ສໍານັກງານປົກປ້ອງເງິນຝາກ ເຂົ້າຮ່ວມຝຶກອົບຮົມ KDIC Global Training Program ປະຈໍາປີ 2026
ໃນລະຫວ່າງວັນທີ 15-18 ກັນຍາ 2026, ຄະນະຜູ້ແທນຈາກ ສໍານັກງານປົກປ້ອງເງິນຝາກ ນໍາພາໂດຍ ທ່ານວ່າການແທນຫົວໜ້າ ສປງ, ຮອງຫົວໜ້າ ສປງ ແລະ ວິຊາການ ລວມທັງໝົດ 04 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ KDIC Global Training Program ປະຈໍາປີ 2026 ພາຍໃຕ້ຫົວຂໍ້: “ການແກ້ໄຂບັນຫາ ແລະ ການເກັບກູ້ຊັບສິນ” ພາຍໃຕ້ການເປັນເຈົ້າພາບຂອງ ປະກັນໄພເງິນຝາກເກົາຫຼີ (Korea Deposit Insurance Corporation ຫຼື KDIC) ທີ່ປະເທດ ສ. ເກົາຫຼີ ໂດຍມີຜູ້ຕາງໜ້າຈາກ 26 ປະເທດເຂົ້າຮ່ວມ ແລະ ໄດ້ຮັບກຽດກ່າວເປີດງານໂດຍ ທ່ານ Byeongjae LEE ຮອງປະທານສະພາບໍລິຫານ KDIC .
KDIC ໄດ້ຈັດຝຶກອົບຮົມ KDIC Global Training Program ເປັນປະຈໍາໃນແຕ່ລະປີ ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານປະກັນໄພເງິນຝາກ ໂດຍຊ່ຽວຊານຈາກ KDIC ແລະ ແຂກຮັບເຊີນຈາກພາກສ່ວນພາຍນອກ ໃນປະເທດ ສ. ເກົາຫຼີ ຊຶ່ງໃນແຕ່ລະປີຈະກໍານົດຫົວຂໍ້ທີ່ແຕກຕ່າງກັນ. ສະນັ້ນ, ການຈັດຝຶກອົບຮົມໃນປີ 2026 ນີ້ ຈະນໍາສະເໜີກ່ຽວກັບ ການແກ້ໄຂບັນຫາ ແລະ ການເກັບກູ້ຊັບສິນ ໂດຍຈະລົງເລິກ ກອບການແກ້ໄຂບັນຫາຂອງ KDIC ແລະ ພາກຈັດຕັ້ງປະຕິບັດຕົວຈິງໃນວຽກງານດັ່ງກ່າວ, ການສືບສວນກ່ຽວກັບການລົ້ມລະລາຍ, ລະບົບທີ່ຖືກພັດທະນາຂຶ້ນມາເພື່ອເກັບກູ້ຊັບສິນທີ່ມີບັນຫາ ແລະ ວາລະການແລກປ່ຽນຄໍາເຫັນລະຫວ່າງບັນດາຜູ້ເຂົ້າຮ່ວມ ຊຶ່ງຈະເປີດໂອກາດໃຫ້ຜູ້ເຂົ້າຮ່ວມທັງໝົດ ເພື່ອຮ່ວມແບ່ງປັນປະສົບການ ແລະ ທັດສະນະຂອງຕົນເອງໃນວຽກງານປົກປ້ອງເງິນຝາກ.

ຕະຫຼອດໄລຍະເວລາ 04 ວັນຂອງການຝຶກອົບຮົມ ໄດ້ສຸມໃສ່ການນໍາສະເໜີ ແລະ ລົງເລິກໃນຫົວຂໍ້: “ການແກ້ໄຂບັນຫາ ແລະ ການເກັບກູ້ຊັບສິນ” ໂດຍມີເນື້ອໃນ ແລະ ຫົວຂໍ້ຍ່ອຍທີ່ສໍາຄັນດັ່ງນີ້:
- ກອບຂອງການແກ້ໄຂບັນຫາ ແລະ ການຈັດຕັ້ງປະຕິບັດ: ໄດ້ສຶກສາຮຽນຮູ້ກ່ຽວກັບກອບການແກ້ໄຂບັນຫາສະຖາບັນການເງິນທີ່ມີບັນຫາຂອງ KDIC ແລະ ທະນາຄານທີ່ຕົກຢູ່ໃນສະພາວະລົ້ມລະລາຍ ພ້ອມທັງຖອດຖອນບົດຮຽນຈາກກໍລະນີສຶກສາຕົວຈິງ;
- ການສືບສວນ ແລະ ການເກັບກູ້ຊັບສິນ: ລົງເລິກກ່ຽວກັບວຽກງານສືບສວນຄວາມຮັບຜິດຊອບກໍລະນີສະຖາບັນການເງິນ ຫຼື ທະນາຄານ ລົ້ມລະລາຍ, ການຄຸ້ມຄອງຊັບສິນ ແລະ ລະບົບ, ເຄື່ອງມືທີ່ຖືກພັດທະນາຂຶ້ນມາໃໝ່ໃນການປະກອບໃຊ້ເຂົ້າໃນການສືບສວນ ແລະ ເກັບກູ້ຊັບສິນທີ່ມີບັນຫາທັງພາຍໃນ ແລະ ຕ່າງປະເທດ.

- ການແລກປ່ຽບົດຮຽນລະຫວ່າງປະເທດ: ເປັນເວທີໃຫ້ຜູ້ເຂົ້າຮ່ວມຈາກບັນດາ 26 ປະເທດ ໄດ້ນໍາສະເໜີ ແລະ ແລກປ່ຽນສະພາບການຈັດຕັ້ງປະຕິບັດລະບົບປະກັນໄພເງິນຝາກຈາກ 08 ປະເທດທີ່ເຂົ້າຮ່ວມ, ລວມທັງການລິເລິ່ມວຽກງານໃຫ້ຄວາມຮູ້ທາງດ້ານການເງິນ ຂອງ KDIC ແລະ ການວາງແຜນການແກ້ໄຂວິກິດການ.

ໃນການຝຶກອົບຮົມຄັ້ງນີ້ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຈາກຫຼາຍປະເທດໄດ້ແບ່ງປັນປະສົບການ, ບົດຮຽນຕົວຈິງ ແລະ ທັດສະນະມຸມມອງໃໝ່ໆ ກ່ຽວກັບວຽກງານປົກປ້ອງເງິນຝາກ ແລະ ການຮ່ວມມືໃນພາກພື້ນ ຊຶ່ງຖືເປັນໂອກາດອັນສໍາຄັນຂອງ ສປງ ໃນການຍົກລະດັບສໍາມະນາກອນ ໃນການພັດທະນາສືບທອດຄວາມຮູ້ ແລະ ນໍາເອົາບົດຮຽນທີ່ຖອດຖອນໄດ້ມາໝູນໃຊ້, ຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງ ສປງ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ພ້ອມທັງຮັກສາຄວາມໝັ້ນຄົງ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ຮູບພາບໂດຍ: KDIC ແລະ ບົດຂ່າວໂດຍ: ພະແນກບໍລິຫານ-ຈັດຕັ້ງ ສປງ





