ໃນຕອນເຊົ້າຂອງວັນທີ 12 ມັງກອນ 2021 ທີ່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ແກ່ບຸກຄົນທີ່ມີຜົນງານ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ຢູ່ທີ່ ຫ້ອງປະຊຸມດອກວາດສະໜາຂອງ ສໍານັກງານປົກປ້ອງເງິນຝາກ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ;ພ້ອມນີ້, ມີຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດຈໍານວນ 30 ຄົນ.

ໃນພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງການປະເມີນການປະຕິບັດວຽກງານຂອງ ພະນັກງານທະນາຄານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ສະບັບເລກທີ 402/ທຫລ, ລົງວັນທີ 07 ກໍລະກົດ 2020.

ໂດຍອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ ທຫລ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເຫັນດີປະຕິບັດຍ້ອງຍໍໃຫ້ແກ່ພະນັກງານຂອງ ສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2019 ປະເພດກົມກອງລວມໝູ່ ແລະ ບຸກຄົນ. ປະເພດກົມກອງລວມໝູ່ ແມ່ນໄດ້ຮັບການຍ້ອງຍໍ ປະເພດດີເດັ່ນ, ປະພດຍ້ອງຍໍບຸກຄົນດີເດັ່ນ ຈໍານວນ 12 ທ່ານ ຍິງ 6 ທ່ານ ໃຫ້ກຽດມອບໂດຍ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ປະເພດຊົມເຊີຍ ຈໍານວນ 23 ທ່ານ ຍິງ 10 ຄົນ ໃຫ້ກຽດມອບໂດຍ ທ່ານ ຄໍາໄຊ ພົມມະວີ ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ.

ໃນພິທີຍັງໄດ້ຮັບການຟັງຄໍາໂອ້ລົມຈາກ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ (ປະທານພິທີ) ຊຶ່ງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານພາຍໃນ ສປງ ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້ພະນັກງານເສີມຂະ ຫຍາຍດ້ານດີ ແລະ ຜົນສໍາເລັດດັ່ງກ່າວ ພ້ອມທັງຖອດຖອນບົດຮຽນຂໍ້ຄົງຄ້າງຕ່າງໆ ຜ່ານການປະຕິບັດວຽກງານໄລຍະຜ່ານ ເພື່ອພັດທະນາຕົນເອງ ກໍຄື ວຽກງານໃຫ້ມີຄວາມກ້າວໜ້າ ແລະ ມີໃບໜ້າອັນໃໝ່.

ຂ່າວ: ສີສະຫວາດ ສົມດາຈິດ
​ພາບ: ບຸນນຳ ອິນທະວົງ
ກວດແກ້: ຄໍາແສນ ວົງເດືອນ ແລະ ລາຕີ ສີຣາຊາ

News