
ການຮ່ວມມືກັບປະກັນໄພເງິນຝາກອິນໂດເນເຊຍ
21/04/2016ໃນປີ 2016, ສໍານັກງານປົກປ້ອງເງິນຝາກ ໄດ້ສົ່ງພະນັກງານໄປຖອດຖອນບົດຮຽນກ່ຽວກັບວຽກງານປະກັນໄພເງິນຝາກຢູ່ປະເທດອິນໂດເນເຊຍ 1 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 2 ຄົນ ແລະ ໄດ້ເຊີນປະກັນໄພເງິນຝາກອິນໂດ ເນເຊຍ ມາຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ 1 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ຄົນ. ຈາກນັ້ນ, ໃນກາງປີ 2017 ທັງສອງຝ່າຍໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ. ນັບແຕ່ປີ 2018 ເປັນຕົ້ນມາ, ທັງສອງອົງກອນໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍການແລກປ່ຽນບົດຮຽນ ແລະ ປະສົບການຄື: ຈັດກອງປະຊຸມພົບປະສອງຝ່າຍ 1 ຄັ້ງ ມີຜູ້ເຂົ້າຮ່ວມ 15 ຄົນ ແລະ ຈັດກອງປະຊຸມສໍາມະນາຮ່ວມກັນຢູ່ ສປປ ລາວ 1 ຄັ້ງ ມີຜູ້ເຂົ້າຮ່ວມ 32 ຄົນ. ...ອ່ານເພີ່ມເຕີມ - ການຮ່ວມມືກັບປະກັນໄພເງິນຝາກອິນໂດເນເຊຍ

ການຮ່ວມມືກັບປະກັນໄພເງິນຝາກເກົາຫຼີໃຕ້
21/04/2014ໃນຕົ້ນປີ 2014, ສໍານັກງານປົກປ້ອງເງິນຝາກ ໄດ້ເຊີນປະກັນໄພເງິນຝາກເກົາຫຼີໃຕ້ ມາຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ 1 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 81 ຄົນ ແລະ ສົ່ງພະນັກງານໄປຖອດຖອນບົດຮຽນກ່ຽວກັບວຽກງານປະກັນໄພເງິນຝາກຢູ່ປະເທດເກົາຫຼີໃຕ້ 1 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 3 ຄົນ. ຈາກນັ້ນ, ໃນທ້າຍປີ 2014 ທັງສອງຝ່າຍໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ. ນັບແຕ່ປີ 2015 ເປັນຕົ້ນມາ, ທັງສອງອົງກອນໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍການແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກງານປົກປ້ອງເງິນຝາກຄື: ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 2 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 22 ເທື່ອຄົນ, ຈັດກອງປະຊຸມສໍາມະນາຮ່ວມກັນຢູ່ ສປປ ລາວ 7 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ...ອ່ານເພີ່ມເຕີມ - ການຮ່ວມມືກັບປະກັນໄພເງິນຝາກເກົາຫຼີໃຕ້

ການຮ່ວມມືກັບສະຖາບັນຄຸ້ມຄອງເງິນຝາກໄທ
21/04/2012ເລີ່ມແຕ່ປີ 2012 ເປັນຕົ້ນມາ, ສໍານັກງານປົກປ້ອງເງິນຝາກ ໄດ້ມີການພົວພັນຮ່ວມມືກັບ ສະຖາບັນຄຸ້ມຄອງເງິນຝາກໄທ ໂດຍເຊີນນັກວິທະຍາກອນມາເຜີຍແຜ່ວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ. ໃນປີ 2013, ສໍານັກງານປົກປ້ອງເງິນຝາກ ແລະ ສະຖາບັນຄຸ້ມຄອງເງິນຝາກໄທ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ ຢູ່ແຂວງຫຼວງພະບາງ ສປປ ລາວ. ຕໍ່ມາໃນປີ 2016 ໄດ້ຮ່ວມກັນປັບປຸງ ແລະ ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍຄືນໃໝ່. ພ້ອມດຽວກັນນັ້ນ,ໃນແຕ່ລະປີໄດ້ຈັດກອງປະຊຸມພົບປະສອງຝ່າຍໂດຍຜັດປ່ຽນກັນເປັນເຈົ້າພາບ. ນັບແຕ່ຮ່ວມກັນເຊັນ MOU ທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການ ພ້ອມທັງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດັ່ງນີ້: ແຕ່ປີ 2012-2014 ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 1 ຄັ້ງ ມີຜູ້ເຂົ້າຮ່ວມ 15 ຄົນ, ຈັດກອງປະຊຸມສໍາ ມະນາຢູ່ ສປປ ລາວ 3 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 150...ອ່ານເພີ່ມເຕີມ - ການຮ່ວມມືກັບສະຖາບັນຄຸ້ມຄອງເງິນຝາກໄທ

ຮ່ວມມື ທະນາຄານໂລກ
21/04/2011ແຕ່ປີ 2011 ເປັນຕົ້ນມາ, ສໍານັກງານປົກປ້ອງເງິນຝາກ ໄດ້ຮ່ວມມືໃນກອບຫຼາຍຝ່າຍໂດຍການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພາກພື້ນອາຊີປາຊີຟິກ ແລະ ຂອງສະມາຄົມປະກັນໄພເງິນຝາກສາກົນ ພ້ອມທັງໄດ້ຮັບການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ (TA) ຈາກກຸ່ມທະນາຄານໂລກ (WBG) ໃນການຈັດຝຶກອົບຮົມສໍາມະນາໄລຍະສັ້ນກ່ຽວກັບວຽກງານປົກປ້ອງເງິນຝາກ ດັ່ງນີ້: ແຕ່ປີ 2011-2014 ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພາກພື້ນອາຊີປາຊີຟິກ (IADI APRC) 4 ຄັ້ງ ມີຜູ້ເຂົ້າຮ່ວມ 10 ເທື່ອຄົນ ແລະ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງສະມາຄົມປະກັນໄພເງິນຝາກສາກົນ (IADI AGM) 3 ຄັ້ງ ມີຜູ້ເຂົ້າຮ່ວມ 7 ເທື່ອຄົນ. ແຕ່ປີ 2015-ເດືອນ 6 ປີ 2019 ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພາກພື້ນອາຊີປາຊີຟິກ (IADI APRC) 4 ຄັ້ງ ມີຜູ້ເຂົ້າຮ່ວມ 11 ເທື່ອຄົນ, ເຂົ້າຮ່ວມກອງປະຊຸມປະຈໍາປີຂອງສະມາຄົມປະກັນໄພເງິນຝາກສາກົນ (IADI...ອ່ານເພີ່ມເຕີມ - ຮ່ວມມື ທະນາຄານໂລກ


