ສໍານັກງານປົກປ້ອງເງິນຝາກ (ສປງ) ສືບຕໍ່ເດີນໜ້າໃນການເຜີຍແຜ່ວຽກງານປົກປ້ອງເງິນຝາກໃຫ້ແກ່ສັງຄົມ ຊຶ່ງຄັ້ງນີ້ໄດ້ລົງເຜີຍແຜ່ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃຫ້ແກ່ບັນດາຄູ-ອາຈານ ແລະ ນັກສຶກສາ ສະຖາບັນການທະນາຄານ ຊຶ່ງໄດ້ຈັດຕັ້ງພິທີດັ່ງກ່າວ ໃນຕອນເຊົ້າ ຂອງວັນພຸດ ທີ 21 ຕຸລາ 2020 ທີ່ ສະໂມສອນສະຖາບັນການທະນາຄານ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ສັນຕິ ພົນເມືອງລາວ ຫົວໜ້າສະຖາບັນການທະນາຄານ ແລະ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ. ພ້ອມນີ້ ກໍມີຄະນະສໍານັກງານປົກປ້ອງເງິນຝາກ ແລະ ຄະນະພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍແຜນການວຽກງານຈຸດສຸມຂອງ ສປງ ປະຈໍາປີ 2020 ແລະ ຊົມເຊີຍວັນສ້າງຕັ້ງ ສປງ ຄົບຮອບ 21 ປີ (23 ກັນຍາ 1999-23 ກັນຍາ 2020).

ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ທ່ານ ວົງເພັດ ໂງ່ນພະຈັນ ຫົວໜ້າພະແນກວິເຄາະ ແລະ ຄຸ້ມຄອງການຈ່າຍເງິນປົກປ້ອງ ໄດ້ຍົກໃຫ້ເຫັນພາບລວມຂອງ ສປງ (ກອງທຶນປົກປ້ອງຜູ້ຝາກເງິນໃນເມື່ອກ່ອນ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ກັນຍາ 1999 ເປັນການຈັດຕັ້ງການເງິນຂອງລັດ, ມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ຊຶ່ງມີພາລະບົດບາດເປັນເສນາທິການ ໃຫ້ແກ່ສະພາບໍລິຫານ ສປງ ແລະ ທະນາຄານແຫ່ງ ສປປ ລາວ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ເປັນສ່ວນໜຶ່ງທີ່ມີຄວາມສໍາຄັນໃນຕາໜ່າງຄວາມປອດໄພ ຂອງຂະແໜງການເງິນ ແລະ ວຽກງານສໍາຄັນອື່ນໆ ທີ່ຕິດພັນກັບຂະແໜງການທະນາຄານ ແລະ ສະຖາບັນການເງິນຢູ່ ສປປ ລາວ.

ພ້ອມນັ້ນ, ຍັງນໍາສະເໜີຄວາມຈໍາເປັນຂອງການສ້າງ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນການຍົກບົດບາດທາງດ້ານການຈັດຕັ້ງຂອງ ສປງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ລະບົບສະຖາບັນການເງິນ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນຢູ່ ສປປ ລາວ ພ້ອມທັງນໍາສະເໜີເນື້ອໃນບາງມາດຕາທີ່ສໍາຄັນຈໍານວນໜຶ່ງ ທີ່ຈະເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງ ໂດຍສະເພາະສະຖາບັນການເງິນທີ່ເປັນສະມາຊິກຂອງ ສປງ, ວົງເງິນປົກປ້ອງສູງສຸດຕາມລະບຽບການ ຊຶ່ງໄດ້ປັບໃຫ້ສູງຂຶ້ນ ລວມທຸກສະກຸນເງິນທຽບເທົ່າກີບ 50.000.000 ກີບ/ຄົນ/ສະຖາບັນການເງິນ; ຜູ້ຝາກເງິນຈະໄດ້ຮັບການປົກປ້ອງເງິນຝາກ ຈາກ ສປງ ຖ້ານໍາເງິນໄປຝາກນໍາສະຖາບັນການເງິນທີ່ເປັນສະມາຊິກຂອງ ສປງ ແລະ ມາດຕາອື່ນໆ.

ໃນຕອນທ້າຍ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າ ສປງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ໃນການເຊື່ອມຊຶມດໍາລັດໃນຄັ້ງນີ້ ຊຶ່ງເປັນການເຜີຍແຜ່ໃຫ້ຄູ-ອາຈານ ແລະ ນັກສຶກສາ ຮັບຊາບ ແລະ ເຂົ້າໃຈ ໃນລະດັບໃດໜຶ່ງທີ່ແນ່ນອນ ພ້ອມທັງເຫັນໄດ້ວ່າ ບັນດາຜູ້ເຂົ້າຮ່ວມໄດ້ປະກອບສ່ວນໃນການຕັ້້ງຄໍາຖາມທີ່ຫຼາກຫຼາຍ ສະແດງອອກຈາກການໃຫ້ຄວາມສໍາຄັນ ແລະ ຄວາມສົນໃຈຕໍ່ລະບົບການຄຸ້ມຄອງວຽກງານທະນາຄານ ໂດຍຕິດພັນກັບວຽກງານປົກປ້ອງເງິນຝາກ. ຜ່ານການເຜີຍແຜ່ດໍາລັດ ສະບັບນີ້ ສປງ ເຊື່ອໝັ້ນວ່າ: ຈະເປັນການເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈຈະແຈ້ງ ຕໍ່ກັບວຽກງານການປົກປ້ອງເງິນຝາກ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ທັງປະກອບສ່ວນສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ຕໍ່ລະບົບສະຖາບັນການເງິນຢູ່ ສປປ ລາວ ນັບມື້ສູງຂຶ້ນ.

News