປົກປ້ອງເງິນຝາກຂອງ ສປປ ລາວ” ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວຽກງານປົກປ້ອງເງິນຝາກ, ການພັດທະນາວຽກງານປົກປ້ອງເງິນຝາກໃນແຕ່ລະໄລະຍະ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະການສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກທີ່ຈະຜ່ານກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນເດືອນ ຕຸລາ 2026 ແລະ ຄາດວ່າຈະຖືກປະກາດໃຊ້ໃນຕົ້ນປີ 2027 ແລະ ການກະກຽມບັນດາໜ້າວຽກຕ່າງໆຂອງ ສປງ ເພື່ອຮອງຮັບການປະກາດໃຊ້ກົດໝາຍສະບັບໃໝ່ນີ້.



ພ້ອມດຽວກັນ, ໃນຕອນບ່າຍຂອງວັນທີ 07 ຕຸລາ 2026 ໄດ້ມີກອງປະຊຸມພົບປະສອງຝ່າຍ ເພື່ອທົບທວນແຜນການ ແລະ ທິດທາງການຮ່ວມມືລະຫວ່າງ ສປງ ແລະ DIV ໃນຕໍ່ໜ້າ ຊຶ່ງທັງສອງພາກສ່ວນໄດ້ເຊັນ MOU ສະບັບທໍາອິດ ເມື່ອວັນທີ 27 ເມສາ 2011 ຊຶ່ງເປັນຂີດໝາຍອັນສໍາຄັນ ໃນການເລີ່ມຕົ້ນສາຍພົວພັນຮ່ວມມືສອງຝ່າຍ ໃນການພັດທະນາວຽກງານປົກປ້ອງເງິນຝາກ ເວົ້າລວມເວົ້າສະເພາະ ສາຍພົວພັນດັ່ງກ່າວໄດ້ກາຍເປັນເຄື່ອງມືສໍາຄັນໜຶ່ງທີ່ຊ່ວຍໃນການສ້າງຄວາມເຂັ້ມແຂງໃນວຽກງານປົກປ້ອງເງິນຝາກຂອງ ສປປ ລາວ ໄດ້ເປັນຢ່າງດີ ເປັນຕົ້ນການແລກປ່ຽນບົດຮຽນສອງຝ່າຍ, ການຊ່ວຍເຫຼືອທາງດ້ານວິຊາການ ແລະ ການທັດສະນະສຶກສາ ຮ່ວມກັບ DIV ເພື່ອຖອດຖອນບົດຮຽນ ແລະ ນໍາມາໝູນໃຊ້ເຂົ້າໃນການປັບປຸງວຽກງານ ແລະ ການສ້າງບັນດານິຕິກໍາ ເພື່ອຮັບໃຊ້ຂົງເຂດວຽກງານດັ່ງກ່າວ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ໃນພິທີດັ່ງກ່າວ, ຄະນະ ສປງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ DIV ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນຢ່າງຈິງໃຈຕະຫຼອດມາ. ຕໍ່ກັບຜົນສໍາເລັດຂອງກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ບໍ່ເປັນພຽງແຕ່ຊ່ວຍຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານ ເກົ່າ ແລະ ໃໝ່ ຂອງ ສປງ ເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສປງ ແລະ DIV ໃຫ້ເພີ່ມພູນຄູນສ້າງ ແລະ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.



|





